ຈອນສັນ ຊະນະ ຣາມ ຄວ້າແຊ໊ມກ໊ອຟເດລແມດເພລ
March 27, 2017 - 5:29 PM


ຂະນະທີ່ໃນຕອນບ່າຍເປັນ ການແຂ່ງຂັນຮອບຊີງຊະນະເລີດ ຜົນປາດກົດວ່າ ຈອນສັນ ຕ້ອງ ພົບກັບ ຣາມ ເຖິງຂຸມສຸດທ້າຍ ເຊັ່ນດຽວກັນ ທັງທີ່ລາວເອງເຄີຍ ນຳຫ່າງເຖິງ 5 ອັບ ຫລັງຈົບຂຸມ ທີ 8 ກ່ອນທີ່ ຈອນສັນ ຈະຕີຮັກ ສາພາຈາກໄລຍະ 2 ແມັດເຄິ່ງ ຊ່ວຍໃຫ້ເອົາຊະນະໄປ 1 ອັບ ຄວ້າແຊ໊ມໄປຄອງໄດ້ສຳເລັດ ສົ່ງ ຜົນໃຫ້ລາວເອງກາຍເປັນນັກ ກ໊ອຟຄົນທຳອິດທີ່ສາມາດຄວ້າ ແຊ໊ມ ເວິລກ໊ອຟ ແຊ໊ມປຽນຊິບ ໄດ້ຄົບທັງ 4 ລາຍການ ຫລັງເຄີຍ ຄວ້າແຊ໊ມລາຍການ ແມັກຊິໂກ ແຊ໊ມປຽນຊິບ ຫລື ຊື່ເກົ່າຄື ຄາ ດິລແລກ ແຊ໊ມປຽນຊິບ 2 ສະ ໄໝໃນປີ 2015 ແລະ 2017 ໄດ້ແຊ໊ມ ບຣິດສະໂຕນ ອິນວິເຕ ຊັນແນລ ປີ 2016 ແລະ ແຊ໊ມ ເອດເອສບີຊີ ແຊ໊ມປຽນຊິບ ໃນປີ 2013.
ສ່ວນຄູ່ຊີງອັນດັບ 3 ຮິເດ ໂຕະ ທານິຮາຣະ ຈາກ ຢິ່ປຸ່ນ ເອົາ ຊະນະ ບິລ ຮາສ ຈາກ ສະຫະລັດ 2 ແລະ 1 ຄວ້າອັນດັບ 3 ໄປ ຄອງ.