ບາເຊໂລນາ ບັນລຸຂໍ້ຕົກລົງກັບ ລິເວີພູລ ແລ້ວເລື່ອງຂໍຊື້ ຄູຈິນໂຢ ມາຮ່ວມທີມ
August 9, 2017 - 4:20 PM




ບາເຊໂລນາ ຫາກໍປ່ອຍ ເນມາ ດາວຍິງຄົນເກັ່ງໄປໃຫ້ກັບ ປາຣິສ ແຊັງແຊັກແມັງ ດ້ວຍຄ່າ ໂຕສູງເປັນສະຖິຕິໂລກ 222 ລ້ານເອີໂຣ ສົ່ງຜົນໃຫ້ພວກເຂົາ ຕ້ອງຫາຄົນທີ່ຈະເຂົ້າມາທົດແທນຕຳແໜ່ງດັ່ງກ່າວ ແລະ ຄູຕິນໂຢ ກໍຖືເປັນໜຶ່ງໃນເປົ້າໝາຍຫຼັກຂອງທີມ.
ທັງກ່ອນໜ້ານີ້ລືກັນວ່າ ຄູຕິນໂຢ ໄດ້ແຈ້ງກັບຕົ້ນສັງກັດ ວ່າຕົ້ນເອງຍາກຍ້າຍທີມ ເພື່ອໄປ ຢູ່ກັບ ບາເຊໂລນາ ແລ້ວ ເຊິ່ງຫຼ້າ ສຸດ ອີເອສພີເອັນ ເຜີຍວ່າທັງ 2 ທີມບັນລຸຂໍ້ຕົກລົງກັນໄດ້ເປັນທີ່ ຮຽບຮ້ອຍແລ້ວ ໂດຍຄ່າໂຕໃນ ຕອນທຳອິດຂອງລາວຈະຢູ່ທ່ີ 90 ລ້ານເອີໂຣ ແລະ ມີເງື່ອນໄຂ ອື່ນໆທີ່ຈະເຮັດໃຫ້ເພີ່ມໄປເປັນ 120 ລ້ານເອີໂຣ.