10-13 ສິງຫານີ້ຈະມີຝົນຕົກຟ້າຄະນອງເປັນບໍລິເວນກວ້າງ

10-13 ສິງຫານີ້ຈະມີຝົນຕົກຟ້າຄະນອງເປັນບໍລິເວນກວ້າງ - source - 10-13 ສິງຫານີ້ຈະມີຝົນຕົກຟ້າຄະນອງເປັນບໍລິເວນກວ້າງ
10-13 ສິງຫານີ້ຈະມີຝົນຕົກຟ້າຄະນອງເປັນບໍລິເວນກວ້າງ - kitchen vibe - 10-13 ສິງຫານີ້ຈະມີຝົນຕົກຟ້າຄະນອງເປັນບໍລິເວນກວ້າງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 10-13 ສິງຫາ ນີ້, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງເພີ່ມຂຶ້ນພັດປົກຄຸມຢູ່ທົ່ວທຸກພາກ ຂອງລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງເປັນ ບໍລິເວນກວ້າງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກ ເໜືອຄື: ພາກເໜືອດ້ານຕາເວັນອອກ: ຝົນຍັງຈະສືບຕໍ່ຕົກໃນລະດັບປານກາງຫາ ໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກເໜືອດ້ານຕາເວັນຕົກ: ຝົນຍັງຈະສືບຕໍ່ຕົກ ໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 31-33 ອົງສາ; ນະຄອນ ຫລວງວຽງຈັນ: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍຫາຕົກໜັກເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 30-32 ອົງສາ; ພາກໃຕ້: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ, ພ້ອມມີລົມພັດ ແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ.

ຂະນະດຽວກັນ ກົມອຸຕຸ ຍັງໄດ້ພະຍາກອນລະດັບນ້ຳຂອງ ແລະ ແມ່ນ້ຳ ສາຂາ ໃນລະຫວ່າງວັນທີ 10-11 ສິງຫານີ້ວ່າ: ຢູ່ຫລວງພະບາງ (ນ້ຳຂອງ) ເພີ່ມຂຶ້ນເປັນ 11,47-11,51 ແມັດ (ເຂດລະວັງໄພ 17,50 ແມັດ ແລະ ເຂດ ອັນຕະລາຍ 18 ແມັດ), ສ່ວນຢູ່ນະຄອນຫລວງວຽງຈັນ ຫລັກ4 (ນ້ຳຂອງ) 8,07-8,25 ແມັດ (ເຂດລະວັງໄພ 11,50 ແມັດ ແລະ ເຂດອັນຕະລາຍ 12,50 ແມັດ); ປາກຊັນ (ນ້ຳຂອງ) 10,30-10,70 ແມັດ (ເຂດລະວັງໄພ 13,50 ແມັດ ແລະ ເຂດອັນຕະລາຍ 14,50 ແມັດ); ທ່າແຂກ (ນ້ຳຂອງ) 10,38-10,42 ແມັດ (ເຂດອັນຕະລາຍ 13 ແມັດ ແລະ ເຂດອັນຕະລາຍ 14 ແມັດ); ສະຫວັນນະເຂດ (ນ້ຳຂອງ) ຂຶ້ນເປັນ 9,54-9,54 ແມັດ (ເຂດລະວັງ ໄພ 12 ແມັດ ແລະ ເຂດອັນຕະລາຍ 13 ແມັດ); ປາກເຊ (ນ້ຳຂອງ) 10,38-10,42 ແມັດ (ເຂດລະວັງໄພ 11 ແມັດ ແລະ ເຂດອັນຕະລາຍ 12 ແມັດ), ມະຫາໄຊ (ເຊບັ້ງໄຟ) 14,30-14,43 ແມັດ (ເຂດລະວັງໄພ 14 ແມັດ ແລະ ເຂດອັນຕະລາຍ 15 ແມັດ); ຂົວເຊ (ເຊບັ້ງໄຟ) 19,23-19,34 ແມັດ (ເຂດລະວັງໄພ 17,50 ແມັດ ແລະ ເຂດອັນຕະລາຍ 18,50 ແມັດ); ໜ້າເຂື່ອນນ້ຳງື່ມ 205,77-205,92 ແມັດ (ເຂດລະວັງໄພ 212 ແມັດ ແລະ ເຂດອັນຕະລາຍ 212,31 ແມັດ).

10-13 ສິງຫານີ້ຈະມີຝົນຕົກຟ້າຄະນອງເປັນບໍລິເວນກວ້າງ - Visit Laos Visit SALANA BOUTIQUE HOTEL - 10-13 ສິງຫານີ້ຈະມີຝົນຕົກຟ້າຄະນອງເປັນບໍລິເວນກວ້າງ
10-13 ສິງຫານີ້ຈະມີຝົນຕົກຟ້າຄະນອງເປັນບໍລິເວນກວ້າງ - 5 - 10-13 ສິງຫານີ້ຈະມີຝົນຕົກຟ້າຄະນອງເປັນບໍລິເວນກວ້າງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!