ລາວ-ຫວຽດນາມສືບຕໍ່ຮ່ວມມືດ້ານປະກັນໄພເງິນຝາກ


ລາວ-ຫວຽດນາມສືບຕໍ່ພົວພັນຮ່ວມມືດ້ານປະກັນໄພເງິນ ຝາກ, ເຊິ່ງຄັ້ງຫລ້າສຸດກໍໄດ້ມີ ການພົບປະກັນລະຫວ່າງ ຜູ້ບໍລິ ຫານລະດັບສູງຂອງວຽກງານ ດັ່ງກ່າວໃນວັນທີ 9-10 ສິງຫານີ້ ທີ່ນະ ຄອນຫລວງວຽງຈັນ ແລະ ໄດ້ຈັດສຳມະນາພາຍໃຕ້ຫົວຂໍ້: “ວຽກງານປະກັນໄພເງິນຝາກ” ໂດຍການເຂົ້າຮ່ວມຂອງທ່ານ ນາງ ແສງດາວວີ ວົງຄໍາຊາວ ຜູ້ອໍານວຍການ ກອງທຶນປົກ ປ້ອງຜູ້ຝາກເງິນ (ກທປ) ທະ ນາຄານ ແຫ່ງ ສປປ ລາວ ແລະ ທ່ານ ວູວັນລອງ ຮອງຜູ້ອໍານວຍ ການ ໃຫຍ່ປະກັນ ໄພເງິນຝາກ ຫວຽດນາມ.


+ ຄວາມສາມັກຄີ ລາວ-ຫວຽດນາມ ຄວາມສໍາພັນແຫ່ງຍອດຕໍານານ
+ ນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມລາວ ຢ່າງເປັນທາງການ
ການສໍາມະນາຄັ້ງນີ້, ໄດ້ ນໍາສະເໜີເນື້ອໃນບັນຫາພາ ລະບົດບາດ, ສິດ ແລະ ໜ້າທີ່ ຂອງວຽກງານຈັດຕັ້ງພະນັກ ງານປະກັນ ໄພເງິນຝາກຫວຽດ ນາມໂດຍ ມີພື້ນຖານດ້ານນິຕິ ກໍາ, ທີ່ຕັ້ງ ແລະ ພາລະບົດບາດ, ສິດ ແລະ ການປະຕິບັດໜ້າທີ່, ພ້ອມດຽວກັນຍັງໄດ້ນໍາສະເໜີ ວຽກງານຂອງຫ້ອງການ ແລະ ການເຄື່ອນໄຫວ ວຽກງານກວດ ກາພາຍໃນຂອງປະກັນໄພເງິນຝາກຫວຽດນາມ, ໂດຍມີນັກ ກວດກາ, ຄະນະກວດກາພາຍ ໃນ ແລະ ພະແນກກວດກາພາຍ ໃນ, ເຊິ່ງນັກກວດກາໄດ້ຮັບ ການແຕ່ງຕັ້ງຈາກຜູ້ວ່າ ການທະ ນາຄານແຫ່ງລັດຫວຽດນາມ ເພື່ອຮັບປະກັນໃນການ ເຄື່ອນ ໄຫວໃຫ້ຖືກຕ້ອງຕາມແນວ ທາງ, ມາດຕະການໃນການຈັດ ຕັ້ງປະຕິບັດໜ້າທີ່ໃຫ້ມີຜົນສັກ ສິດ ແລະ ມີປະສິດທິຜົນ.
ໃນໂອກາດດຽວກັນນັ້ນ, ປະກັນໄພເງິນຝາກຫວຽດນາມ ໄດ້ມີການແລກປ່ຽນບົດຮຽນ ນໍາກອງທຶນປົກປ້ອງຜູ້ຝາກ ເງິນ ຂອງລາວເປັນຕົ້ນແມ່ນບົດ ຮຽນໃນການສ້າງພື້ນຖານ ທາງ ນິຕິກໍາຂອງປະກັນໄພເງິນຝາກ, ຂະບວນການກະກຽມ ເຂົ້າເປັນ ສະມາຊິກປະກັນໄພ ເງິນຝາກ ສາກົນ, ບັນດາໜ້າວຽກໃນ ການຄຸ້ມຄອງການເງິນ, ການ ຈ່າຍຄືນເງິນຝາກ, ການເກັບ ເບ້ຍປະກັນ, ນະໂຍບາຍການສື່ ສານ, ກົນໄກຄຸ້ມຄອງສະມາຊິກ ປະກັນໄພ ເງິນ ຝາກ, ວິເຄາະສະ ຖາບັນການເງິນ, ການຄົ້ນຄວ້າ ແລະ ການພົວພັນສາກົນ, ກວດ ກາເງິນຝາກ ແລະ ອັດຕາເກັບ ເບ້ຍປະກັນ ແລະ ຈາກນັ້ນຍັງ ຈະໄດ້ມີກອງປະຊຸມພົບປະ 2 ຝ່າຍ ແລະ ການເຊັນບົດບັນ ທຶກຄວາມເຂົ້າໃຈລະຫວ່າງ ກອງທຶນປົກປ້ອງຜູ້ຝາກເງິນ ແລະ ປະກັນໄພເງິນຝາກຫວຽດ ນາມ.
ທ່ານຜູ້ອໍານວຍການ ກທປ ໄດ້ກ່າວວ່າ: ວຽກງານປະກັນ ໄພເງິນຝາກເປັນວຽກງານທີ່ ສໍາຄັນໃນການສ້າງຄວາມເຊື່ອໝັ້ນໃຫ້ແກ່ມວນຊົນ ກໍຄືຜູ້ທີ່ ຝາກເງິນໄວ້ນໍາບັນດາທະນາ ຄານ, ສະຖາບັນການເງິນ ຕ່າງໆທີ່ນອນຢູ່ໃນຂອບເຂດ ການປົກປ້ອງຂອງລະບົບປະ ກັນໄພເງິນຝາກ ທັງເປັນການປະ ກອບສ່ວນໃນການຮັກສາສະ ຖຽນລະພາບທາງດ້ານການ ເງິນໂດຍລວມອີກດ້ວຍ, ທ່ານ ຮອງຜູ້ອໍານວຍການໃຫຍ່ປະ ກັນໄພເງິນຝາກຫວຽດນາມຍັງແຈ້ງວ່າ: ວຽກງານຈັດຕັ້ງ-ພະ ນັກງານ ໃຫ້ມີຄວາມສາມາດ, ຄວາມຮູ້ດ້ານວິຊາສະເພາະ ເພື່ອເຮັດສໍາເລັດໜ້າທີ່ວຽກ ງານ, ວຽກງານກວດກາພາຍ ໃນແມ່ນຊ່ວຍຫລຸດຜ່ອນຄວາມ ຜິດພາດ, ມີມາດຕະການໃນ ການແກ້ໄຂບັນຫາທີ່ມີປະສິດ ທິພາບ.