ນາດາລ ຜ່ານເຂົ້າຮອບ 16 ຄົນສຸດທ້າຍເຕັນນິສ ໄມອາມີ ໂອເພນ
March 27, 2017 - 5:36 PM


ດ້ານ ນິຊິໂກຣິ ມືວາງອັນ ດັບ 2 ຂອງລາຍການຈາກ ຢິ່ປຸ່ນ ເອົາຊະນະ ເຟີນານໂດ ເບດາສໂກ ມືວາງອັນດັບ 25 ຂອງລາຍ ການ 2-1 ເຊັດ 7-6, 6-7, 6-1. ເຂົ້າຮອບ 16 ຄົນສຸດທ້າຍໄປພົບ ກັບ ເຟເດຣິໂກ ເດລໂບນິສ ຈາກ ອາເຈຕິນາ ທີ່ເອົາຊະນະ ແຍນ ເລນນາດ ສະຕຣຸຟ ຈາກ ເຢຍລະ ມັນ 2-0 ເຊັດ 7-6,6-1. ຂະນະ ທີ່ ມິລອສ ຣາໂອນິກ ມືວາງອັນ ດັບ 3 ຈາກ ແຄນາດາ ຕົກຮອບ ໄປຢ່າງໜ້າເສຍດາຍ ຫລັງຖອນ ໂຕຈາກເກມທີ່ຈະພົບກັບ ຈາເຣດ ໂດນັລສັນ ຈາກ ສະຫະລັດ ເນື່ອງ ຈາກອາການບາດເຈັບກ້າມເນື້ອຕົ້ນຂາດ້ານຫລັງຂ້າງຂວາ ເຊິ່ງ ກ່ອນໜ້ານີ້ລາວເອງເຄີຍເຈັບ ບ່ອນດຽວກັນຈົນຕ້ອງພັກຍາວ ໂດຍ ໂດນັລສັນ ຈະພົບກັບ ແຈັກ ຊ໊ອກ ໝູ່ຮ່ວມຊາດ ມືວາງອັນດັບ 13 ຂອງລາຍການທີ່ເອົາຊະນະ ຍິຣີ ເວເຊລີ ຈາກ ສ.ເຊັກ 2-0 ເຊັດ 6-3, 7-6. ໃນຮອບ 16 ຄົນສຸດທ້າຍຕໍ່ໄປ.