ໄຕ້​ໄຟ​​ສະ​ຫລອງ​ການ​ເຂົ້າ​ເປັນ​ສະມາ​ຊິກ​ອາ​ຊຽນ​ຄົບຮອບ 20 ປີ​

ໄຕ້​ໄຟ​​ສະ​ຫລອງ​ການ​ເຂົ້າ​ເປັນ​ສະມາ​ຊິກ​ອາ​ຊຽນ​ຄົບຮອບ 20 ປີ​ - 20728754 1460528204040671 3224388935147676 o - ໄຕ້​ໄຟ​​ສະ​ຫລອງ​ການ​ເຂົ້າ​ເປັນ​ສະມາ​ຊິກ​ອາ​ຊຽນ​ຄົບຮອບ 20 ປີ​
ໄຕ້​ໄຟ​​ສະ​ຫລອງ​ການ​ເຂົ້າ​ເປັນ​ສະມາ​ຊິກ​ອາ​ຊຽນ​ຄົບຮອບ 20 ປີ​ - kitchen vibe - ໄຕ້​ໄຟ​​ສະ​ຫລອງ​ການ​ເຂົ້າ​ເປັນ​ສະມາ​ຊິກ​ອາ​ຊຽນ​ຄົບຮອບ 20 ປີ​

  ​ເພື່ອ​ເປັນ​ການ​ສະ​ເຫລີ​ມສະຫລອງການ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນຄົບຮອບ 20 ປີ (23 ກໍລະກົດ 1997-23 ກໍລະກົດ 2017) ​ແລະ ວັນ​ສ້າງ​ຕັ້ງ​ອາ​ຊຽນ ຄົບຮອບ 50 ປີ (8 ສິງຫາ 1967-8 ສິງຫາ 2017) ສປປ ລາວ ​ໄດ້​ຈັດ​ພິທີ​ໃຕ້​ໄຟ​ສີຟ້າ, ແດງ ແລະ ເຫລືອງໃສ່​ປະຕູ​ໄຊ ໃນນະຄອນຫລວງວຽງຈັນໃນຄືນວັນທີ 8 ສິງຫານີ້, ໂດຍການເຂົ້າຮ່ວມ​ຂອງ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ແລະ ທູຕານຸທູດ​, ພ້ອມ​ດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆປະຈຳລາວ​​ເຂົ້າ​ຮ່ວມນຳດ້ວຍ.

ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ໄດ້ກ່າວໃນພິທີວ່າ: ຕະຫລອດ​ໄລຍະ​ຜ່ານ​ມາ, ອາ​ຊຽນ​ໄດ້​ສຸມ​ໃສ່​ການ​ເຊື່ອມ​ໂຍງ​ພາກ​ພື້ນ​ ​ແລະ ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ, ອັນ​ໄດ້​ນຳ​ມາສູ່​ການ​ປະກາດ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31 ທັນວາ 2015 ທີ່​ປະກອບ​ດ້ວຍ 3 ​ເສົ້າ​ຄ້ຳ​ຄື: ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​, ປະຊາ​ຄົມ​ເສດຖະກິດ​ ​ແລະ ປະຊາ​ຄົມ​ວັດທະນະທຳ-ສັງຄົມ​, ພ້ອມ​ນີ້, ອາ​ຊຽນຍັງ​ໄດ້​ຮັດ​ແໜ້ນ​ການ​ພົວພັນ​ກັບ​ພາຍ​ນອກ ໂດຍ​ໄດ້​ຂະຫຍາຍ​ການ​ເປັນ​ຄູ່​ຮ່ວມ​ເຈລະຈາ ກວມ​ເອົາ​ບັນດາ​ປະ​ເທດ​ໃຫຍ່​ໃນ​​ໂລກ, ​ໂດຍ​ຜ່ານ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ອາ​ຊຽນ​ເປັນ​ຜູ້​ລິ​ເລີ່​ມ, ຊຶ່ງ​ບໍ່​ພຽງ​ແຕ່​ສຳລັບ​ໃຫ້​ອາ​ຊຽນພົວພັນ​ຮ່ວມ​ມື​ກັບ​ຄູ່​ເຈລະຈາ​ຂອງ​ຕົນ ​ແລະ ຄູ່​ຮ່ວມ​ມື​ພາຍ​ນອກ​ອື່ນໆ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ເວທີ​​ໃຫ້​ຄູ່​ເຈລະຈາ ​ແລະ ຄູ່​ຮ່ວມ​ມື​ພາຍ​ນອກ​ອື່ນໆ ລວມທັງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​​ໄດ້​ພົບ​ປະ​ປຶກສາ​ຫາລື​ກັນ, ​ປກອບສ່ວນ​ເຂົ້າ​ໃນ​ການ​ສົ່​ງ​ເສີມ​ຄວາ​ມ​ເຂົ້າ​ໃຈ​ ​ແລະ ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈຊຶ່ງກັນ ແລະ ກັນ, ເພື່ອສົ່​ງ​ເສີມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນກໍ​ຄື​ໃນ​ໂລກ.

ໄຕ້​ໄຟ​​ສະ​ຫລອງ​ການ​ເຂົ້າ​ເປັນ​ສະມາ​ຊິກ​ອາ​ຊຽນ​ຄົບຮອບ 20 ປີ​ - Visit Laos Visit SALANA BOUTIQUE HOTEL - ໄຕ້​ໄຟ​​ສະ​ຫລອງ​ການ​ເຂົ້າ​ເປັນ​ສະມາ​ຊິກ​ອາ​ຊຽນ​ຄົບຮອບ 20 ປີ​

ນັບ​ແຕ່​ ສປປ ລາວ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ​ໃນ​ປີ 1997 ອາ​ຊຽນ​ໄດ້​ກາຍ​ເປັນ​ເສົ້າ​ຄ້ຳ​ໜຶ່ງ​ທີ່​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລາວ, ຕະຫລອດ​ໄລຍະ​ສອງ​ທົດ​ສະ​ວັດ​ຜ່າ​ນມາ ສປປ ລາວ​ ​​ໄດ້ເຄື່ອນ​ໄຫວ​ວຽກ​ງານ​ອາ​ຊຽນຢ່າງ​ຕັ້ງໜ້າ​ໃນ​ທຸກໆ​ຂົງ​ເຂດ​ການ​ຮ່ວມ​ມື​ພາຍ​ໃຕ້ 3 ​ເສົ້າ​ຄ້ຳ​ປະຊາ​ຄົມ​ອາ​ຊຽນ ລວມທັງ​ການ​ພົວພັນ​ກັບ​ພາຍ​ນອກ​ຂອງ​ອາ​ຊຽນ ​ແລະ ​ໄດ້​ປະຕິບັດ​ພັນ​ທະ​ຕ່າງໆ​ຂອງ​ຕົນ ອັນ​ໄດ້​ນຳ​ຜົນ​ປະ​ໂຫຍ​ດມາສູ່​ປະ​ເທດ​ຊາດ ​ແລະ ປະຊາຊົນ​ລາວ, ​ຂະນະ​ດຽວ​ກັນ ສປປ ລາວ ກໍ​ໄດ້ຮັບ​ກຽດ​ເປັນ​ປະທານ​ອາ​ຊຽນຄັ້ງ​ທີ 2 ​ໃນ​ປີ 2016 ພາຍ​ໃຕ້​ຄຳ​ຂວັນ: “ຫັນ​ວິ​ໄສ​ທັດ​ໃຫ້​ເປັນ​ຮູບ​ປະ​ທຳ ​ເພື່ອ​ຄວາມ​ເຂັ້ມ​ແຂງ​ຂອງ​ປະຊາ​ຄົມ​ອາ​ຊຽນ”, ​ພ້ອມ​ນີ້ ຍັງ​​ໄດ້​ສຳ​ເລັດ​ການ​ສ້າງ​ເອກະສານ​ຫລາຍ​ສະບັບ ອັນ​ເປັນ​ພື້ນຖານໃຫ້ແກ່​ການ​ຮ່ວມ​ມື​ພາຍ​ໃນ​ອາ​ຊຽນພາຍ​ໃຕ້ 3 ​ເສົາ​ຄ້ຳ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ພາຍ​ນອກ, ​ຊຶ່ງ​ຜົນສຳ​ເລັດ​ດັ່ງກ່າວ​ມັນ​ໄດ້​ສົ່ງ​ເສີມຖານະ​ບົດບາດ​ຂອງ​ລາວ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ​ນັບມື້​ສູງ​ເດັ່ນ​ຂຶ້ນ.

ໄຕ້​ໄຟ​​ສະ​ຫລອງ​ການ​ເຂົ້າ​ເປັນ​ສະມາ​ຊິກ​ອາ​ຊຽນ​ຄົບຮອບ 20 ປີ​ - 4 - ໄຕ້​ໄຟ​​ສະ​ຫລອງ​ການ​ເຂົ້າ​ເປັນ​ສະມາ​ຊິກ​ອາ​ຊຽນ​ຄົບຮອບ 20 ປີ​
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!