ເຢເມນອາດຕ້ອງປິດທະນາຄານເລືອດ ເພາະຂາດເຂີນທຶນຮອນ


ຜູ້ອຳນວຍການທະນາຄານເລືອດແຫ່ງຊາດຂອງເຢເມນຖະແຫລງວ່າ: ອາດຕ້ອງປິດທະນາຄານເນື່ອງຈາກຂາດເຂີນເງິນທຶນສະໜັບສະໜູນ ພາຍຫລັງອົງການແພດການກຸສົນສາກົນພິຈາລະນາລະງັບການໃຫ້ເງິນສະໜັບສະໜູນທີ່ມີມາໄລຍະເວລາ 2 ປີ.
ເຖິງຢ່າງໃດກໍຕາມ, ອົງການອະນາໄມໂລກຖະແຫລງວ່າ: ຈະພະຍາຍາມຫາທາງຈັດສັນການຊ່ວຍເຫລືອໃຫ້ຕໍ່ໄປ. ເຈົ້າໜ້າທີ່ກ່າວວ່າ: ຜູ້ປ່ວຍພະຍາດເລືອດຈາງທາລັດຊີເມຍ, ມະເຮັງ ແລະ ໄຕວາຍ ລວມທັງເຫຍື່ອສົງຄາມກາງເມືອງທີ່ມີມາຕະຫລອດ 2 ປີ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 10.000 ກວ່າຄົນ ຈະໄດ້ຮັບຜົນກະທົບຈາກການປິດທະນາຄານເລືອດແຫ່ງນີ້. ໂຄສົກທະນາຄານເລືອດເຢເມນຄາດວ່າ: ຖ້າທະນາຄານປິດລົງຈະເປັນຫາຍະນະຄັ້ງໃຫຍ່ຕໍ່ເຢເມນ. ເຢເມນເຊິ່ງມີປະຊາກອນ 27 ລ້ານຄົນ ກຳລັງຜະເຊີນກັບພະຍາດອະຫິວາລະບາດ ສົ່ງຜົນໃຫ້ມີຜູ້ຕິດເຊື້ອ 473.000 ຄົນ ແລະ ເສຍຊີວິດເກືອບ 2.000 ຄົນ. ອົງການແພດໄຮ້ຊາຍແດນຖະແຫລງວ່າ: ໄດ້ສົ່ງຕໍ່ພາລະກິດໃນການສະໜັບສະໜູນທະນາຄານເລືອດໃຫ້ທາງອົງການອະນາໄມໂລກເພື່ອສືບຕໍ່ແລ້ວ ເຊິ່ງອົງການອະນາໄມໂລກຖະແຫລງຢືນຢັນເຊັ່ນກັນວ່າ: ທະນາຄານເລືອດຢູ່ເຢເມນສ່ຽງຕ້ອງຖືກປິດ.