ຮົມຢາພື້ນເມືອງດີທັງຕໍ່ສຸຂະພາບ ແລະ ຄວາມງາມ

ຮົມຢາພື້ນເມືອງດີທັງຕໍ່ສຸຂະພາບ ແລະ ຄວາມງາມ - 011008 -  ຮົມຢາພື້ນເມືອງດີທັງຕໍ່ສຸຂະພາບ ແລະ ຄວາມງາມ
ຮົມຢາພື້ນເມືອງດີທັງຕໍ່ສຸຂະພາບ ແລະ ຄວາມງາມ - kitchen vibe -  ຮົມຢາພື້ນເມືອງດີທັງຕໍ່ສຸຂະພາບ ແລະ ຄວາມງາມ

ການຮົມຢາພື້ນເມືອງເປັນໜຶ່ງໃນການເບິ່ງແຍງດູແລສຸຂະພາບຂອງຄົນລາວເຮົາມາແຕ່ບູຮານ ມັກນິຍົມໃນແມ່ລູກອ່ອນ ຫລື ບຳບັດບາງພະຍາດ ຫລື ຊ່ວຍໃຫ້ເລືອດລົມໄຫລວຽນດີຂຶ້ນໂດຍພືດສະໝຸນໄພພື້ນເມືອງ.

ປະຈຸບັນ ປະໂຫຍດຂອງການຮົມຢາພື້ນເມືອງບໍ່ໄດ້ຖືກຈຳກັດໃຫ້ນິຍົມແຕ່ແມ່ລູກອ່ອນເທົ່ານັ້ນຍັງນິຍົມຮົມເພື່ອຄວາມງາມ ແລະ ການຫລຸດນຳ້ໜັກນຳອີກ.

ຮົມຢາພື້ນເມືອງດີທັງຕໍ່ສຸຂະພາບ ແລະ ຄວາມງາມ - Visit Laos Visit SALANA BOUTIQUE HOTEL -  ຮົມຢາພື້ນເມືອງດີທັງຕໍ່ສຸຂະພາບ ແລະ ຄວາມງາມ
  1. ປະໂຫຍດດ້ານສຸຂະພາບມີດັ່ງນີ້ :

– ຊ່ວຍໃຫ້ເລືອດໄຫລວຽນດີຂຶ້ນ.

– ເຮັດໃຫ້ມົດລູກເຂົ້າອູ່ໄວ, ໄລ່ນຳ້ຄາວປາ.

– ຊ່ວຍຂະຫຍາຍຫລອດລົມຊ່ວຍໃຫ້ປອດເຮັດໜ້າທີ່ໄດ້ດີຂຶ້ນ.

– ຫລຸດຜ່ອນອາການປວດເມື່ອຍ ແລະ ບໍ່ສະບາຍໂຕ.

– ຊ່ວຍປິ່ນປົວພະຍາດຜິວໜັງບາງຊະນິດ.

– ຫລຸດອາການບວມ, ປວດຕາມຂໍ້.

– ປັບຄວາມດຸ່ນດ່ຽງຂອງຮ່າງກາຍ.

  1. ຄຸນປະໂຫຍດທາງດ້ານຄວາມງາມມີດັ່ງນີ້ :

– ຊ່ວຍໃຫ້ຜິວສົດໃສ, ມີນຳ້ມີນວນ.

– ໄລ່ສານພິດ.

– ໄລ່ສິ່ງເປິເປື້ອນທີ່ຕົກຄ້າງຢູ່ເທິງຜິວໜັງອອກ.

– ຊ່ວຍຫລຸດຄວາມມັນເທິງໃບໜ້າ.

– ຊ່ວຍຫລຸດນຳ້ໜັກ.

  1. ບຸກຄົນທີ່ບໍ່ຄວນຮົມຢາພື້ນເມືອງມີຄື :

– ຜູ້ທີ່ເປັນພະຍາດຄວາມດັນເລືອດສູງ.

– ຜູ້ທີ່ເປັນພະຍາດຫົວໃຈ.

– ຜູ້ທີ່ເປັນພະຍາດຊັອກບ້າໝູ ແລະ ພະຍາດຫອບຫືດ.

– ຜູ້ທີ່ກຳລັງເປັນໄຂ້ຂຶ້ນສູງ.

– ຜູ້ທີ່ກຳລັງມີອາການເຈັບຫົວ ຫລື ວິນຫົວແຮງ.

– ຜູ້ທີ່ມີບາດແຜຕາມຮ່າງກາຍ.

  1. ຂໍ້ປະຕິບັດຂະນະຮົມຢາພື້ນເມືອງປະກອບມີ :

– ອຸນຫະພູມໃນຫ້ອງຮົມທຳອິດຄວນໃຊ້ອຸນຫະພູມຕໍ່າ ແລະ ເພີ່ມຂຶ້ນເລື້ອຍໆ, ອຸນຫະພູມບໍ່ຄວນເກີນ 40 – 42 ອົງສາ,  ໃຊ້ ເວລາຮົມທັງໝົດບໍ່ເກີນ 30 – 35 ນາທີ, ແຕ່ທຸກໆ 10 ນາທີຕ້ອງອອກມານັ່ງພັກຜ່ອນ ແລະ ນວດນຳ້ມັນ ແລະ ອື່ນໆ.

– ເມື່ອຮົມໄດ້ໄລຍະເວລາໜຶ່ງຕ້ອງອອກມາຈາກຫ້ອງເພື່ອມານວດນຳ້ມັນ, ຄວນດື່ມນຳ້ອຸຸ່ນ ເພາະຂະນະຮົມຮ່າງກາຍຈະສູນເສຍນຳ້ໄປຫລາຍ.

– ເມື່ອຮົມແລ້ວໃຫ້ນັ່ງພັກຈົນເຫື່ອແຫ້ງ ແລ້ວຈຶ່ງໄປອາບນຳ້ເພື່ອຊຳລະລ້າງເຫື່ອ ແລະ ຂີ້ໄຄທີ່ຮ່າງກາຍໄລ່ອອກມາ ແລະ ເພື່ອຊ່ວຍໃຫ້ເສັ້ນເລືອດຫົດໂຕລົງເປັນປົກກະຕິ.

ຮົມຢາພື້ນເມືອງດີທັງຕໍ່ສຸຂະພາບ ແລະ ຄວາມງາມ - 3 -  ຮົມຢາພື້ນເມືອງດີທັງຕໍ່ສຸຂະພາບ ແລະ ຄວາມງາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!