ອັດຕະປື-ແຄ໋ງຮວາ ເພີ່ມທະວີການຮ່ວມມືຮອບດ້ານ


ໃນບົດບັນທຶກຊ່ວຍຈຳການຮ່ວມມືແຕ່ປີ 2022-2026 ລະຫວ່າງອົງການປົກຄອງແຂວງອັດຕະປືແຫ່ງ ສປປ ລາວ ແລະ ຄະນະກຳມະການປະຊາຊົນແຂວງແຄ໋ງຮວາແຫ່ງ ສສ ຫວຽດນາມ ທີ່ສອງແຂວງລົງນາມໃນວັນທີ 20 ເມສາ 2022 ໄດ້ລະບຸວ່າ: ທັງສອງແຂວງຈະສືບຕໍ່ແລກປ່ຽນບົດຮຽນ, ສືບຕໍ່ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ກະສິກຳ ແລະ ການປະມົງ, ສາທາລະນະສຸກ, ຍຸຕິທຳ,ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການກໍ່ສ້າງຊັບພະຍາກອນມະນຸດ, ການແລກປ່ຽນການທູດປະຊາ ຊົນ ແລະ ການຕົກລົງການຮ່ວມມືດັ່ງກ່າວເພື່ອຈຸດໝາຍລວມຂອງສອງພັກສອງລັດກໍຄືປະຊາຊົນແຂວງ ອັດຕະປື ແລະ ແຂວງແຄ໋ງຮວ່າ ໃຫ້ຢູ່ດີກິນດີຕະຫລອດໄປ.
ສະຫາຍນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ສະຫາຍ ຮ່າ ກວັກ ຈີ້ ຮອງເລ ຂາພັກແຂວງແຄ໋ງຮວາ ຢືນຢັນວ່າ: ຜ່ານມາ, ທັງສອງແຂວງໄດ້ພົວພັນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະ ຫລອດມາ ທັງເອົາໃຈໃສ່ເພີ່ມພູນຄູນສ້າງຄວາມສາມັກຄີ ມິດຕະພາບ ແລະ ການຮ່ວມມືຮອບດ້ານບົນພື້ນ ຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.