ຄືນວັນທີ 12 ສິງຫາ ນີ້ຈະມີປະກົດການ “ຝົນດາວຕົກ”

ຄືນວັນທີ 12 ສິງຫາ ນີ້ຈະມີປະກົດການ “ຝົນດາວຕົກ” -                            1 - ຄືນວັນທີ 12 ສິງຫາ ນີ້ຈະມີປະກົດການ “ຝົນດາວຕົກ”
ຄືນວັນທີ 12 ສິງຫາ ນີ້ຈະມີປະກົດການ “ຝົນດາວຕົກ” - kitchen vibe - ຄືນວັນທີ 12 ສິງຫາ ນີ້ຈະມີປະກົດການ “ຝົນດາວຕົກ”

ສະຖາບັນວິໄຈດາລາສາດແຫ່ງຊາດ ຊວນເບິ່ງ “ຝົນດາວຕົກ” ຄືນວັນທີ 12 ສິງຫາ ຮອດຕອນເຊົ້າວັນທີ 13 ສິງຫານີ້, ຄາດວ່າມີອັດຕາການຕົກສູງສຸດປະມານ 100 ດວງຕໍ່ຊົ່ວໂມງ.

ຄືນວັນທີ 12 ສິງຫາ ນີ້ຈະມີປະກົດການ “ຝົນດາວຕົກ” -                            2 - ຄືນວັນທີ 12 ສິງຫາ ນີ້ຈະມີປະກົດການ “ຝົນດາວຕົກ”

            ໃນວັນທີ 9 ສິງຫາ ທ່ານ ສຸພາ​​ເລີກ ຄະ​ລະຫາ​ນົນ ຫົວໜ້າງານບໍລິຫານວິຊາການທາງດາລາສາດ ສະຖາບັນວິໄຈດາລາສາດແຫ່ງຊາດ​ໄທ ກ່າວວ່າ: ໃນຄືນວັນທີ 12 ສິງຫາ ຈົນຮອດຕອນເຊົ້າຂອງວັນທີ 13 ສິງຫານີ້ ຈະມີປາກົດການຝົນດາວຕົກ ໂດຍຄາດວ່າຈະມີອັດຕາການຕົກສູງສຸດປະມານ 100 ດວງຕໍ່ຊົ່ວໂມງ ມີສູນກາງການກະຈາຍຢູ່ບໍລິເວນກຸ່ມດາວເພີຣ໌ເຊອຸສ ເທິງທ້ອງຟ້າທາງທິດຕາເວັນອອກສຽງເໜືອ ສັງເກດໄດ້ດ້ວຍຕາເປົ່າໃນທຸກພື້ນທີ່ທົ່ວໂລກ ແຕ່ເນື່ອງຈາກວັນດັ່ງກ່າວມີແສງຈັນລົບກວນ ປະກອບກັບປະເທດເຮົາຢູ່ໃນ​ໄລຍະລະດູຝົນອາດເຮັດໃຫ້ສະພາບທ້ອງຟ້າບໍ່ເອື້ອອໍານວຍຕໍ່ການສັງເກດການຝົນດາວຕົກປານໃດ.

ສໍາລັບຝົນດາວຕົກເພີຣ໌ເຊອິດສ໌ ເກີດຈາກເສດຝຸ່ນລະອອງທີ່ດາວຫາງສວິຟທ໌-ທັຕເທິລ (109P/Swift-Tuttle) ເຫຼືອປະໄວ້ໃນວົງໂຄຈອນເມື່ອ 25 ປີກ່ອນ ເມື່ອໂລກໂຄຈອນຕັດຜ່ານເຂົ້າໄປໃນບໍລິເວນທີ່ມີຝຸ່ນດັ່ງກ່າວ ຈະດຶງດູດຝຸ່ນເຫຼົ່ານີ້ເຂົ້າມາໃນຊັ້ນບັນຍາກາດເກີດການລຸກໄໝ້ເປັນແສງສະຫວ່າງເທິງທ້ອງຟ້າ. ຝົນດາວຕົກເພີຣຸເຊອິດສ໌ ເປັນຝົນດາວຕົກທີ່ມີຄວາມສະຫວ່າງເປັນອັນດັບ 2 ຮອງຈາກຝົນດາວຕົກລີໂອນິດສ໌ ມີສີສັນສວຍງາມ ສາມາດສັງເກດໄດ້ໃນລະຫວ່າງວັນທີ 17 ກໍລະກົດ ຫາ 24 ສິງຫາຂອງທຸກໆປີ. ປະມານວັນທີ 12-13 ສິງຫານີ້ ຈະເປັນ​ໄລຍະທີ່ເກີດຝົນດາວຕົກຫຼາຍທີ່ສຸດ.

ຄືນວັນທີ 12 ສິງຫາ ນີ້ຈະມີປະກົດການ “ຝົນດາວຕົກ” - 5 - ຄືນວັນທີ 12 ສິງຫາ ນີ້ຈະມີປະກົດການ “ຝົນດາວຕົກ”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!