ນາຍົກສິງກະໂປຊຸກດັນພັດທະນາປະເທດ 3 ດ້ານເພື່ອຜົນປະໂຫຍດໄລຍະຍາວ

ນາຍົກສິງກະໂປຊຸກດັນພັດທະນາປະເທດ 3 ດ້ານເພື່ອຜົນປະໂຫຍດໄລຍະຍາວ - 1502250218328 960x0 - ນາຍົກສິງກະໂປຊຸກດັນພັດທະນາປະເທດ 3 ດ້ານເພື່ອຜົນປະໂຫຍດໄລຍະຍາວ
ນາຍົກສິງກະໂປຊຸກດັນພັດທະນາປະເທດ 3 ດ້ານເພື່ອຜົນປະໂຫຍດໄລຍະຍາວ - kitchen vibe - ນາຍົກສິງກະໂປຊຸກດັນພັດທະນາປະເທດ 3 ດ້ານເພື່ອຜົນປະໂຫຍດໄລຍະຍາວ

ນາຍົກລັດຖະມົນຕີ ລີ​ ຊຽນລຸງ ຂອງ​ສິງກະ​ໂປ ລະບຸ​ໃນ​ສານ​ເນື່ອງ​ໃນ​ວັນຊາດ 9 ສິງຫາ​ວ່າ: ການ​ພັດທະນາ​ການ​ສຶກສາລະ​ດັບ​ປະຖົມ​, ການ​ປ້ອງ​ກັນ​​ພະຍາດ​ເບົາຫວານ ​ແລະ ການ​ພາ​ປະ​ເທດ​ເຂົ້າສູ່​ການ​ເປັນ​ປະ​ເທດ​ອັດ​ສະ​ລິ​ຍະ ຈະ​ສົ່ງ​ຜົນ​ດີ​ຕໍ່​ສິງກະ​ໂປ​ໃນ​ໄລຍະ​ຍາວ.

ນາຍົກລັດຖະມົນຕີ ລີ ຊຽນລຸງ ກ່າວ​ວ່າ: ສິງກະ​ໂປ​ຕ້ອງ​ຊ່ວຍ​ບັນດາ​ເຍົາວະ​ຊົນ​ຄົນ​ຮຸ່ນ​ໃໝ່​ກຽມ​ຄວາມ​ພ້ອມ​ສຳລັບ​ໂລກ​ໜ່ວຍ​ໃໝ່, ​ເດັກ​ທຸກ​ຄົນ​ຈະ​ຕ້ອງ​ມີ​ຊີວິດ​ເລີ່​ມຕົ້ນທີ່​ດີ ​ແລະ ມີ​ອະນາຄົດ​ທີ່​ສົດ​ໃສ. ຂະນະ​ທີ່​ລັດຖະບານ​ມີໜ້າ​ທີ່​ດຳ​ເນີນ​ການ​ພັດທະນາ​ການ​ສຶກສາລະ​ດັບ​ປະຖົມ ​ໂດຍ​ການ​ເພີ່ມ​ຈຳນວນສະຖານ​ທີ່​ສຶກສາ ລວມທັງ​ພັດທະນາ​ຄຸນ​ນະພາ​ບ​ໂຮງຮຽນ ​ແລະ ຄູ​ສອນ.

ຜູ້ນຳ​ສິງກະ​ໂປ ກ່າວ​ອີກ​ວ່າ: ທ່ານ​ຕ້ອງການ​ໃຫ້​ປະຊາຊົນ​ມີ​ອາຍຸ​ຍືນ​ຍາວ ​ແລະ ສຸຂະພາບ​ແຂງ​ແຮງ, ​ແຕ່​ຜູ້​ອາຍຸ​ສູງ​ຢູ່​ສິງກະ​ໂປ​ມັກ​ມີ​ບັນຫາ​ດ້ານ​ສຸຂະພາບ​ໂດຍ​ສະ​ເລ່ຍ 8 ປີ​ໃນ​ໄລຍະ​ບັ້ນປາຍ​ຂອງ​ຊີວິດ ​ໂດຍ​ສ່ວນ​ຫລາຍ​ປ່ວຍ​ເປັນ​ພະຍາດ​ເບົາຫວານ. ດັ່ງນັ້ນ ຊາວ​ສິງກະ​ໂປ​ທຸກ​ຄົນ​ຄວນ​ເບິ່ງ​ແຍງ​ເລື່ອງ​ການ​ໃຊ້​ຊີວິດ ​ແລະ ອາຫານ, ອອກກຳລັງ​ກາຍ​ເປັນ​ປະຈຳ ​ແລະ ດື່ມນ້ຳຫລາຍໆ.

ສ່ວນ​ການ​ເດີນ​ໜ້າ​ສູ່​ການ​ເປັນ​ປະ​ເທດ​ອັດ​ສະ​ລິ​ຍະ, ນາຍົກລັດຖະມົນຕີ ລີ ຊຽນລຸງ ກ່າວ​ວ່າ: ສິງກະ​ໂປ​ຈຳ​ເປັນ​ຕ້ອງ​ສຶກສາ, ​ໄລ່​ຕາມ ​ແລະ ​ແຊງ​ໜ້າ​ປະ​ເທດ​ອື່ນ ທີ່​ກຳລັງ​ພັດທະນາ​ລະບົບ​ໃຊ້​ຈ່າຍ​ເອ​ເລັກ​ໂຕຣນິກ ​ເພື່ອ​ກ້າວ​ສູ່​ການ​ເປັນ​ສັງຄົມ​ໄຮ້​ເງິນສົດ ລວມທັງ​ກຳລັງ​ສ້າງ​ເຄືອ​ຂ່າຍ​ເຊັນ​ເຊີ ​ເພື່ອ​ພັດທະນາ​ຄວາມ​ປອດ​ໄພ​ສາທາລະນະ ​ແລະ ວິ​ເຄາະ​ຂໍ້​ມູນ​ຂະໜາດ​ໃຫຍ່ ​ເພື່ອ​ພັດທະນາ​ບໍລິການ​ສາທາລະນະ.

ນາຍົກສິງກະໂປຊຸກດັນພັດທະນາປະເທດ 3 ດ້ານເພື່ອຜົນປະໂຫຍດໄລຍະຍາວ - 3 - ນາຍົກສິງກະໂປຊຸກດັນພັດທະນາປະເທດ 3 ດ້ານເພື່ອຜົນປະໂຫຍດໄລຍະຍາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!