ຖ້າຫາກບຸກຄົນໃດຖືກເຈົ້າໜ້າທີ່ປັບໃໝໂດຍບໍ່ມີຄວາມຜິດ ຂໍໃຫ້ສະແດງຕົວຕົນ ແລະ ຫຼັກຖານ


ວັນທີ 18 ເມສາ 2022 ນີ້ ທ່ານ ພັອ ກົງສີ ສຸວັນນະຕຸ້ມ, ຫົວໜ້າກົມຕໍາຫຼວດຈະລາຈອນ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ຊີ້ແຈງ ກ່ຽວກັບ ບັນຫາຫາງສຽງຈໍານວນໜຶ່ງທີ່ເກີດຂຶ້ນໃນສັງຄົມວ່າ ເຈົ້າໜ້າທີ່ຕໍາຫລວດຈະລາຈອນຈໍານວນໜຶ່ງ ສວຍໂອ ກາດຫາເງິນໃຫ້ຕົນເອງຈາກການຕັ້ງດ່ານກວດກາຕາມທ້ອງຖະໜົນໃນໂອກາດສໍາຄັນຕ່າງໆ ເຊິ່ງເປັນການສ້າງຄວາມເສຍຫາຍຕໍ່ພາບພົດຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ.
ຄວາມຈິງແລ້ວຜູ້ໃຊ້ລົດໃຊ້ຖະໜົນມີຄວາມເຂົ້າໃຈດີແລ້ວກ່ຽວກັບຕຳຫຼວດຈະລາຈອນທີ່ປະຕິບັດຕາມສິດ ແລະ ພາລະບົດບາດກໍານົດໄວ້ໃນມາດຕາທີ 28 ຂອງກົດໝາຍວ່າດ້ວຍການຈະລາຈອນທາງບົກ ໃຫ້ສາມາດຕັ້ງຈຸດກວດກາຍານພາຫະນະທີ່ສັນຈອນທາງບົກ ໂດຍມີສິດກວດກາໃບຂັບຂີ່, ທະບຽນລົດ, ໃບກວດກາເຕັກນິກລົດ, ປະກັນໄພລົດ, ລວມເຖີງກວດ ກາທາດເຫລົ້າຂອງຜູ້ຂັບຂີ່, ການໃສ່ສາຍຮັດນິລະໄພ ແລະ ການບັນທຸກເກີນ.
ແຕ່ໄລຍະຜ່ານມາຫາສຽງທີ່ວ່າເຈົ້າໜ້າທີ່ ຕໍາຫຼວດຈະລາຈອນໄປຕັ້ງດ່ານເພື່ອຫາເງິນໃຫ້ຕົນເອງເກີດຂຶ້ນຢ່າງຕໍ່ເນື່ອງ, ເຊີ່ງນີ້ຖືເປັນການເຂົ້າໃຈທີ່ບໍ່ຖືກຕ້ອງ ເພາະຄົນທີ່ເວົ້າແບບນີ້ບໍ່ສະແດງຕົນໂຕຕາມຈຸດທີ່ເຈົ້າໜ້າທີ່ຢາກໃຫ້ເວົ້າ, ຖ້າຢາກຕໍານິສົ່ງຂ່າວຕໍາຫຼວດຈະລາຈອນແທ້ແມ່ນສາມາດເຂົ້າໄປຫາຫົວໜ້າກົມຕໍາຫຼວດຈະລາຈອນໄດ້ເຊິ່ງທ່ານພ້ອມໃຫ້ການຮ່ວມມື.
ຖ້າຜູ້ໃຊ້ລົດໃຊ້ຖະໜົນໃນເວລາເດີນທາງທຸກຄັ້ງ ມີເອກະສານຄົບຖ້ວນ ແລະ ຍັງຢູ່ໃນກໍານົດເວລາ, ລວມເຖິງຂັບຂີ່ຖືກຕ້ອງຕາມລະບຽບຈະລາຈອນ ແລະ ບໍ່ມຶນເມົາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແມ່ນບໍ່ສາມາດປັບໃໝໄດ້ແຕ່ຢ່າງໃດ, ແຕ່ຖ້າເອກະສານບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ເປັນຕົ້ນ: ໃບຂັບຂີ່ໝົດກໍານົດ, ໃບກວດກາເຕັກນິກໝົດກໍານົດ ແລະ ອື່ນໆ ຕໍາຫຼວດຈະລາຈອນ ຈໍາເປັນຕ້ອງປັບໃໝຕາມລະບຽບການ ຫລື ດໍາລັດການປັບໝທີ່ກໍານົດໄວ້ຢ່າງຊັດເຈນ ໂດຍມີໃບບິນຈາກການຈັດຕັ້ງຂັ້ນເທີງມອບໝາຍໃຫ້ຢ່າງລະອຽດ.
ພ້ອມນີ້ ທ່ານກ່າວຢໍ້າວ່າ: ສໍາລັບຜູ້ທີ່ມັກວິພາກວິຈານ ຫລື ເວົ້າແນວບໍ່ດີກ່ຽວກັບເລື່ອງນີ້ ຂໍໃຫ້ສະແດງຕົນໂຕ ແລະ ສະແດງຫລັກຖານຢ່າງຄັກແນ່ວ່າເຈົ້າໜ້າທີ່ຕໍາຫຼວດຈະລາຈອນປັບໃໝເອົາເງິນຜູ້ໃຊ້ລົດໃຊ້ຖະໜົນແບບບໍ່ຖືກຕ້ອງຕາມລະບຽບການ ເພາະທຸກການປັບໃໝຂອງເຈົ້າໜ້າທີ່ແມ່ນມີດໍາລັດການປັບໃໝເປັນບ່ອນອີງຢ່າງລະອຽດຊັດເຈນຢູ່ແລ້ວ.