21 ມີນາ ສະໝໍລະພູມທີ່ລັ່ງເລືອດ ແລະ ນ້ຳຕາ
ໂດຍ: ທິດກໍ່າ
ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ: ວັນທີ 21 ມີນາ ເປັນວັນຄຽດແຄ້ນທີ່ສຸດຂອງປະຊາຊົນລາວ ໂດຍສະເພາະແມ່ນຊາວເມືອງທ່າແຂກ. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນວ່າການຕໍ່ສູ້ລະຫວ່າງກໍາລັງປະຕິວັດ ເຊິ່ງນໍາພາໂດຍທ່ານປະທານ ສຸພານຸວົງ ກັບກໍາລັງທະຫານຝຣັ່ງ ມັນສຸດທີ່ດຸເດືອດຮຸນແຮງ ແລະ ຂ້ຽວຂາດ, ທັງມີການເສຍສະລະຊີວິດ ເລືອດເນື້ອ ແລະ ລັ່ງນໍ້າຕາ. ພວກທະຫານຝຣັ່ງເຂົາຈັບເອົາຄົນໄປຂ້າຢ່າງບໍ່ເລືອກໜ້າ ທັງຜູ້ຍິງ ແລະ ເດັກນ້ອຍໂຍນລົງນ້ຳສ້າງ, ບາງຄົນກໍຖືກຈັບແລ້ວປາດຄໍ, ຄົນຈໍານວນຫລວງຫລາຍຖືກທະຫານຝຣັ່ງເອົາປືນຍິງກວາດໃສ່ຢ່າງບໍ່ກະດຽມຄີງຈະຖືກໃຜຄົນໃດກໍແລ້ວຂໍພຽງແຕ່ຕ້ອງຂ້າໃຫ້ຕາຍປາບໃຫ້ລຽບເໝືອນດັ່ງຍັກກຸມພັນທີ່ພວມກະຫາຍຊອກກິນຄົນຢ່າງບໍ່ເລືອກໜ້າ.
ອາດເວົ້າໄດ້ວ່າ, ບັ້ນສູ້ຮົບກັນລະຫວ່າງຝ່າຍປະຕິວັດກັບຝ່າຍສັດຕູຄັ້ງນັ້ນເປັນບັ້ນຮົບທີ່ດຸເດືອດ ເຊິ່ງນຳໂດຍປະທານ ສຸພານຸວົງ ແລະ ເປັນຄັ້ງທໍາອິດໃນຊີວິດຂອງເພິ່ນ ຍ້ອນວ່າພາຍຫລັງຄະນະແນວລາວອິດສະຫລະ ເຊິ່ງນໍາພາໂດຍເຈົ້າເພັດຊະລາດ ໄດ້ພາກັນໜີໄປລີ້ໄພການເມືອງຢູ່ປະເທດໄທແລ້ວກໍເລີ່ມແຍກຕົວກັນຄົນລະແນວຄິດ, ຄົນລະຝ່າຍອອກຢ່າງຈະແຈ້ງ. ເຈົ້າສຸວັນນະພູມມາ, ທ່ານ ຄໍາມ້າວ ແລະ ກະຕ່າຍ ໄດ້ກັບຄືນມາຍອມຝຣັ່ງ ໂດຍອ້າງວ່າຝຣັ່ງໄດ້ມອບເອກະລາດໃຫ້ແລ້ວ. ທາງຝຣັ່ງຍັງປ່ອຍຂ່າວໂຄສະນາຊວນເຊື່ອວ່າຖ້າຜູ້ໃດກັບຄືນມາຫາຝຣັ່ງຈະໃຫ້ເປັນນາຍຄືເກົ່າ, ຜູ້ໃດເຄີຍເປັນນາຍຂັ້ນໃດໃນຜ່ານມາກໍຈະໃຫ້ຕໍາແໜ່ງແນວນັ້ນວ່າຊັ້ນ ! ຈາກນັ້ນ ພວກນີ້ກໍພາກັນລັກໂຕນໜີ ຂ້າມຂອງມາຫາຝຣັ່ງ. ນີ້ລະເຂົາເອີ້ນວ່າ ເປັນຄົນບໍ່ສຸດກົກສຸດປາຍ, ສ່ວນເຈົ້າເພັດຊະລາດທີ່ເປັນຫົວໜ້າຄະນະໃນເວລານັ້ນກໍຮູ້ສຶກເສຍໃຈບໍ່ຍອມກັບຄືນປະເທດເລີຍຂໍລີ້ໄພການເມືອງຢູ່ໄທຈົນຮອດປີ 1957 ຈຶ່ງໄດ້ກັບມາປະເທດລາວດ້ວຍເງື່ອນໄຂໄປເຊີນເອົາເພິ່ນເຂົ້າເມືອງ.
ທາງຝ່າຍປະທານສຸພານຸວົງ ສາຍານາມບູລຸດເຫລັກເປັນຄົນທີ່ບໍ່ຍອມຈໍານົນຕໍ່ຝຣັ່ງກໍເລີຍພາລູກນ້ອງທີ່ຈົງຮັກພັກດີຈໍານວນ 40 ກວ່າຄົນຂ້າມຂອງມາຝັ່ງລາວໜີເຂົ້າປ່າສືບຕໍ່ເຮັດການປະຕິວັດສົມກັບເປັນຊາຍເອິກສາມສອກ, ເປັນນັກຕໍ່ສູ້ຢ່າງໄຮ້ທຽມທານ ສາມາດຮ່ວມກັບໝູ່ຄະນະນໍາພາປົດປ່ອຍຊາດແລ້ວໄດ້ເປັນປະທານປະເທດຜູ້ທໍາອິດຂອງລາວໃນຍຸກປະຫວັດສາດອັນໃໝ່.
ກ່າວເຖິງການຕໍ່ສູ້ທີ່ນອງເລືອດເພື່ອປົກປ້ອງມາຕູພູມເມືອງທ່າແຂກນັ້ນ, ບັນດາທະຫານຝ່າຍປະຕິວັດເຮົາເມື່ອເຫັນວ່າເຫລັກຫລາຍກວ່າຖ່ານ ທັງເປັນການຮັກສາກໍາລັງໄວ ແລະ ເພື່ອຮັກສາປະຊາຊົນບໍ່ໃຫ້ນອງເລືອດຕໍ່ໄປກໍເລີຍຖອຍທັບ, ອີກປະການໜຶ່ງທະຫານຝຣັ່ງມີຈໍານວນພົນຫລາຍ, ມີທັງປືນຄົກປືນກົນ, ປືນນ້ອຍປືນໃຫຍ່, ມີທັງຍົນຖິ້ມລະເບີດຖະຫລົ່ມຈູດເລົ້າເຜົາຜານເຮືອນຊານບ້ານຊ່ອງຢູ່ຕົວເມືອງທ່າແຂກຈົນຮາບກ້ຽງ. ປະທານສຸພານຸວົງ ເພື່ອຮັກສາເອົາຊີວິດເພິ່ນໄວ້ທາງທະຫານໃກ້ຊິດໄດ້ເອົາເພິ່ນຫລົບໜີຂ້າມຂອງໄປນະຄອນພະນົມ. ໃນຂະນະທີ່ຂີ່ເຮືອຂ້າມຂອງບໍ່ຈັກວ່າປືນນ້ອຍໃຫຍ່, ມີທັງຍົນໄດ້ຍິງສຸມໃສ່ປານຫ່າຝົນຈົນເຮັດໃຫ້ເພິ່ນຖືກບາດເຈັບແຕ່ກໍສາມາດເອົາຕົວລອດ. ພາຍຫລັງທີ່ປິ່ນປົວເຊົາຢູ່ເມືອງໄທແລ້ວເພິ່ນກໍໜີຂ້າມຂອງມາຝັ່ງລາວຂຶ້ນໄປທາງພາກເໜືອ ເພື່ອຮ່ວມກັບໝູ່ຄະນະສືບຕໍ່ເຮັດການປະຕິວັດຈົນສໍາເລັດໜ້າທີ່ປົດປ່ອຍຊາດມາຮອດທຸກວັນນີ້.
ດ້ວຍຄວາມພິລະອາດຫານ, ຈິດໃຈຕໍ່ສູ້ບໍ່ຍອມຈໍານົນຈົນໄດ້ຮັບໄຊຊະນະ ປະທານສຸພານຸວົງ ຈຶ່ງໄດ້ສາຍານາມ “ເຈົ້າຊາຍແດງ” ແຫ່ງແຜ່ນດິນລ້ານຊ້າງ. ການທີ່ເປັນຊາຍແທ້ດັ່ງປະທານ ສຸພານຸວົງ ແມ່ນເປັນສິ່ງທີ່ຫາຍາກ, ເພິ່ນເປັນເຖິງຂັ້ນເຊື້ອເຈົ້າ, ມີຄວາມສະໜຸກສຸກສໍາລານຢູ່ໃນວັງ, ແຕ່ອານິຈັງໂຕນໜີເຂົ້າປ່າເຮັດການປະຕິວັດ ເພື່ອປົດປ່ອຍເອົາປະເທດຊາດ ແລະ ປະຊາຊົນອອກຈາກແອກຄອບຄອງຂອງສັກດີນາຕ່າງດ້າວ ແລະ ຈັກກະພັດຜູ້ຮຸກຮານ, ຄົນ ແບບນີ້ເຂົາເອີ້ນວ່າເປັນຄົນດີຂອງຊາດ, ຕົກນ້ຳບໍ່ໄຫລຕົກໄຟບໍ່ໄໝ້, ເຖິງຕາຍໄປຄົນໃນຊາດໃຜກໍຍົກຍ້ອງວ່າປະທານ ສຸພານຸວົງ ເປັນວິລະບູລຸດ ແລະ ເປັນຜູ້ນໍາທີ່ເລີດລ້ຳຂອງປະຊາຊົນລາວ.