5 ສັນຍານອັນຕະລາຍສ່ຽງເປັນຫລອດເລືອດໃນສະໝອງ
May 10, 2022 - 4:08 PM


ເວລາຄືເລື່ອງສຳຄັນທີ່ສຸດຂອງພະຍາດຫລອດເລືອດໃນສະໝອງ ເພາະຖ້າຫລອດເລືອດແຕກ ຕີບ ຫລື ຕັນ ບໍ່ສາມາດນຳອົກຊີເຈນ ແລະ ສານອາຫານໄປລ້ຽງສະໝອງໄດ້ ຈະສົ່ງຜົນໃຫ້ສະໝອງ ແລະ ລະບົບປະສາດເກີດຄວາມເສຍຫາຍ ສຽງຕໍ່ການເປັນອຳມະພາດ ຫລື ເສຍຊີວິດ ຜູ້ສູງອາຍຸ ຈຶ່ງຄວນສັງເກດ 5 ອາການຜິດປົກກະຕິຂອງຮ່າງກາຍທີ່ເປັນສັນຍານເຕືອນ ເປັນພະຍາດຫລອດເລືອດໃນສະໝອງດັ່ງນີ້
- ໃບໜ້າເບື້ອງໃດເບື້ອງໜຶ່ງຊາ ຫລື ອ່ອນແຮງ ເຮັດໃຫ້ມຸມປາກຕົກ ປາກບ້ຽວ ອົມນ້ຳບໍ່ຢູ່ ນ້ຳໄຫລອອກຈາກມຸມປາກ
- ແຂນ ຂາ ເບື້ອງໃດໜຶ່ງ ຊາ ຫລື ອ່ອນແຮງ ຢ່າງກະທັນຫັນເຮັດໃຫ້ສູນເສຍການຊົງຕົວ
- ເວົ້າບໍ່ຊັດເຈນ ເວົ້າບໍ່ອອກ ສັບສົນ ຄິດຫາຄຳເວົ້າບໍ່ອອກ
- ສາຍຕາມີບັນຫາ ເວລາເບິ່ງອາດມີພາບຊ້ອນ ຫລື ເຫັນພາບເຄີ່ງດຽວ ຕາບອດເບື້ອງໜຶ່ງ ຫລືສອງເບື້ອງ
- ມີອາການເຈັບຫົວຢ່າງຮຸນແຮງ
ສັນຍານດັ່ງກ່າວອາດເກີດພຽງອາການດຽວ ຫລື ຫລາຍອາການ ຂຶ້ນຢູ່ກັບຕຳແໜ່ງໃນສະໝອງທີ່ໄດ້ຮັບຄວາມເສຍຫາຍ ຫລື ບາງກໍລະນີອາດມີອາການຜິດປົກກະຕິໄປໄລຍະໜຶ່ງ ແລ້ວດີຂຶ້ນພາຍໃນ 24 ຊົ່ວໂມງ ຢ່າງໃດກໍຕາມ ຖ້າມີອາການດັ່ງກ່າວເກີດຂຶ້ນ ຄວນປຶກສາຫາແພດໝໍໂດຍທັນທີ ຫລັງຈາກທີ່ມີອາການຜິດປົກກະຕິ ເພື່ອຫລຸດຄວາມສ່ຽງຕໍ່ການເປັນອຳມະພາດ ຫລື ເສຍຊີວິດ