ນັດສຸດທ້າຍສະໂມສອນ ດີເຄ U-12 ເຮັດໄດ້ພຽງສະເໝີ ມາເລເຊຍ 0-0 ແຕ່ກໍພຽງພໍຜ່ານເຂົ້າຮອບຮອງຊະນເລີດ
August 9, 2017 - 4:15 PM




+ ຜົນການແຂ່ງຂັນ.
+ ວັນທີ 07/08/2017.
– ເວລາ 09:30 ສປ ຈີນ ທີມ A ຊະນະ ສະໂມສອນ ດີເຄ 5-0.
– ເວລາ 15:30 ສະໂມ ສອນ ດີເຄ ຊະນະ ຫວຽດນາມ 3-1.
+ ວັນທີ 08/08/2017
– ເວລາ 10:40 ຟີລິບປິນ ເສຍໃຫ້ ສະໂມສອນ ດີເຄ 1-4.
– ເວລາ 15:30 ມາເລເຊຍ ສະເຫມີ ສະໂມສອນ ດີເຄ 0-0.
ທ່ານ ອາລ໋ອບ ມະນີບົດ ຜູ້ ຈັດການທີມ ສະໂມສອນ ດີເຄ U-12 ໄດ້ກ່າວວ່າ: ສະໂມສອນ ດີເຄ U-12 ລົງສະຫນາມ 4 ນັດ ຊະນະ 2, ສະເຫມີ1, ເສຍ 1 ມີ 7 ຄະແນນ ເຮັດໃຫ້ພຽງພໍຕໍ່ການ ເຂົ້າຮອບຮອງຊະນະເລີດ, ສຳ ລັບຮອບຮອງຊະນະເລີດລໍຖ້າພົບທີມທີ່ໄດ້ອັນດັບ 1 ກຸ່ມ B ເຊິ່ງຈະ ແຂ່ງຂັນໃນວັນພະຫັດ 10 ສິງຫາ 2017 ເວລາ 09:30.