ທີມຊາດຮອລແລນ ປົດ ແດນນີ ອອກຈາກຕຳແໜ່ງຜູ້ຈັດການແລ້ວ
March 27, 2017 - 5:33 PM


ການເສຍໃນນັດນີ້ສົ່ງຜົນໃຫ້ ຮອລແລນ ຕົກໄປຢູ່ອັນດັບ 4 ຂອງກຸ່ມ ມີພຽງ 7 ຄະແນນ ໂດຍ ຫ່າງຈາກ ຝຣັ່ງ ຜູ້ນຳກຸ່ມເຖິງ 6 ຄະແນນ ແລະ ສຸ່ມສຽງຕໍ່ການ ບໍ່ໄດ້ໄປຫລິ້ນໃນຮອບສຸດທ້າຍທີ່ ປະເທດຣັດເຊຍ ໃນປີ 2018 ດ້ວຍເຫດຜົນນີ້ເຮັດໃຫ້ ສະມາຄົມ ບານເຕະຮອລແລນ ຈຳເປັນຕ້ອງ ມີການປ່ຽນແປງ.
ຖະແຫຼງການຂອງ ສະມາ ຄົມບານເຕະຮອລແລນ ລະບຸວ່າ: “ເຮົາເຄົາລົບຕໍ່ສິ່ງທີ່ ແດນນີ ເຮັດ ເພື່ອເຮົາ ແລະ ເພື່ອທີມຊາດໃນ ໄລຍະທີ່ດຳລົງຕຳແໜ່ງຢູ່ແຕ່ ເພາະຜົນການແຂ່ງຂັນດ້ານກິລາມັນຈຶ່ງເປັນເລື່ອງໂຊກຮ້າຍ ຫລາຍທີ່ເຮົາຜິດຫວັງກັບສິ່ງນີ້ ແລະ ເພາະການຜ່ານຮອບຄັດ ເລືອກບານໂລກທີ່ ປະເທດຣັດ ເຊຍ ຕອນນີ້ເປັນເລື່ອງຍາກລຳ ບາກຈິງ ມັນເປັນໂຊກຮ້າຍທີ່ເຮົາ ຈຳເປັນຕ້ອງປົດລາວ”.