ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້

ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້ - Sadio Mane the bomb signing that Bayern Munich is preparing - ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້
ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້ - kitchen vibe - ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້

ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້ - Sadio Mane the bomb signing that Bayern Munich is preparing - ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້

ບາເຢິນ ມິວນິກ ຕົກເປັນຂ່າວວ່າຕ້ອງການຄວ້າ ຊາດີໂອ ມາເນ  ກອງຫນ້າລີເວີພູລ ມາເສີມທີມ ຂະນະທີ່ ອຳນວຍການກິລາຂອງ ເສືອໃຕ້ ໄດ້ໄປພົບກັບໂຕແທນຂອງນັກເຕະແລ້ວ.

ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້ - Visit Laos Visit SALANA BOUTIQUE HOTEL - ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້

ສຳລັບ ມາເນ ຖືເປັນກຳລັງສຳຄັນໃນເກມບຸກຂອງ ລີເວີພູລ ນັບແຕ່ຍ້າຍມາຮ່ວມທີມເມື່ອປີ 2016 ເຊິ່ງຈົນເຖິງປັດຈຸບັນລາວຍິງໄປແລ້ວ 117 ປະຕູ ກັບ 47 ແອສຊິສ ຈາກການລົງສະຫນາມ 264 ນັດທຸກລາຍການ.

ແນວໃດກໍຕາມ ສັນຍາຂອງດາວຍິງ 30 ປີ ກັບລີເວີພູລ ພວມຈະຫມົດລົງໃນປີ 2030 ແລະ ທາງສະໂມສອນກໍຍັງບໍ່ໄດ້ຍື່ນສັນຍາສະບັບໃຫມ່ໃຫ້ກັບ ມາເນ ພິຈາລະນາແຕ່ຢ່າງໃດ ເນື່ອງຈາກ ລີເວີພູລ ສຸມໃສ່ໄປທີ່ການຂາຍສັນຍາກັບ ໂມຮາເຫມັດ ຊາລາ ກ່ອນ.

ຫລ້າສຸດ ຟລໍຣຽນ ເພດເຕນເບີກ ນັກຂ່າວຂອງ ສະກາຍ ເຢຍລະມັນ ເປີດເຜີຍວ່າ ບາເຢິນ ມິວນິກ ວາງແຜນທີ່ຈະເຊັນສັນຍາ ມາເນ ມາຮ່ວມທີມໃນຕະຫລາດລະດູການນີ້.

ນອກຈາກນັ້ນມີລາຍງານເພີ່ມຕື່ມວ່າ ຮາຊານ ຊາລີຮາມິດຊິດ ຜູ້ອຳນວຍການກິລາຂອງ ເສືອໃຕ້ ໄດ້ໄປພົບກັບໂຕແທນຂອງນັກເຕະທີມຊາດເຊເນກັລ ແລ້ວ ເມື່ອທ້າຍອາທິດທີ່ຜ່ານມາ ແຕ່ຍັງບໍ່ມີການເຈລະຈາໃດໆລະຫວ່າງສອງສະໂມສອນ.

ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້ - 3 - ບາເຢິນ ມິວນິກ ວາງເປົ້າຄວ້າ ມາເນ ເສີມກອງຫນ້າລະດູການນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!