8 ຜູ້ນຳອາຊຽນກຽມຮ່ວມຫາລືກັບທ່ານ ໄບເດນ ແຕ່ອາດບໍ່ມີເຈລະຈາຕົວຕໍ່ຕົວ

8 ຜູ້ນຳອາຊຽນກຽມຮ່ວມຫາລືກັບທ່ານ ໄບເດນ ແຕ່ອາດບໍ່ມີເຈລະຈາຕົວຕໍ່ຕົວ - ZEOYkbGK - 8 ຜູ້ນຳອາຊຽນກຽມຮ່ວມຫາລືກັບທ່ານ ໄບເດນ ແຕ່ອາດບໍ່ມີເຈລະຈາຕົວຕໍ່ຕົວ
8 ຜູ້ນຳອາຊຽນກຽມຮ່ວມຫາລືກັບທ່ານ ໄບເດນ ແຕ່ອາດບໍ່ມີເຈລະຈາຕົວຕໍ່ຕົວ - kitchen vibe - 8 ຜູ້ນຳອາຊຽນກຽມຮ່ວມຫາລືກັບທ່ານ ໄບເດນ ແຕ່ອາດບໍ່ມີເຈລະຈາຕົວຕໍ່ຕົວ

ກອງປະຊຸມສຸດຍອດ ອາເມລິກາ-ອາຊຽນ ເພື່ອສະຫລອງຄົບຮອບ 45 ປີ ຈະເກີດຂຶ້ນຢູ່ນະຄອນຫລວງວໍຊິງຕັນໃນອາທິດນີ້ ໂດຍຜູ້ນຳ 8 ປະເທດອາຊຽນ ເຂົ້າຮ່ວມການຫາລືຫລາຍບັນຫາ ແຕ່ອາດບໍ່ມີການເຈລະຈາແບບ “1 ຕໍ່ 1”.

ວັນທີ 8 ພຶດສະພາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ນາງ ເຈນ ຊາກີ ໂຄສົກທຳນຽບຂາວ ກ່າວເຖິງກອງປະຊຸມສຸດຍອດຜູ້ນຳ ອາເມລິກາ-ອາຊຽນ ລະຫວ່າງວັນທີ 12-13 ພຶດສະພານີ້ ຢູ່ນະຄອນຫລວງວໍຊິງຕັນ ເຊິ່ງຈະຈັດຂຶ້ນໃນໂອກາດຄົບຮອບ 45 ປີ ການສະຖາປະນາການພົວພັນທາງການທູດຢ່າງເປັນທາງການ ລະຫວ່າງອາເມລິກາກັບສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ວ່າ: ປະທານາທິບໍດີ ໂຈ ໄບເດນ ຈະເປັນເຈົ້າພາບລ້ຽງອາຫານຄໍ່າຢ່າງເປັນທາງການ ໃນວັນທີ 12 ພຶດສະພານີ້ ແລະ ກອງປະຊຸມສຸດຍອດຈະເກີດຂຶ້ນໃນວັນທີ 13 ພຶດສະພາ.

8 ຜູ້ນຳອາຊຽນກຽມຮ່ວມຫາລືກັບທ່ານ ໄບເດນ ແຕ່ອາດບໍ່ມີເຈລະຈາຕົວຕໍ່ຕົວ - Visit Laos Visit SALANA BOUTIQUE HOTEL - 8 ຜູ້ນຳອາຊຽນກຽມຮ່ວມຫາລືກັບທ່ານ ໄບເດນ ແຕ່ອາດບໍ່ມີເຈລະຈາຕົວຕໍ່ຕົວ

ນາງ ຊາກີ ກ່າວອີກວ່າ: ກອງປະຊຸມຄັ້ງນີ້ ຄືການຍອມຮັບບົດບາດຂອງອາຊຽນໃນຖານະການເປັນສູນກາງຂອງພາກພື້ນ ເພື່ອຜະເຊີນ ແລະ ສະແຫວງຫາຫົນທາງຝ່າຟັນຄວາມທ້າທາຍ. ພ້ອມທັງຮ່ວມສະເຫລີມສະຫລອງການພົວພັນທີ່ຍືນຍົງຕະຫລອດ 45 ປີຜ່ານມາ ລະຫວ່າງ ອາເມລິກາ ກັບ ອາຊຽນ.

ສຳລັບກອງປະຊຸມສຸດຍອດ ອາເມລິກາ-ອາຊຽນ ຄັ້ງນີ້ ເປັນຄັ້ງທຳອິດທີ່ຈະເກີດຂຶ້ນຢູ່ນະຄອນຫລວງວໍຊິງຕັນ ແລະ ຈະເປັນການຢ້ຽມຢາມອາເມລິກາຄັ້ງທຳອິດຢ່າງເປັນທາງການຂອງທ່ານ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ເຊິ່ງຜູກຂາດການປົກຄອງປະເທດມາແຕ່ປີ 1985. ຂະນະທີ່ກອງປະຊຸມສຸດຍອດ ອາເມລິກາ-ອາຊຽນ ຄັ້ງນີ້ ມີຜູ້ນຳຕອບຮັບເຂົ້າຮ່ວມຫາລືດ້ວຍຕົນເອງ 8 ທ່ານ ຍົກເວັ້ນປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຜູ້ນຳຟີລິບປິນ ເຊິ່ງໃຫ້ເຫດຜົນວ່າ: ຢູ່ໃນໄລຍະການປ່ຽນຜ່ານອຳນາດຫລັງການເລືອກຕັ້ງ ແລະ ແນ່ນອນວ່າ: ຕົວແທນຈາກລັດຖະບານມຽນມາບໍ່ໄດ້ຮັບເຊີນ.

ກ່ຽວກັບຫົວຂໍ້ຂອງການຫາລືນັ້ນ ເຖິງວ່າຍັງບໍ່ມີການເປີດເຜີຍຢ່າງເປັນທາງການ, ແຕ່ຫລາຍຝ່າຍເຊື່ອວ່າ ອາດຈະມີທັງການສົ່ງເສີມການຮ່ວມມືທາງເສດຖະກິດ ແລະ ສະຖານະການໃນທະເລຈີນໃຕ້ ເພື່ອຄັດຄ້ານອຳນາດກັບຈີນ ແລະ ທ່ານ ໄບເດນ ອາດຈະ “ພະຍາຍາມຊັກຊວນ” ໃຫ້ອາຊຽນສະແດງອອກຢ່າງຊັດເຈນຂຶ້ນ ເພື່ອສະໜັບສະໜູນຈຸດຢືນຂອງອາເມລິກາ ແລະ ຕາເວັນຕົກ ທີ່ມີຕໍ່ຣັດເຊຍ ແລະ ຢູເຄຣນ.

ເຖິງຢ່າງໃດກໍຕາມ, ທ່າອ່ຽງທີ່ວ່າ: ຈະບໍ່ມີກອງປະຊຸມລະດັບທະວີພາຄີແບບໜຶ່ງຕໍ່ໜຶ່ງ ລະຫວ່າງທ່ານ ໄບເດນ ກັບຜູ້ນຳອາຊຽນແຕ່ລະປະເທດ ຮຽກສຽງວິຈານຢ່າງໜັກຈາກຫລາຍຝ່າຍ ໂດຍສະເພາະຈາກກຳປູເຈຍ ເຊິ່ງເຮັດໜ້າທີ່ປະທານປີນີ້ ວ່າທ້າຍທີ່ສຸດແລ້ວ ການຈັດກອງປະຊຸມຄັ້ງນີ້ ອາດບໍ່ໄດ້ນຳໄປສູ່ການຍົກລະດັບການຮ່ວມມືໄດ້ຢ່າງແທ້ຈິງ.

8 ຜູ້ນຳອາຊຽນກຽມຮ່ວມຫາລືກັບທ່ານ ໄບເດນ ແຕ່ອາດບໍ່ມີເຈລະຈາຕົວຕໍ່ຕົວ - 3 - 8 ຜູ້ນຳອາຊຽນກຽມຮ່ວມຫາລືກັບທ່ານ ໄບເດນ ແຕ່ອາດບໍ່ມີເຈລະຈາຕົວຕໍ່ຕົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!