ອຸດົມໄຊລະດົມຊາວໜຸ່ມຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ

ອຸດົມໄຊລະດົມຊາວໜຸ່ມຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ - WhatsApp Image 2017 08 09 at 12 - ອຸດົມໄຊລະດົມຊາວໜຸ່ມຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ
ອຸດົມໄຊລະດົມຊາວໜຸ່ມຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ - kitchen vibe - ອຸດົມໄຊລະດົມຊາວໜຸ່ມຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ

ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ພາຍຫລັງສະພາບນໍ້າໄດ້ບົກແຫ້ງກັບສູ່ພາວະປົກກະຕິແລ້ວ, ອໍານາດການປົກຄອງແຂວງອຸດົມໄຊ ກໍໄດ້ຮີບຮ້ອນແກ້ໄຂບັນດາພື້ນຖານໂຄງລ່າງຕ່າງໆທີ່ໄດ້ຮັບຜົນເສຍຫາຍໃຫ້ສາມາດກັບຄືນສູ່ສະພາບປົກກະຕິໂດຍໄວ, ໂດຍສະເພາະໄດ້ລະດົມກໍາລັງຊາວໜຸ່ມຈາກຂົງເຂດຕ່າງໆ ຄືກໍາລັງ ປກຊ-ປກສ ແລະ ພະແນກການຕ່າງໆ ເພື່ອເຂົ້າຊ່ວຍເຫລືອຟື້ນຟູສະພາບຄວາມເສຍຫາຍທີ່ເກີດຂຶ້ນ ເຊັ່ນ: ການສ້ອມແປງຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ, ສ້ອມແປງເຮືອນຊານປະຊາຊົນທີ່ເປ່ເພ ແລະ ອານາໄມເສດດິນ, ເສດໄມ້ຕ່າງໆທີ່ຄ້າງຢູ່ຕາມຖະໜົນຫົນທາງໃນເທດສະບານເມືອງ, ພ້ອມທັງເຂົ້າຊ່ວຍເຫລືອເຮັດອານາໄມທໍາຄວາມສະອາດເຮືອນຊານປະຊາຊົນໃນບັນດາບ້ານທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດຄັ້ງນີ້ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີກໍາລັງໃຈດີຂຶ້ນ. ສ່ວນມູນຄ່າຄວາມເສຍຫາຍຈາກເຫດການນໍ້າຖ້ວມຄັ້ງນີ້ແມ່ນຢູ່ໃນຂັ້ນຕອນການປະເມີນຂອງອໍານາດການປົກຄອງແຂວງ ເພື່ອຈະໄດ້ສະເໜີລັດຖະບານ ແລະ ກະກຽມແຜນຟື້ນຟູຊ່ວຍເຫລືອໃນຂັ້ນຕໍ່ໄປ.

 

ອຸດົມໄຊລະດົມຊາວໜຸ່ມຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ - Visit Laos Visit SALANA BOUTIQUE HOTEL - ອຸດົມໄຊລະດົມຊາວໜຸ່ມຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ
ອຸດົມໄຊລະດົມຊາວໜຸ່ມຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ - 4 - ອຸດົມໄຊລະດົມຊາວໜຸ່ມຊ່ວຍເຫລືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!