ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ

ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ - wee12 - ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ
ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ - kitchen vibe - ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ

ໃນວັນທີ 8 ສິງຫາ ນີ້, ທ່ານ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິ ກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການຜະ ລິດແຂວງເຊກອງ ແລະ ໄດ້ເຂົ້າ ພົບປະທ່ານ ສີດາ ສຸວັນນະສາຍ ຮອງເຈົ້າແຂວງເຊກອງ ເພື່ອປຶກ ສາຫາລືບາງວຽກງານທີ່ຕິດ ພັນກັບຂະແໜງກະສິກໍາ ແລະ ປ່າໄມ້ ໂດຍສະເພາະວຽກງານ ທີ່ ກ່ຽວຂ້ອງກັບ ແຜນພັດທະນາ ຂອງກະຊວງກະສິກໍາ ແລະ ປ່າ ໄມ້ທີ່ໄດ້ກໍານົດເອົາໄວ້ 3 ເສົາຄໍ້າ, ພ້ອມໄດ້ຮັບຟັງການລາຍງານ ຜົນເສຍຫາຍຂອງເນື້ຶອທີ່ການ ຜະລິດທີ່ໄດ້ຮັບຜົນກະທົບ ຈາກພາຍຸຊັງກາ ໃນລະຫວ່າງ ວັນທີ 25- 28 ກໍລະກົດ ຜ່ານ ມາ. ແລະ ໃນວັນດຽວກັນ ທ່ານ ຮອງລັດຖະມົນຕີ ໄດ້ລົງຢ້ຽມ ຢາມເນື້ອທີ່ການຜະລິດເຂດ ເປົ້າໝາຍໂຄງການຝົນຝ່ອຍ ໄລຍະ 3 ເພື່ອສົົ່ງເສີມການປູກ ຜັກ ແລະ ປູກກາເຟ ເປັັນສິນຄ້າ ຢູ່ພູພຽງບໍລະເວນ.

 

ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ - Visit Laos Visit SALANA BOUTIQUE HOTEL - ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ

 

 

ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ - df9 - ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ

 

 

+ ຮອງລັດຖະມົນຕີກະຊວງ ຍທຂ ເຜີຍການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຄືບໜ້າຫລາຍກວ່າ 20%

+ ການນຳກະຊວງກະສິກຳ ແລະ ປ່າໄມ້ລົງຊຸກຍູ້ການຜະລິດແຂວງສາລະວັນ

 

 

ຮອງຫົວໜ້າ ພະແນກກໍາ ສິ ແລະ ປ່າໄມ້ແຂວງເຊກອງ ໃຫ້ຮູ້ວ່າ: ການຜະລິດນາແຊງ ສາມາດບັນລຸໄດ້ 4.480 ໂຕນ, ໃນເນື້ອທີ່ 830 ເຮັກຕາ, ສ່ວນ ການປູກເຂົ້ານາປີມາຮອດປັດ ຈຸບັນສາມາດປັກດໍາສໍາເລັດ ແລ້ວ 100% ຂອງເນື້ອທີ່ທັງ ໝົດ 10.200 ກວ່າເຮັກຕາ, ສ່ວນການປູກພືດອື່ນໆ ແຂວງ ໄດ້ເລັ່ງໃສ່ປູກຕົ້ນຢາງພາລາ, ກາເຟ, ໜໍ່ໄມ້ຝຣັ່ງ, ໝາກນອດ ແລະ ຖົ່ວດິນ ແລະ ສາມາດສົ່ງ ອອກ ສສ ຫວຽດນາມ, ໄທ ແລະ ຍີ່ປຸ່ນໄດ້ແລ້ວຫຼາຍກວ່າ 535 ພັນໂຕນ.

ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ - 3 - ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!