ນອນພັກໃນລົດຢ່າງປອດໄພ


ການກຽມພ້ອມກ່ອນການເດີນທາງໄກ ຄວນມີການກຽມພ້ອມທັງສະພາບລົດ ແລະ ສະພາບຄົນຂັບ ໂດຍເລີ່ມຈາກການວາງແຜນການເດີນທາງ, ກວດເຊັກສະພາບຂອງລົດໃຫ້ພ້ອມໃຊ້ງານ, ລົມຢາງ ຫລື ນຳ້ມັນຕ້ອງພໍດີກັບການເດີນທາງໄກ, ໄຟສ່ອງ ທາງ ແລະ ໄຟລ້ຽວມີການທົດລອງກ່ອນເດີນທາງ. ສຳລັບຄົນຂັບ ເຊິ່ງຖືເປັນບຸກຄົນທີ່ສຳຄັນທີ່ສຸດໃນການປ້ອງກັນ ແລະ ຫລຸດ ອຸປະຕິເຫດໃນເທື່ອນີ້ ຈຶ່ງຕ້ອງພັກຜ່ອນໃຫ້ພຽງພໍ ສິ່ງສຳຄັນຕ້ອງບໍ່ດື່ມສິ່ງມຶນເມົາທຸກຊະນິດ ຫລື ກິນຢາທີ່ເຮັດໃຫ້ງ່ວງຊຶງ ເຊັ່ນ : ຢາຫລຸດນຳ້ໜັກ, ຢາປິ່ນປົວພູມແພ້, ຢາແກ້ໄອ ເປັນຕົ້ນ ແລະ ຂັບລົດດ້ວຍຄວາມລະມັດລະວັງ, ປະຕິບັດຕາມກົດຈະລາຈອນຢ່າງເຄັ່ງຄັດ.
ນອກຈາກນີ້, ຍັງມີໄພສຸຂະພາບທີ່ສຳຄັນໃນໄລຍະຂອງການພັກຜ່ອນລະຫ່ວາງການເດີນທາງ ຄື : ອັນຕະລາຍທີ່ເກີດຈາກການນອນເປີດແອ ແລະ ປິດແວ່ນນອນໃນລົດ ເຊິ່ງອາດເຮັດໃຫ້ເສຍຊີວິດໄດ້ ໂດຍອັນຕະລາຍຈາກການເປີດແອນອນໃນລົດ ເນື່ອງຈາກໃນຂະນະທີ່ເຮົາສະຕາດເຄື່ອງຈັກປະໄວ້, ປິດແວ່ນລົດແໜ້ນ ເທົ່າກັບວ່າເປັນການດົມອາຍກາກໂບນິກ ໂດຍທີ່ແກ໊ສພິດເຫລົ່ານັ້ນຈະໄຫລວຽນມາຈາກລະບົບແອຂອງລົດທີ່ມີການດູດເອົາອາກາດຈາກພາຍນອກມາໝູນວຽນໃນລົດ ຈຶ່ງເຮັດໃຫ້ຄົນທີ່ນອນຢູ່ໃນລົດຂາດອາກາດຫາຍໃຈ ແລະ ອາດເສຍຊີວິດໄດ້.
ຈຶ່ງມີຄຳແນະນຳວິທີປະຕິບັດເພື່ອຄວາມປອດໄພດັ່ງນີ້ :
- ພັກຜ່ອນໃຫ້ພຽງພໍຫາກຈະຕ້ອງມີການຂັບລົດໃນໄລຍະທາງໄກ ລວມທັງຄວນມີການແວ່ພັກເພື່ອຍືດເສັ້ນຍືດເອັນເຄື່ອນໄຫວຮ່າງກາຍເປັນໄລຍະ ເຊັ່ນ : ທຸກ 2 ຊົ່ວໂມງ ເພື່ອປ້ອງກັນອາການຫລັບໃນ.
- ຫາກຮູ້ສຶກຢາກນອນແຮງ ແລະ ຈຳເປັນຕ້ອງນອນພັກໃນລົດ ກໍຄວນຫາບ່ອນຈອດລົດທີ່ໂລ່ງແຈ້ງ ເມື່ອຈອດລົດແລ້ວໃຫ້ດັບເຄື່ອງຈັກ ເປີດແວ່ນລົດລົງໜ້ອຍໜຶ່ງ ປະມານ 2 – 3 ຊັງຕີແມັດ ເພື່ອລະບາຍອາກາດ ແລະ ຮັບລົມຈາກພາຍນອກ, ຫ້າມເປີດແອ ແລະ ປິດແວ່ນລົດນອນເດັດຂາດ.
- ໃຊ້ພັດລົມແອຊ່ວຍໃຫ້ຫລັບ ເມື່ອພ້ອມຈະຫລັບກໍໃຫ້ບິດກຸນແຈໄປຫາຈະຫວັງເປີດ ເພື່ອໃຫ້ລະບົບໄຟຟ້າເຮັດວຽກ ແລ້ວຈຶ່ງບິດເປີດສະວິດແອ ເມື່ອເປີດແລ້ວໃຫ້ກົດປຸ່ມ A/C ຫລື ອາດຈະເປັນຮູບລົດທີ່ມີລູກສອນຊີ້ເຂົ້າມາໃນໂຕລົດຈາກພາຍນອກ ເຊິ່ງພັດລົມແອ ຈະດູດອາກາດມາໝູນວຽນໃນຫ້ອງໂດຍສານ ເຖິງຈະບໍ່ເຢັນຄືແອ, ແຕ່ກໍເຮັດໃຫ້ຫລັບໄດ້ຄືກັນ ແລະ ຄວນນອນພໍໃຫ້ເຊົາອ່ອນເພຍ ປະມານ 30 – 40 ນາທີ ເມື່ອພ້ອມແລ້ວຈຶ່ງອອກເດີນທາງຕໍ່.