ທາງລົດໄຟ ຈີນ-ລາວ ຂົນສົ່ງສິນຄ້າ ເຖິງ 5 ພັນລ້ານຢວນ
May 4, 2022 - 10:15 PM


ວັນທີ 4 ພຶດສະພາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ກົມພາສີອາກອນນະຄອນຄຸນໝິງ ມົນທົນຢຸນນານ ທາງຕາເວັນຕົກສຽງໃຕ້ຂອງຈີນ ເຜີຍວ່າ: ທາງລົດໄຟ ຈີນ-ລາວ ໄດ້ຮອງຮັບລົດໄຟສິນຄ້າລະຫວ່າງປະເທດ 441 ຄູ່ ຈຳນວນ 882 ຂະບວນ ເຊິ່ງຂົນສົ່ງສິນຄ້າທັງໝົດ 461.500 ໂຕນ ຄິດເປັນມູນຄ່າປະມານ 5,04 ພັນລ້ານຢວນ ນັບແຕ່ເປີດໃຫ້ບໍລິການເມື່ອວັນທີ 3 ທັນວາ 2021.
ສິນຄ້າທັງໝົດແບ່ງເປັນສິນຄ້າສົ່ງອອກ 152.600 ໂຕນ ມູນຄ່າ 3,73 ພັນລ້ານຢວນ ແລະ ສິນຄ້ານຳເຂົ້າ 308.900 ໂຕນ ມູນຄ່າ 1,31 ພັນລ້ານຢວນ ເຊິ່ງຄວບຄຸມສິນຄ້າຫລາຍກວ່າ 700 ຊະນິດໃນ 18 ປະເພດເຊັ່ນ: ຜະລິດຕະພັນກະສິກຳ, ຜະລິດຕະພັນເຄື່ອງກົນ ແລະ ໄຟຟ້າ ແລະ ຜະລິດຕະພັນແຮ່ ໂດຍມີເຄືອຂ່າຍການຂົນສົ່ງຄວບຄຸມ 10 ກວ່າປະເທດຕາມແຜນລິເລີ່ມໜຶ່ງແຖບໜຶ່ງເສັ້ນທາງ (BRI) ເຊັ່ນ: ລາວ, ໄທ ແລະ ສິງກະໂປ.