ນອນເດິກ – ຕື່ນເຊົ້າ ແລະ ເຄັ່ງຄຽດ ວິຕາມິນເບລວມຊ່ວຍທ່ານໄດ້

ນອນເດິກ - ຕື່ນເຊົ້າ ແລະ ເຄັ່ງຄຽດ ວິຕາມິນເບລວມຊ່ວຍທ່ານໄດ້ - 031008 - ນອນເດິກ – ຕື່ນເຊົ້າ ແລະ ເຄັ່ງຄຽດ ວິຕາມິນເບລວມຊ່ວຍທ່ານໄດ້
ນອນເດິກ - ຕື່ນເຊົ້າ ແລະ ເຄັ່ງຄຽດ ວິຕາມິນເບລວມຊ່ວຍທ່ານໄດ້ - kitchen vibe - ນອນເດິກ – ຕື່ນເຊົ້າ ແລະ ເຄັ່ງຄຽດ ວິຕາມິນເບລວມຊ່ວຍທ່ານໄດ້

ທ່ານໃດທີ່ຕ້ອງພະເຊີນກັບການນອນເດິກຕື່ນເຊົ້າ ແລະ ເຄັ່ງຄຽດຈາກການເຮັດວຽກ, ຈາກການຮຽນ, ການໃຊ້ສະໝອງ ເຮັດໃຫ້ຮ່າງກາຍຕ້ອງການໃຊ້ວິຕາມິນເບຫລາຍຂຶ້ນ ເຊິ່ງວິຕາມິນເບນັ້ນເປັນວິຕາມິນທີ່ຮ່າງກາຍບໍ່ສາມາດສັງເຄາະໄດ້ເອງ ຕ້ອງໄດ້ຮັບຈາກອາຫານ ຫລື ວິຕາມິນເສີມຄວນຈະຮັບເປັນວິຕາມິນເບລວມ ເພາະວິຕາມິນເບແຕ່ລະຊະນິດນັ້ນຈະເຮັດໜ້າທີ່ສົ່ງເສີມເຊິ່ງກັນ ແລະ ກັນ ແລະ ຈະໃຫ້ເກີດປະສິດທິພາບໃນການເຮັດວຽກຢ່າງສູງສຸດ. ວິຕາມິນເບລວມມີຄວາມຈຳເປັນຕໍ່ລະບົບປະສາດຫລາຍ.

– ວິຕາມິນເບ 1 : ມີໜ້າທີ່ໃນການເຜົາຜານນຳ້ຕານທີ່ເຮົາກິນເຂົ້າໄປໃຫ້ເປັນພະລັງງານ, ຈະຊ່ວຍປ້ອງກັນການເປັນພະຍາດເລືອດຈາງ ແລະ ອາການຈັງຊາ, ຖ້າຮ່າງກາຍຂາດວິຕາມິນເບ 1 ຈະເຮັດໃຫ້ຮ່າງກາຍອ່ອນເພຍ, ຊາຕາມນິ້ວມື – ນິ້ວຕີນ ແລະ ເກີດຜົນຮ້າຍຕໍ່ກ້າມຊີ້ນຫົວໃຈ ເນື່ອງຈາກການສະສົມຄັ່ງຄ້າງຂອງສິ່ງເສດເຫລືອ.

ນອນເດິກ - ຕື່ນເຊົ້າ ແລະ ເຄັ່ງຄຽດ ວິຕາມິນເບລວມຊ່ວຍທ່ານໄດ້ - Visit Laos Visit SALANA BOUTIQUE HOTEL - ນອນເດິກ – ຕື່ນເຊົ້າ ແລະ ເຄັ່ງຄຽດ ວິຕາມິນເບລວມຊ່ວຍທ່ານໄດ້

– ວິຕາມິນເບ 2 : ມີປະໂຫຍດຫລາຍໃນເດັກທີ່ກຳລັງຈະເລີນເຕີບໃຫຍ່, ປ້ອງກັນການເກີດບາດແຜໃນປາກ ແລະ ພະຍາດປາກນົກກະຈອກ, ປ້ອງກັນການເກີດພະຍາດໄມເກຣນ ຫລື ເຈັບຫົວຊຳ້ເຮື້ອ, ຊ່ວຍເຮັດໃຫ້ຜິວໜັງ, ເລັບ, ເສັ້ນຜົມມີສຸຂະພາບດີ ແລະ ຫລຸດການເກີດພະຍາດມະເຮັງຫລອດອາຫານໄດ້ນຳ.

– ວິຕາມິນເບ 3 : ມີໜ້າທີ່ໃນການເຜົາຜານອາຫານ ເຮັດໃຫ້ເກີດພະລັງງານ ແລະ ການສ້າງໄຂມັນໃນຮ່າງກາຍ ຊ່ວຍທຳລາຍສານພິດຈາກມົນລະພິດ, ຄັວນຢາສູບ, ປິ່ນປົວອາການເຄັ່ງຄຽດ ແລະ ຊ່ວຍໃນການໄຫລວຽນຂອງເລືອດ.

– ວິຕາມິນເບ 5 : ມີຄວາມຈຳເປັນຕໍ່ການເຮັດວຽກຂອງສະໝອງ ຫລຸດຜ່ອນອາການຂໍ້ອັກເສບ ຊ່ວຍໃນການນອນຫລັບໃຫ້ດີຂຶ້ນ ແລະ ຄວບຄຸມຄວາມດຸ່ນດ່ຽງຂອງເກືອແຮ່ໃນຮ່າງກາຍ.

– ວິຕາມິນເບ 6 : ຈຳເປັນຕໍ່ການເຮັດວຽກຂອງສະໝອງ ແລະ ລະບົບປະສາດ ແລະ ມີໜ້າທີ່ສຳຄັນໃນການເຜົາຜານໂປຣຕິນໃນຮ່າງກາຍ, ຊ່ວຍປັບສະພາບຜິວໜັງໃຫ້ເປັນປົກກະຕິ.

– ວິຕາມິນເບ 12 : ມີຄວາມຈຳເປັນໃນການສ້າງເມັດເລືອດ, ​ການເຮັດວຽກຂອງລະບົບປະສາດພາກສ່ວນກາງ ແລະ ລະບົບ ທໍ່ອາຫານ, ປ້ອງກັນອາການອ່ອນເພຍຈາກພະຍາດເລືອດຈາງ.

– ໄບໂອຕິນ  (Biotin) : ມີສ່ວນສຳຄັນຕໍ່ການເຜົາຜານໄຂມັນ ແລະ ໂປຣຕິນ, ວິຕາມິນນີ້ດີຕໍ່ຮ່າງກາຍ ຄື ຊ່ວຍປ້ອງກັນຜົມ ຫງອກ, ຫລຸດຜ່ອນອາການປວດເມື່ອຍກ້າມຊີ້ນ, ຫລຸດອາການຕຸ່ມຜື່ນຜິວໜັງອັກເສບ, ຕຸ່ມຜື່ນຄັນ, ຊ່ວຍປ້ອງກັນ ແລະ ປິ່ນປົວອາການເລັບບາງ ແລະ ແຫ້ງ.

– ໂຄລີນ (Choline) : ເປັນໜຶ່ງໃນສານທີ່ຊ່ວຍເລັ່ງຂະບວນການເຜົາຜານໄຂມັນໃນຮ່າງກາຍຊ່ວຍໃນການກະຈາຍໂຕຂອງຄໍເລສເຕີໂຣນ ບໍ່ໃຫ້ຄໍເລສເຕີໂຣນຈັບຢູ່ຜິວໜັງເສັ້ນເລືອດແດງ ຫລື ຜິວໜັງຂອງຖົງນຳ້ບີ.

– ອິໂນຊິທອລ (Inositol) : ເປັນສານທີ່ຊ່ວຍເລັ່ງຂະບວນການເຜົາຜານໄຂມັນ ແລະ ຄໍເລສເຕີໂຣນ, ຊ່ວຍຫລຸດລະດັບຄໍເລສເຕີໂຣນ, ປ້ອງກັນການຫລຸດຫລົ່ນຂອງເສັ້ນຜົມ, ຊ່ວຍປ້ອງກັນຕຸ່ມຜື່ນຜິວໜັງອັກເສບ ແລະ ເຮັດໃຫ້ຮູ້ສຶກສະຫງົບ.

– ກົດໂຟລິກ (Folic acid) : ມີຄວາມສຳຄັນໃນການສ້າງເມັດເລືອດແດງ ຊ່ວຍໃນຂະບວນການເຜົາຜານຂອງໂປຣຕິນ, ມີຄວາມຈຳເປັນຕໍ່ການແບ່ງໂຕຂອງແຊນ, ວິຕາມິນນີ້ດີຕໍ່ຮ່າງກາຍຄືຊ່ວຍໃນການສ້າງນຳ້ນົມຂອງແມ່ລູກອ່ອນ ປ້ອງກັນການພິການແຕ່ກຳເນີດໃນເດັກນ້ອຍເກີດໃໝ່, ຊ່ວຍໃຫ້ຜິວໜັງມີສຸຂະພາບດີ, ຊ່ວຍໃຫ້ຈະເລີນອາຫານ, ຫາກກຳລັງອ່ອນເພຍ ຊ່ວຍປິ່ນປົວອາການເຫລືອງຈືດ ຫລື ເລືອດຈາງ.

– ພາບາ (PABA)  ຫລື  (Para-Aminobenoic acid): ຊ່ວຍໃນການສ້າງກົດໂຟລິກ ແລະ ມີສ່ວນສຳຄັນໃນການໃຊ້ໂປຣຕິນຂອງຮ່າງກາຍ, ຊ່ວຍໃນການດູດຊຶມ, ຊ່ວຍໃຫ້ຜິວມີສຸຂະພາບດີ, ອ່ອນນຸ້ມ, ຊ່ວຍຕ້ານການເກີດຮອຍຫ່ຽວ, ຊ່ວຍຟື້ນຟູສີຜົມຕາມທຳມະຊາດໃຫ້ກັບເສັ້ນຜົມ ແລະ ຊ່ວຍຫລຸດຜ່ອນຄວາມເຈັບປວດຈາກບາດແຜໄຟໄໝ້ໄດ້.

ນອນເດິກ - ຕື່ນເຊົ້າ ແລະ ເຄັ່ງຄຽດ ວິຕາມິນເບລວມຊ່ວຍທ່ານໄດ້ - 5 - ນອນເດິກ – ຕື່ນເຊົ້າ ແລະ ເຄັ່ງຄຽດ ວິຕາມິນເບລວມຊ່ວຍທ່ານໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!