7 ເຕັກນິກໃນການດື່ມໃຫ້ເມົາຊ້າທີ່ສຸດໃນວົງເຫລົ້າ

7 ເຕັກນິກໃນການດື່ມໃຫ້ເມົາຊ້າທີ່ສຸດໃນວົງເຫລົ້າ - 010908 - 7 ເຕັກນິກໃນການດື່ມໃຫ້ເມົາຊ້າທີ່ສຸດໃນວົງເຫລົ້າ
7 ເຕັກນິກໃນການດື່ມໃຫ້ເມົາຊ້າທີ່ສຸດໃນວົງເຫລົ້າ - kitchen vibe - 7 ເຕັກນິກໃນການດື່ມໃຫ້ເມົາຊ້າທີ່ສຸດໃນວົງເຫລົ້າ

ຈຳພວກເຄື່ອງດື່ມອານກໍຮໍ ຖ້າດື່ມພໍດີກໍຍັງມີປະໂຫຍດຕໍ່ລະບົບໄຫລວຽນເລືອດ, ແຕ່ຖ້າດື່ມຫລາຍ ຫລື ດື່ມເລື້ອຍເກີນໄປ ບໍ່ດີ ແນ່ນອນ, ແຕ່ຖ້າໃຜທີ່ປະຕິເສດງານສັງສັນທີ່ຕ້ອງມີເຄື່ອງດື່ມມຶນເມົາບໍ່ໄດ້ ກໍຕ້ອງຮູ້ຈັກເບິ່ງແຍງໂຕເອງບໍ່ໃຫ້ເມົາຈົນເບິ່ງແຍງໂຕເອງບໍ່ໄດ້ ເພາະບາງຄົນເມົາງ່າຍ ດື່ມໜ້ອຍດຽວກໍເມົາແຮງແລ້ວ ແລະ ມື້ນີ້ພວກເຮົາກໍມີເຄັດລັບໃນການດື່ມໃຫ້ເມົາຊ້າທີ່ສຸດໃນວົງເຫລົ້າມາແນະນຳບັນດາທ່ານ.

– ຢ່າປ່ອຍໃຫ້ທ້ອງວ່າງ ຮອງທ້ອງໂດຍອາຫານຈັກໜ້ອຍກ່ອນດື່ມ : ເປັນຂໍ້ທີ່ຫລາຍຄົນບໍ່ຄ່ອຍເອົາໃຈໃສ່ ເນື່ອງຈາກເລີ່ມເປີດແກ້ວກັນໃນຕອນແລງ ເລີກວຽກກໍຟ້າວໄປຮອດສະຖານທີ່ສັງສັນ ຍັງບໍ່ທັນໄດ້ກິນຫຍັງເລີຍ ໝູ່ກໍຟ້າວຍື່ນຈອກໃຫ້ທັນທີ ເຮັດໃຫ້ຮ່າງກາຍດູດຊຶມອານກໍຮໍຈອກນັ້ນໄດ້ໄວຍິ່ງຂຶ້ນ.

7 ເຕັກນິກໃນການດື່ມໃຫ້ເມົາຊ້າທີ່ສຸດໃນວົງເຫລົ້າ - Visit Laos Visit SALANA BOUTIQUE HOTEL - 7 ເຕັກນິກໃນການດື່ມໃຫ້ເມົາຊ້າທີ່ສຸດໃນວົງເຫລົ້າ

– ຮ່າງກາຍບໍ່ພ້ອມຈະເມົາໄວ : ເມື່ອຍຫລາຍ, ພັກຜ່ອນໜ້ອຍ, ນອນເດິກຕິດຕໍ່ກັນມາຫລາຍຄືນ, ກ່ອນໄປດື່ມເບິ່ງສຸຂະພາບຮ່າງກາຍ ຖ້າຢູ່ໃນໄລຍະທີ່ສະພາບບໍ່ໄຫວແທ້ໆກໍດື່ມຊ້າໆໜ້ອຍໆ ຫລື ປະຕິເສດຄຳຊວນໄວ້ກ່ອນເລີຍດີທີ່ສຸດຈະໄດ້ບໍ່ຕ້ອງດື່ມ.

– ອານກໍຮໍ 1 ຈອກ, ນຳ້ດື່ມ 1 ຈອກວາງໄວ້ນຳກັນ : ບໍ່ແມ່ນເລື່ອງແປກຖ້າທ່ານຈະຂໍນຳ້ດື່ມໄວ້ຈັກຕຸກ ເອົາໄວ້ເບຣກໄດ້ ແລະ ດື່ມສະຫລັບກັນມົ້ວໆແທນຈອກເຫລົ້າໄປນຳຖ້າຫາກພົບໝູ່ປະເພດຊວນຕຳຊວນໝົດຢູ່ຕະຫລອດ.

– ເຄື່ອງດື່ມອານກໍຮໍຫວານໆ : ເຮັດໃຫ້ລືມໂຕວ່າເມົາຄືກັນ ທ່ານໃດມັກດື່ມຄັອກເທວ, ເຫລົ້າປັ່ນ ຫລື ເຫລົ້າແວັງ, ເຫລົ້າໂທ ເຊິ່ງຄວາມຫວານນີ້ບໍ່ແມ່ນເຄື່ອງດື່ມເບົາໆ, ແຕ່ເປັນຂອງມຶນເມົາທີ່ມີອານກໍຮໍບໍ່ໜ້ອຍ ແລະ ຍ້ອນຄວາມຫວານແຊບອາດລືມໂຕຄິດວ່າດື່ມນຳ້ຫວານກໍເລີຍດື່ມເພີນຈົນເມົາ.

– ມາຮອດຮ້ານນັ່ງລົງທຳທ່າໝັ້ນໃຈຕໍ່ໜ້າໝູ່ : ແລ້ວສັ່ງມັອກເທວ Mocktail ເຄື່ອງດື່ມປະສົມປາສະຈາກອານກໍຮໍ ບາງຄົນບໍ່ຮູ້ວ່າມັອກເທວແມ່ນຫຍັງ ໝູ່ອາດຄິດວ່າເຮົາສັ່ງຄັອກເທວ ໝູ່ບໍ່ຮູ້ທ່ານກໍລອດໂຕແນ່ນອນ ສັ່ງໄປເລີຍຈັກ 3 ຈອກ ບໍ່ມີເມົາ.

– ຢ່າລືມໂຕ ຢ່າດື່ມຫລາຍ ຢ່າຍົກຈອກຕະຫລອດ : ຕາມຮ້ານເຫລົ້າ ພະນັກງານຈະດຸໝັ່ນມາເສີບ, ໝັ່ນຕື່ມ, ດັ່ງນັ້ນທ່ານຕ້ອງດື່ມຊ້າໆ ຈຶ່ງຈະບໍ່ເມົາໄວ.

– ຖ້າເລີ່ມຮູ້ສຶກມຶນໆ : ໃຫ້ຢຸດ ເບຣກໂດຍການດື່ມນຳ້ບໍລິສຸດຈົນໃຫ້ຮູ້ສຶກດີຂຶ້ນ, ຕ້ອງມີສະຕິ, ເມື່ອຮູ້ສຶກວ່າມຶນໆແລ້ວ ໃຫ້ຢຸດດື່ມເລີຍ ບໍ່ພຽງແຕ່ດື່ມຊ້າລົງແລ້ວດື່ມນຳ້ບໍລິສຸດແທນເທົ່ານັ້ນ ດື່ມໂຊດານຳກໍໄດ້ ປະມານ 20 ນາທີ ທ່ານຈະຮູ້ສຶກດີຂຶ້ນ.

7 ເຕັກນິກໃນການດື່ມໃຫ້ເມົາຊ້າທີ່ສຸດໃນວົງເຫລົ້າ - 4 - 7 ເຕັກນິກໃນການດື່ມໃຫ້ເມົາຊ້າທີ່ສຸດໃນວົງເຫລົ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!