ຕໍາຫລວດລາວສາມາດຈັບເຄືອຂ່າຍຄ້າຢາເສບຕິດຂ້າມຊາດລາຍໃຫຍ່


ກົມຕໍາຫລວດຕ້ານ ແລະ ສະກັດກັ້ນຢາເສບຕິດ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການລັກລອບຊື້-ຂາຍຢາບ້າເປັນຈໍານວນຫລາຍຢູ່ເຮືອນພັກແຫ່ງໜຶ່ງໃນເຂດບ້ານສົມສະຫວັນເມືອງໄຊທານີນະຄອນຫລວງວຽງຈັນ, ຈຶ່ງໄດ້ຈັດກໍາລັງລົງຕິດຕາມເປົ້າໝາຍ ແລະ ໃນທ້າຍອາທິດຜ່ານມາກໍສາມາດຈັບຕົວຜູ້ຫາໄດ້ຄື: ທ້າວ ອ້າຍເຫລັກ ອາຍຸ 35 ປີຢູ່ບ້ານ ແລະ ເມືອງແມ່ສາຍແຂວງຈຽງລາຍປະເທດມຽນມາ ພ້ອມຂອງກາງຢາບ້າ 168 ພັນເມັດ, ໂທລະສັບ 1 ໜ່ວຍ ແລະ ເງິນຈໍານວນໜຶ່ງ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າດັ່ງກ່າວເປັນຂອງຕົນແທ້, ເຊິ່ງຮັບມາຈາກຂະບວນການຄ້າຢາເສບຕິດໃນປະເທດຂອງຕົນ ເພື່ອເອົາມາສົ່ງໃຫ້ລູກຄ້າຢູ່ນະຄອນຫລວງວຽງຈັນ ແລະ ໃນຂະນະນັ້ນຈຶ່ງຖຶກເຈົ້າໜ້າທີ່ເຂົ້າກວດຄົ້ນ ແລະ ຈັບຕົວໄດ້ ແລະ ປັດຈຸບັນ ເຈົ້າໜ້າທີ່ພວມຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້.
ຂ່າວໃຫ້ຮູ້ອີກວ່າ: ເມື່ອເດືອນກໍລະກົດຜ່ານມາ, ເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນຢາເສບຕິດຂະຄອນຫລວງວຽງຈັນ ກໍສາມາດຈັບຕົວຜູ້ຕ້ອງຫາເຄືອຂ່າຍຢາເສບຕິດໄດ້ຫລາຍຄົນຄື: ນາງ ຂວັນໃຈ ອາຍຸ 47 ປີ, ນາງ ວຽງສະໄໝ (ແດງ) ອາຍຸ 41 ປີຢູ່ບ້ານນາໄຫເມືອງຫາດຊາຍຟອງ, ທ້າວ ອາຍີ້ ອາຍຸ 20 ປີ, ນາງ ກອງ ອາຍຸ 20 ປີ, ທ້າວ ອ້າຍ ອາຍຸ 19 ປີ, ທ້າວ ອາຊາງ ອາຍຸ 18 ປີຢູ່ບ້ານໃໝ່ແຂວງທ່າຂີ້ເຫລັກປະເທດມຽນມາ, ເຊິ່ງໄດ້ມາພັກເຊົາຢູ່ບ້ານໂຊກນ້ອຍເມືອງໄຊເສດຖານະຄອນຫລວງວຽງຈັນ, ທ້າວ ໜູກອນ ອາຍຸ 31 ປີ ແລະ ນາງ ສ້ອຍສຸດາ ອາຍຸ 28 ປີທັງສອງເປັນຜົວເມຍກັນຢູ່ບ້ານໂພນສະອາດເມືອງ ແລະ ແຂວງຫລວງພະບາງ ພັກເຊົາຢູ່ບ້ານໂນນສະຫວ່າງເມືອງໄຊເສດຖານະຄອນຫລວງວຽງຈັນ, ທ້າວ ຕາ ອາຍຸ 36 ປີ ແລະ ນາງ ປານີ ອາຍຸ 24 ປີທັງສອງເປັນຜົວເມຍກັນຢູ່ບ້ານຈໍາປາເມືອງສີໂຄດຕະບອງນະຄອນຫລວງວຽງຈັນ, ພ້ອມຂອງກາງຢາບ້າ 170 ພັນກວ່າເມັດ ແລະ ອາວຸດປືນຍາວ 1 ກະບອກ, ປືນສັ້ນ 2 ກະບອກ ແລະ ລູກປືນຈໍານວນໜຶ່ງ, ໂທລະສັບ 9 ໜ່ວຍ ແລະ ວັດຖຸອື່ນໆຈໍານວນໜຶ່ງ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີ, ພ້ອມທັງຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.
ຂາບ-ພາບ : ຫນັງສືພິມ ປກສ