ພາກເໜືອຍັງສືບຕໍ່ມີຝົນຕົກ, ຟ້າເຫລື້ອມ ແລະ ຟ້າຮ້ອງ

ພາກເໜືອຍັງສືບຕໍ່ມີຝົນຕົກ, ຟ້າເຫລື້ອມ ແລະ ຟ້າຮ້ອງ - 278983901 1874228176114287 6743303369655815067 n - ພາກເໜືອຍັງສືບຕໍ່ມີຝົນຕົກ, ຟ້າເຫລື້ອມ ແລະ ຟ້າຮ້ອງ
ພາກເໜືອຍັງສືບຕໍ່ມີຝົນຕົກ, ຟ້າເຫລື້ອມ ແລະ ຟ້າຮ້ອງ - kitchen vibe - ພາກເໜືອຍັງສືບຕໍ່ມີຝົນຕົກ, ຟ້າເຫລື້ອມ ແລະ ຟ້າຮ້ອງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດ ປະຈໍາວັນທີ 21 ເມສາ 2022

ຄວາມກົດດັນສູງຂອງອາກາດເຢັນໄດ້ມີກໍາລັງອ່ອນລົງຍັງປົກຄຸມຢູ່ເຂດ ພາກເໜືອດ້ານຕາເວັນອອກຂອງປະເທດລາວ ສ່ວນພາກເໜືອດ້ານຕາ ເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍຄວາມກົດດັນຕໍ່າ ຂອງອາກາດຮ້ອນ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມ ຕາເວັນອອກສຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນຢູ່ທົ່ວໄປ ໃນຕອນເຊົ້າ ສ່ວນຕອນບ່າຍອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນ ຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອຍັງສືບຕໍ່ມີຝົນຕົກ, ຟ້າເຫລື້ອມ ແລະ ຟ້າຮ້ອງ - Visit Laos Visit SALANA BOUTIQUE HOTEL - ພາກເໜືອຍັງສືບຕໍ່ມີຝົນຕົກ, ຟ້າເຫລື້ອມ ແລະ ຟ້າຮ້ອງ

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 21/04/2022 ເຖິງ ເວລາ 7:00 ໂມງ ວັນທີ 22/04/2022

– ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນ ລະຫວ່າງ 14-23 ອົງສາ.

– ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ ສ່ວນຕອນບ່າຍ ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນ ລະຫວ່າງ 18-32 ອົງສາ.

– ນະຄອນຫລວງວຽງຈັນ: ມີເຝື້ອປົກຫຸ້ມເປັນບາງສ່ວນ ອາກາດຮ້ອນ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24-32 ອົງສາ.
– ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 18-33 ອົງສາ.

-ແຂວງໄຊສົມບູນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 15-26 ອົງສາ.
– ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນ ລະຫວ່າງ 24-37 ອົງສາ.

– ເຂດພູພຽງບໍລະເວນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 15-28 ອົງສາ.

ພາກເໜືອຍັງສືບຕໍ່ມີຝົນຕົກ, ຟ້າເຫລື້ອມ ແລະ ຟ້າຮ້ອງ - 4 - ພາກເໜືອຍັງສືບຕໍ່ມີຝົນຕົກ, ຟ້າເຫລື້ອມ ແລະ ຟ້າຮ້ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!