ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ

ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ - north korea news kim jong un 839171 - ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ
ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ - kitchen vibe - ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ

ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ - 97277401 9897d86d 43cf 48ac 9cb2 33b0f3091592 - ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ

ລັດຖະບານ​ຍີ່ປຸ່ນ​ພ້ອມ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ ປົກ​ປ້ອງ​ອະທິປະ​ໄຕ​ຂອງ​ປະ​ເທດ ​ເຊິ່ງຢູ່​ໃນ​ລັດສະໝີ​ຂອງ​ລູກ​ສອນ​ໄຟ ສປປ ​ເກົາຫລີ, ພາຍຫລັງ​ລັດຖະບານ​ພຽງ​ຢາງ​ປະກາດ​ວ່າ: ​ແຜນການ​ໂຈມ​ຕີ​ຖານ​ທັບ​ອາ​ເມ​ລິ​ກາ​ຢູ່​ເກາະ​ກວມ​ຈະ​ສຳ​ເລັດ​ພາຍ​ໃນ​ກາງ​ເດືອນ​ສິງຫາ​ນີ້.

ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ນະຄອນຫລວງ​ໂຕ​ກຽວ ປະ​ເທດ​ຍີ່ປຸ່ນ ​ໃນ​ວັນ​ທີ 10 ສິງຫາ​ວ່າ: ທ່ານ ​ໂຢຊິ​ຮິ​ເດະ ຊີ​ກະ ​ເລຂາທິການ​ຄະນະ​ລັດຖະບານ​ຍີ່ປຸ່ນ ກ່າວ​ວ່າ: ຄວາມ​ອົດທົນ​ຂອງ​ຍີ່ປຸ່ນ​ທີ່​ມີ​ຕໍ່​ສະຖານະ​ການ​ຢູ່​​ແຫລມ​ເກົາຫລີ​ມີ​ຂີດ​ຈຳກັດ ​ແລະ ການ​ທີ່​ລັດຖະບານ​ພຽງ​ຢາງ​ປະກາດ​ວ່າ​ຈະ​ຍິງ​ລູກ​ສອນ​ໄຟ​ໄລຍະ​ກາງ​ໂຈມ​ຕີຖານ​ທັບ​ອາ​ເມ​ລິ​ກາ​ຢູ່​ເກາະ​ກວມ ຖື​ເປັນ​ໄພ​ຄຸກ​ຄາມ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ຍີ່ປຸ່ນ ​ແລະ ປະຊາ​ຄົມ​ໂລກ​ເຊັ່ນ​ກັນ ​ເຊິ່ງກອງ​ກຳລັງ​ປ້ອງ​ກັນ​ຕົນ​ເອງ (SDF) ຈະ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ ​ເພື່ອ​ປົກ​ປ້ອງ​ອະທິປະ​ໄຕ​ຂອງ​ປະ​ເທດ.

ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ - 1502339221383 960x0 - ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ

ຂະນະ​ທີ່​ທ່ານ ​ເອັດ​ດີ ​ແຄລ​ໂວ ​ເຈົ້າຄອງ​ເກາະ​ກວມ ກ່າວ​ເຖິງ​ກໍລະນີ​ທີ່ ສປປ ​ເກົາຫລີ ປະກາດ​ຄວາມ​ພ້ອມ​ໃນ​ການ​ຍິງ​ລູກ​ສອນ​ໄຟ​ໂຈມ​ຕີ​ພື້ນທີ່​ພາຍ​ໃນ​ກາງ​ເດືອນ​ສິງຫາ​ນີ້​ວ່າ: ​ເປັນ​ສົງຄາມ​ຈິດ​ຕະວິທະຍາ​ຂອງ​ລັດຖະບານ​ພຽງ​ຢາງ​ໃນ​ການ​ສ້າງ​ຄວາມ​ຢ້ານ​ກົວ​ລ່ວງ​ໜ້າ​ໃຫ້​ແກ່​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໂດຍສ່ວນ​ຕົວ​ທ່ານ​ເຊື່ອ​ວ່າ​: ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຢູ່ ສ.​ເກົາຫລີ ​ແລະ ຍີ່ປຸ່ນ ຈະ​ສາມາດ​ສະກັດ​ຈະ​ຫລວດ​ຂອງ ສປປ ​ເກົາຫລີ ​ໄດ້ ກ່ອນ​ຈະ​​ເດີນທາງ​​ເຖິງ​ເກາະ​ກວມ.

ຂະນະ​ທີ່​ທ່ານ ​ໂຣ ​ແຈ​ຊອນ ​ໂຄສົກ​ເສນາ​ທິການ​ທະຫານ​ຮ່ວມ ສ.​ເກົາຫລີ ຖະ​ແຫລ​ງຕໍ່​ສື່​ມວນ​ຊົນ​ວ່າ: ສ.​ເກົາຫລີ ​ໄດ້​ກຽມການ​ຕອບ​ໂຕ້​ໃນ​ທັນທີ ຖ້າ​ມີ​ການ​ຍິງ​ຈະ​ຫລວດ​ຈາກ ສປປ ​ເກົາຫລີ, ​ເຖິງ​ວ່າ​ກອງທັບ ສ.​ເກົາຫລີ ຍັງ​ບໍ່​ພົບ​ວ່າ​ມີ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ປົກກະຕິ​ຈາກ ສປປ ​ເກົາຫລີ ທີ່​ຖື​ເປັນ​ການ​ຍົ່ວຍຸ​ກໍ​ຕາມ.

ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ - 1502336926612 960x0 - ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ

ສ່ວນ ສປປ ​ເກົາຫລີ ບໍ່​ສົນ​​ໃຈ​ຄຳ​ເຕືອນ​ຂອງ​ປະທານາທິບໍດີ ​ໂດນ​ັນ ທຣຳ ຜູ້ນຳ​ອາ​ເມ​ລິ​ກາ ທີ່​ກ່າວ​ວ່າ: ຈະ​ຕອບ​ໂຕ້ ສປປ ​ເກົາຫລີ ​ໃຫ້​ລຸກ​ເປັນ​ໄຟ ​ແລະ ຢ່າງ​ຮຸນ​ແຮງ​ຖ້າ​ຄຸກ​ຄາມ​ອາ​ເມ​ລິ​ກາ.

ນອກຈາກ​ນີ້, ທ່ານ ​ແຄລ​ໂວ ​ເນັ້ນວ່າ: ​ຢູ​່​ເກາະ​ກວມກໍ​ມີ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ເຊັ່ນ​ກັນ ​ເຊິ່ງຕັ້ງຢູ່​ພາຍ​ໃນ​ຖານ​ທັບ​ອາກາດ ​ແລະ ທ່າ​ຈອດ​ເຮືອ​ຂອງ​ກອງທັບ​ອາ​ເມ​ລິ​ກາ ພ້ອມ​ທະຫານ​ອີກ​ປະມານ 7.000 ຄົນ ​ແລະ ຂໍ​ໃຫ້​ປະຊາຊົນ​ເຊື່ອ​ໝັ້ນຕໍ່​ປະສິດທິພາບ​ທາງ​ທະຫານ​ຂອງ​ອາ​ເມ​ລິ​ກາ​ວ່າ​ຈະ​ສາມາດ​ຄຸ້ມ​ຄອງ​ໜຶ່ງ​ໃນ​ດິນ​ແດນ​ຂອງ​ລັດຖະບານ​ວໍ​ຊິງ​ຕັນ​ໄດ້​ຢ່າງ​ແນ່ນອນ.

ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ - 97277403 041004883 - ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ
ເກາະກວມຕັ້ງຢູ່ໃນມະຫາສະໝຸດປາຊີຟິກ ລະຫວ່າງຟີລິບປິນ ແລະ ຮາວາຍ ເປັນດິນແດນທີ່ຢູ່ພາຍໃຕ້ອຳນາດລັດຖະບານອາເມລິກາ ແຕ່ບໍ່ນັບເປັນສ່ວນໜຶ່ງຂອງອາເມລິກາ

ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ - 5 - ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!