ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ

ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ - kitchen vibe - ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ

ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ - mexico crime - ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ

ມີ​ລາຍ​ງານ​ວ່າ: ​ເອລ ຊາ​ໂປ ​ເຈົ້າພໍ່ຄ້າ​ຢາ​ເສບ​ຕິດ​​ເບີ 1 ຂອງ​ໂລກ​ ຊາວ​ແມັກ​ຊິກ ຈ້າງ​ທະນາຍຄວາມ​ຄະດີ​ອາຍາ​ຊື່​ດັງ​ຂອງ​ອາ​ເມ​ລິ​ກາ 4 ຄົນ ​ເພື່ອ​ຕໍ່ສູ້​ຂໍ້​ກ່າວ​ຫາ​ກັບ​ສານ​ຂອງ​ລັດຖະບານ​ວໍ​ຊິງ​ຕັນ.

ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ - Visit Laos Visit SALANA BOUTIQUE HOTEL - ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນ​ນິວຢອກ ປະ​ເທດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 8 ສິງຫາ​ວ່າ: ສື່​ຫລາຍ​ແຫ່ງ​ຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ: ທ້າວ ວາ​ຄີ​ນ ກຸ​ຊ​ແມນ ຫລື ​ເອລ ຊາ​ໂປ ​ເຈົ້າພໍ່ຄ້າ​ຢາ​ເສບ​ຕິດ​ຊື່​ດັງ​ຂອງ​ໂລກ ຊາວ​ແມັກ​ຊິກ ຫົວໜ້າ​ແກ້ງ ຊີ​ລາ​ໂລ​ອາ ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ເຊິ່ງມີ​ຖານ​ປະຕິບັດ​ການ​ຢູ່​ລັດ​ຊີ​ນາ​ໂລ​ອາ ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ແມັກ​ຊິກ ​ແລະ ຖືກ​ກັກ​ຂັງ​ຢູ່​​​ຄຸກຄວາມ​ໝັ້ນຄົງ​ສູງ​ໃນ​ນະຄອນນິວຢອກ ​ແຕ່​ເດືອນ​ມັງກອນ​ຜ່ານ​ມາ ​ໄດ້​ຈ້າງ​ທີ​ມທະນາຍຄວາມ​ຝີ​ມື​ດີ​ເປັນອັນ​ດັບ​ຕົ້ນຂອງ​ອາ​ເມ​ລິ​ກາ 4 ຄົນ ​ໃຫ້​ເຮັດ​ໜ້າ​ທີ່​ແກ້​ຕ່າງ​ໃນ​ຂໍ້​ຫາ​ອາ​ຊະ​ຍາ​ກຳ​ຮ້າຍ​ແຮງ​ຫລາຍ​ສະຖານ ​ໂດຍ ​ເອລຊາ​ໂປ ມີ​ກຳນົດ​ຂຶ້ນສານ​ຄັ້ງຕໍ່​ໄປ​ໃນ​ເດືອນ​ເມສາ​ປີໜ້າ ​ແລະ ຖ້າ​ສານ​ພິພາກສາ​ວ່າ​ມີ​ຄວາມ​ຜິດ​ແທ້, ​ເອລຊາ​ໂປ ອາດ​ຕ້ອງ​ຮັບ​ໂທດ​ຈຳ​ຄຸກ​ຕະຫລອດ​ຊີວິດ.

ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ - ab2pbuc3 - ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ

ທັງ​ນີ້, ທະນາຍຄວາມ​ຂອງ ​ເອລຊາ​ໂປ ​ໄດ້​ແກ່​ທ່ານ ​ເຈ​ບຟຣີ ລິຊ​ແມດ, ທ່ານ ມາຣກ ​ເຟີ​ນິຊ, ທ່ານ ​ເອດູ​ອາຣ​ໂດ ບາ​ລາ​ເຣ​ໂຊ ​ແລະ ທ່ານ ວິວລຽມ ​ເປີ​ປູຣາ ​ເຊິ່ງຕ່າງ​ເປັນ​ຜູ້​ຊ່ຽວຊານ​ດ້ານ​ຄະດີ​ອາຍາ​ໂດຍ​ສະ​ເພາະ​ກ່ຽວ​ຂ້ອງ​ກັບ​ອາ​ຊະ​ຍາ​ກຳ ​ແລະ ຢາ​ເສບ​ຕິດ ​ໂດຍ​ທ່ານ ລິ​ຊ​ແມນ ​ແລະ ທ່ານ ​ເຟີ​ນິຊ ​ເປັນ​ທະນາຍຄວາມ​ທີ່​ເຮັດ​ຄະດີ​ໃຫ້​ກັບ​ ຈອນ ກອດ​ຕິ ຈູ​ເນຍ ລູກ​ຊາຍ​ຂອງ​ ຈອນ  ກອດ​ຕິ ຊີ​ເນຍ ຫລື ​ແດບ​ເປີ​ຈອນ ຫົວໜ້າ​ອົງການ​ມາ​ເຟຍ​ຊື່​ດັງ​ຂອງ​ນະຄອນ​ນິວຢອກ ​ເຊິ່ງຖືກ​ດຳ​ເນີນ​ຄະດີ​ໃນ​ປີ 2004 ​ໃນ 4 ຂໍ້​ຫາ ​ແລະ ສານ​ພິພາກສາ​ຍົກ​ຟ້ອງ​ໃນ​ທຸກ​ຂໍ້​ກ່າວ​ຫາ ​ໃນ​ປີ 2010. ຂະນະ​ທີ່ ​ເດິ ນິວຢອກ ທາມ ລາຍ​ງານ​ອີກ​ວ່າ: ທ່ານ ບາ​ລາ​ເຣ​ໂຊ ​ເຄີຍວ່າຄວາມ​ໃຫ້​ຜູ້​ຕ້ອງ​ຫາ​ຄະດີ​ຢາ​ເສບ​ຕິດ ທີ່ຢູ່​ໃນ​ແກ້ງ​ຝ່າຍ​ກົງກັນຂ້າມ​ຂອງ ​ເອລຊາ​ໂປ.

ລິ​ຊ​ແມນ ກ່າວ​ວ່າ: ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ວິ​ເຄາະ​ກ່ຽວ​ກັບ​ແຜນ​ຍຸດ​ທະ​ສາດ​ຂອງ​ທີ​ມທະນາຍຄວາມ ​ໃນ​ການ​ເຮັດ​ຄະດີ​ຂອງ ​ເອລຊາ​ໂປ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ລາຍ​ງານ​ອີກ​ວ່າ: ທະນາຍຄວາມ​ທັງ 4 ຄົນ​ຕ້ອງການ​ຄວາມ​ເຊື່ອ​ໝັ້ນຈາກ​ໄອ​ຍະ​ການ​ຂອງ​ອາ​ເມ​ລິ​ກາ​ວ່າ​ຈະ​ບໍ່​ມີ​ການ​ຢຶດຄ່າ​ທຳນຽມ​ທາງ​ກົດໝາຍ​ຈາກ​ຊັບ​ສິນ​ມູນ​ຄ່າ 14.000 ລ້ານ​ໂດ​ລາ​ສະຫະລັດ ທີ່​ພະນັກງານ​ສອບ​ສວນ​ຕ້ອງການ​ຢຶດຈາກ ​ເອລຊາ​ໂປ.

​ເອລຊາ​ໂປ ປັດຈຸບັນ​ອາຍຸ 60 ປີ ຖືກ​ຈັບ​ກຸມ​ຄັ້ງທຳ​ອິດ​ຢູ່​ກົວ​ເຕມາລາ ​ໃນ​ປີ 1993 ​ແລະ ​ເນລະ​ເທດ​ໃຫ້​ມາ​ຮັບ​ໂທດ​ຈຳ​ຄຸກ​ຢູ່​ແມັກ​ຊິກ, ​ແຕ່ ​ເອລຊາ​ໂປ ຫລົບ​ໜີ​ອອກ​ມາ​ໄດ້​ໃນ​ປີ 2001 ​ໂດຍ​ລີ້​ຊ້ອນ​ຢູ່​ລົດ​ສົ່ງ​ເຄື່ອງ​ສຳລັບ​​ເອົາ​ໄປ​ຊັກ,​ແຕ່​ຖືກ​ຈັບ​ໄດ້​ອີກ​ຄັ້ງ​ໃນ 2014 ​ແລະ ຮັບ​ໂທດ​ຈຳ​ຄຸກ​ຢູ່​ເຮືອນ​ຈຳ​ຄວາມ​ໝັ້ນຄົງ​ສູງ​ຂອງ​ແມັກ​ຊິກ ກ່ອນ​ຫລົບໜີ​ອອກ​ມາ​ອີກ​ໃນ​ອີກ 18 ​ເດືອນ​ຕໍ່​ມາ, ​ແຕ່​ຖືກ​ຈັບ​ໄດ້​ອີກ​ຄັ້ງ​ໃນ​ເດືອນ​ມັງກອນ​ປີຜ່ານມາ.

ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ - 4 - ເຈົ້າພໍ່ຄ້າຢາເບີ 1 ຂອງໂລກຈ້າງ ທີມທະນາຍຝີມືດີສູ້ຄະດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!