ການຂັບລົດ ທີ່ຂັດກົດຈະລາຈອນ ຍ່ອມເກີດອຸບັດເຫດ


ການຂັບລົດທີ່ສະທ້ອນໃຫ້ເຫັນການບໍ່ປະຕິບັດກົດລະບຽບ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະສ່ຽງຕໍ່ການເກີດອຸບັດເຫດ ເຮັດໃຫ້ເສຍຊັບ ຫລື ບາງທີເຖິງຂັ້ນຊີວິດອິນຊີ ຍັງມີໃຫ້ເຫັນເປັນປະຈຳ ແມ່ນແຕ່ປະເທດທີ່ຈະເລີນທາງວັດຖຸ ແລະ ເຕັກໂນໂລຊີ ກໍໜີບໍ່ມົ້ມກົ້ມບໍ່ຫວິດບັນຫາຫຍຸ້ງເຫຍີງທີ່ກ່ຽວ ຂ້ອງກັບການຈະລາຈອນໂດຍເຫັນແຈ້ງສະຖິຕິການເສຍຊີວິດຍ້ອນອຸບັດເຫດທາງຖະໜົນທຽບໃສ່ການເສຍຊີວິດຍ້ອນພະຍາດຮ້າຍລຳດັບຕົ້ນໆຫລາຍກວ່າ.
ສະພາບການຈະລາຈອນຢູ່ຖະໜົນບາງເສັ້ນໃນນະຄອນຫລວງວຽງຈັນ ຍ່ານຊານເມືອງທີ່ພວມພັດທະນາຄຶກຄັກ ດັ່ງຖະໜົນວຽງຈັນ 450 ປີ ເຊິ່ງປັດຈຸບັນກໍຄືຜ່ານມາເຖິງວ່າເຈົ້າໜ້າທີ່ຕໍາຫລວດຈະລາຈອນເຂດກ່ຽວຂ້ອງ ໄດ້ເອົາໃຈໃສ່ກວດກາເປັນປະຈໍາ, ແຕ່ກໍຍັງພົບເຫັນການຂັບຂີ່ຂັດກົດຈະລາຈອນທາງບົກ ບໍ່ວ່າຈະເປັນການຂັບລົດ ຜິດຊ່ອງທາງຈະລາຈອນ, ຂັບຂີ່ຊ້າແນບຊ້າຍສຸດ, ບັນທຸກດິນ-ຊາຍລົ້ນລົດບໍ່ມີຜ້າປົກຫຸ້ມ ຫລື ປົກແຕ່ບໍ່ຫຸ້ມ…ກໍ່ເກີດອຸບັດເຫດກໍມີ ເຊິ່ງສະພາບເຫລົ່ານີ້ເຮັດໃຫ້ຜູ້ຂັບຂີ່ຮ່ວມຖະໜົນຕົກອົກຕົກ ໃຈ ອົກສັ່ນຂວັນໜີກໍມີຫລາຍ. ຖະໜົນເສັ້ນນີ້ 4-5 ປີຜ່ານມາ ເກືອບເປັນຖະໜົນປ່ຽວເພາະລົດທຽວບໍ່ທັນຫລາຍ, ສ່ວນຫລາຍແມ່ນລົດຂົນສົ່ງຈາກຕ່າງປະເທດ ເຊິ່ງເຖິງຍາມຄ້ອຍຄໍ່າຍາມແລງ ລົດພວງຂະໜາດຕ່າງໆໄດ້ຂົນວັດຖຸສິ່ງຂອງມາສົ່ງ, ແຕ່ກາງປີກາຍຫາປີນີ້ຍ້ອນການພັດທະນາເສັ້ນທາງລົດໄຟ ລາວ-ຈີນ, ລາວ-ໄທ, ລົດທຽວ ປາກົດວ່າຫລາຍຂຶ້ນໂດຍສະເພາະລົດບັນທຸກຕູ້ສິນຄ້ານັບທັງລົດຂົນຊີມັງ-ລົດໂມ້, ລົດລາກ, ລົດຂົນດິນ-ຫີນ-ຊາຍ… ເທົ່າທີ່ສັງເກດຄຶກຄັກກວ່າໝູ່ເຫັນຈະເປັນເຂດພັດທະນາສະຖານີວຽງຈັນໃຕ້ ລົດໄຟ ລາວ-ຈີນ ທີ່ເຊື່ອມໃສ່ທ່າບົກທ່ານາແລ້ງ, ສະຖານີລົດໄຟ ລາວ-ໄທ ເຂດເມືອງໄຊເສດຖາ ແລະ ຫາດຊາຍຟອງ.
ຍົກບັນຫາເຫລົ່ານີ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງຕໍ່ການເກີດອຸບັດເຫດໂດຍນັກຂັບຂີ່ຈໍານວນໜຶ່ງ ບໍ່ຄ່ອຍປະຕິບັດກົດຈະລາຈອນ ເນື່ອງຈາກເຫັນວ່າ ເປັນທາງກວ້າງໃຫຍ່ກໍເລັ່ງຄວາມໄວ ແລະ ບໍ່ສົນໃຈໃຊ້ຊ່ອງຈະລາຈອນຖືກຕາມການກໍານົດ. ຂະນະທີ່ນັກຂັບຂີ່ບໍ່ວ່າລົດບັນທຸກໃຫຍ່ລົດນ້ອຍຈໍານວນໜຶ່ງກໍບໍ່ຄ່ອຍສົນໃຈວ່າ ເວລາຂັບຊ້າ ຕ້ອງຢູ່ຊ່ອງຈາລະຈອນໃດ ເຊິ່ງມີບໍ່ໜ້ອຍ ຂັບຊ້າພາກັນແນບຊ້າຍ ເຮັດໃຫ້ລົດທີ່ຕ້ອງການແຊງຂຶ້ນໜ້າຕ້ອງເຮັດຜິດກົດຈະລາຈອນໄປນໍາກັນຍ້ອນລົດຄັນທາງໜ້າ ບໍ່ຍອມແນບຂວາເພື່ອປ່ອຍທາງໃຫ້ແຊງ ເຊິ່ງຂັດຕໍ່ກົດຈະລາຈອນບ້ານເຮົາ, ສ່ຽງຕໍ່ການເກີດອຸບັດເຫດ ແລະ ອື່ນໆ.
ການແກ້ໄຂສະພາບເຫລົ່ານີ້ ບໍ່ຍາກ ພຽງແຕ່ນັກຂັບຂີ່ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າກົດໝາຍໃນການຂັບຂີ່, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ເຂດກ່ຽວຂ້ອງ ຕ້ອງກວດກາປົກກະຕິຕາມຈຸດທີ່ເຫັນວ່າສ່ຽງ ບໍ່ຄວນເຮັດແບບເອົາຫູໄປນາເອົາຕາໄປໄຮ່. ສຸດທ້າຍແລ້ວ ອຸບັດເຫດ ບໍ່ມີ ຫລື ມີໜ້ອຍ, ຜູ້ຂັບຂີ່ ຕ້ອງປະຕິບັດກົດຈະລາຈອນເຄັ່ງຄັດ, ມີມາລະຍາດ ເປັນສິ່ງປະເສີດທີ່ສຸດ.