ປກສ ເມືອງສີສັດຕະນາກສາມາດຈັບຜູ້ຕ້ອງຫາປຸ້ນຈີ້-ຊີງຊັບຕົວອັນຕະລາຍມາດຳເນີນຄະດີ
August 9, 2017 - 6:40 PM


ວັນທີ 9 ສິງຫານີ້, ປກສ ເມືອງສີສັດຕະນາກນະຄອນຫລວງວຽງຈັນ, ໄດ້ນຳກຳລັງເຂົ້າຈັບກຸມທ້າວ ແໜ່ງ ອາຍຸ 31 ປີ ແລະ ທ້າວ ສີອຸ້ຍ ອາຍຸ 30 ປີ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກນະຄອນຫລວງວຽງຈັນ, ພ້ອມຂອງກາງອາວຸດປືນສັ້ນ 1 ກະບອກ ແລະ ລົດຈັກຮອນດາເວບ 2 ຄັນ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນຜ່ານມາ, ຜູ້ຕ້ອງຫາທັງສອງໄດ້ເຄື່ອນໄຫວກໍ່ເຫດປຸ້ນຈີ້-ຊີງຊັບຂອງປະຊາຊົນ ຢູ່ເຂດນະຄອນຫລວງວຽງຈັນມາແລ້ວຫລາຍຄັ້ງ ຄື: ໃນເດືອນກໍລະກົດຜ່ານມາ, ພວກກ່ຽວໄດ້ຮ່ວມກັນກໍ່ເຫດດຶງກະເປົາຂອງປະຊາຊົນທີ່ກຳລັງຂີ່ລົດຈັກຢູ່ເຂດເສັ້ນທາງຕັດໃໝ່ໂພນສີນວນຕໍ່ໜ້າສະຖານກົງສູນປະເທດໄທ ແລະ ລາກແກ່ຍາວໄປຫລາຍແມັດເຮັດໃຫ້ຜູ້ຂັບລົດໄດ້ຮັບບາດເຈັບ ແລະ ຫລາຍກໍລະນີອື່ນໆອີກ, ກ່ອນຈະມາຖືກເຈົ້າໜ້າທີ່ຈັບຕົວດຳເນີນຄະດີ.