ເອັມບັບເປ ຕັດສິນໃຈຍ້າຍໄປ ປາຣິສ ແຊັງແຊັກແມັງ ແລ້ວ
August 9, 2017 - 4:19 PM




ຊູລຽນ ເມນາ ຜູ້ສື່ຂ່າວຂອງ ທີມເອຟວັນ ລາຍງານວ່າ: “ຄິລິ ຍັນ ເອັມບັບເປ ສົນໃຈໄປ ປາຣິສ ແຊັງແຊັກແມັງ ຈາກນີ້ ປາຣິສ ແຊັງແຊັກແມັງ ຈະເຂົ້າສູ່ຂັ້ນຕອນ ເຈລະຈາກັບ ໂມນາໂກ ແລະ ຫາຂໍ້ສະຫຼຸບຍື່ນຂໍ້ສະເໜີທຳທອິດ ໂດຍໄວທີ່ສຸດ”.
ລະໂອນາໂດ ຈາດິມ ຜູ້ຈັດ ການທີມ ໂມນາໂກ ບໍ່ຕ້ອງການ ເສຍນັກເຕະຄົນສຳຄັນອອກໄປ ອີກແລ້ວ ຫຼັງຈາກຂາຍທັງ ແບ ນາໂດ ຊິລວາ, ເບນຈາມິນ ເມນດີ ແລະ ຕີມູເອ ບາດາໂຢໂກ ແນວ ໃດກໍຕາມ ຂໍ້ສະເໜີ 140 ລ້ານ ປອນ ເຮັດໃຫ້ພວກເຂົາອາດ ຕັດສິນໃຈຂາຍ.