ພະຍາດຕັບອັກເສບປິດສະໜາລະບາດໃນເດັກ ພົບແລ້ວໃນຫລາຍປະເທດທົ່ວໂລກ ອິນໂດເນເຊຍເຜີຍມີຜູ້ເສຍຊີວິດແລ້ວ 3 ຄົນ


ທົ່ວໂລກເຝົ້າລະວັງພະຍາດຕັບອັກເສບປິດສະໜາໃນເດັກກະຈາຍແລ້ວຫລາຍປະເທດ, ຜູ້ປ່ວຍມີອາການປຸ້ນທ້ອງ, ປວດຮາກ, ຖອກທ້ອງຮຸນແຮງ, ເປັນໄຂ້, ຕາເຫລືອງ, ໝົດສະຕິ. ອົງການອະນາໄມໂລກເຜີຍພົບເດັກເປັນແລ້ວເກືອບ 200 ຄົນ.
ວັນທີ 3 ພຶດສະພາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຈາກກໍລະນີທີ່ມີການກວດພົບຜູ້ປ່ວຍເດັກມີອາການປ່ວຍຂອງພະຍາດຕັບອັກເສບກະທັນຫັນຮຸນແຮງ ໂດຍບໍ່ຮູ້ສາເຫດໃນຫລາຍປະເທດ, ຫລ້າສຸດກະຊວງສາທາລະນະສຸກຂອງອິນໂດເນເຊຍໄດ້ອອກມາຢືນຢັນວ່າ: ມີຜູ້ປ່ວຍເດັກທີ່ເສຍຊີວິດຈາກພະຍາດຕັບອັກເສບປິດສະໜາແລ້ວ 3 ຄົນໃນເດືອນເມສາຜ່ານມາ.
ກະຊວງສາທາລະນະສຸກອິນໂດເນເຊຍເປີດເຜີຍວ່າ: ຜູ້ປ່ວຍເດັກທີ່ເຂົ້າປິ່ນປົວໃນໂຮງໝໍຈາກພະຍາດດັ່ງກ່າວມີອາການປຸ້ນທ້ອງ, ປວດຮາກ, ຖອກທ້ອງຮຸນແຮງ, ເປັນໄຂ້, ຕາເຫລືອງ ແລະ ໝົດສະຕິ ໂດຍກະຊວງສາທາລະນະສຸກອິນໂດເນເຊຍກຳລັງເລັ່ງຫາວິທີທົດລອງ ແລະ ສືບສວນພະຍາດຢ່າງເຕັມຮູບແບບ, ພ້ອມຍົກລະດັບການເຝົ້າລະວັງພະຍາດທົ່ວປະເທດ ແລະ ແນະນຳໃຫ້ຜູ້ປົກຄອງທີ່ພົບເຫັນລູກຫລານມີອາການດັ່ງກ່າວໃຫ້ຟ້າວພາເດັກໄປໂຮງໝໍທັນທີ.
ຂະນະດຽວກັນ, ໃນອາທິດຜ່ານມາ ສິງກະໂປໄດ້ຢືນຢັນການກວດພົບຜູ້ປ່ວຍເດັກອາຍຸ 10 ເດືອນມີອາການປ່ວຍຈາກພະຍາດຕັບອັກເສບປິດສະໜາ ແລະ ກຳລັງດຳເນີນການກວດສອບການເຊື່ອມໂຍງຂອງອາການປ່ວຍກັບຜູ້ປ່ວຍຄົນອື່ນໆທີ່ມີການກວດພົບທົ່ວໂລກ.
ສຳລັບພະຍາດຕັບອັກເສບຮຸນແຮງກະທັນຫັນໃນເດັກ ມີລາຍງານພົບການລະບາດຄັ້ງທຳອິດໃນອັງກິດເດືອນເມສາຜ່ານມາ ໂດຍມີຜູ້ປ່ວຍທີ່ໄດ້ຮັບການບົ່ງມະຕິວ່າປ່ວຍຈາກພະຍາດດັ່ງກ່າວຢ່າງໜ້ອຍ 111 ຄົນ ສ່ວນຫລາຍເປັນເດັກທີ່ມີອາຍຸຕໍ່າກວ່າ 10 ປີ ແລະ ຈາກນັ້ນ ຫລາຍປະເທດເຊັ່ນ: ອາເມລິກາ, ອິດສະລາແອນ, ການາດາ ແລະ ປະເທດອື່ນໆ ເລີ່ມທະຍອຍອອກມາລາຍງານການກວດພົບຜູ້ປ່ວຍພະຍາດດັ່ງກ່າວ.
ຕໍ່ມາ, ອົງການອະນາໄມໂລກ (WHO) ໄດ້ຖະແຫລງເຖິງກໍລະນີການພົບເດັກປ່ວຍຈາກພະຍາດຕັບອັກເສບປິດສະໜາ ເຊິ່ງບໍ່ສາມາດລະບຸທີ່ມາໄດ້ຢ່າງໜ້ອຍ 169 ຄົນໃນ 10 ກວ່າປະເທດທົ່ວໂລກ ສ່ວນຫລາຍຢູ່ອັງກິດ ໂດຍມີຜູ້ປ່ວຍເດັກເສຍຊີວິດຈາກອາການດັ່ງກ່າວ 1 ຄົນ ແລະ ຢ່າງໜ້ອຍ 17 ຄົນຕ້ອງໄດ້ຮັບການປິ່ນປົວດ້ວຍການປູກຖ່າຍຕັບ.
ສູນປ້ອງກັນ ແລະ ຄວບຄຸມພະຍາດແຫ່ງເອີຣົບ (ECDC) ອອກມາເປີດເຜີຍໃນວັນທີ 26 ເມສາຜ່ານມາວ່າ: ໄດ້ຮັບລາຍງານການກວດພົບເດັກປ່ວຍຈາກພະຍາດຕັບອັກເສບຮຸນແຮງກະທັນຫັນໃນສະຫະພາບເອີຣົບ ແລະ ເຂດເສດຖະກິດເອີຣົບແລ້ວ 40 ກວ່າຄົນ. ຂະນະທີ່ຈຳນວນຜູ້ປ່ວຍພະຍາດດັ່ງກ່າວທົ່ວໂລກມີປະມານ 190 ຄົນ ໂດຍ ແອນເດຣຍ ແອມນອນ ຜູ້ອຳນວຍການ ECDC ລະບຸວ່າ: ECDC ກຳລັງຮ່ວມມືກັບອົງການອະນາໄມໂລກ ແລະ ໜ່ວຍງານສາທາລະນະສຸກຂອງປະເທດຕ່າງໆ ໃນການສືບສວນຫາສາເຫດຂອງພະຍາດນີ້ ເຊິ່ງໃນເບື້ອງຕົ້ນພົບວ່າອາດມີການເຊື່ອມໂຍງກັບເຊື້ອອະດີໂນໄວຣັສ ເຊິ່ງເປັນຕະກູນໄວຣັສທີ່ສົ່ງຜົນໃຫ້ເກີດພະຍາດໃນຫລາຍລະບົບຂອງຮ່າງກາຍເຊັ່ນ: ລະບົບທາງເດີນຫາຍໃຈ ຫລື ລະບົບທາງເດີນອາຫານ.
ນອກຈາກນີ້, ນັກວິທະຍາສາດຍັງດຳເນີນການສືບສວນການກ່ຽວຂ້ອງກັບການກາຍພັນຂອງເຊື້ອອະດີໂນໄວຣັສ ຫລື ອາການຂ້າງຄຽງທີ່ອາດມາຈາກການຕິດເຊື້ອອື່ນໆເຊັ່ນ: ໂຄວິດ-19 ຮ່ວມນຳ, ແຕ່ຄາດວ່າຄວາມເປັນໄປໄດ້ໃນກໍລະນີນີ້ມີໂອກາດເກີດຂຶ້ນໜ້ອຍ ເມື່ອເບິ່ງຈາກພຶດຕິກຳການລະບາດ. ຂະນະທີ່ການກ່ຽວຂ້ອງທີ່ອາດຈະມາຈາກການສັກວັກຊີນປ້ອງກັນໂຄວິດ-19 ນັ້ນບໍ່ພົບວ່າມີການເຊື່ອມໂຍງກ່ຽວຂ້ອງກັນ.
ອ້າງອີງ:
https://www.reuters.com/…/around-190-cases-acute…/