ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ

ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ - Untitled 1 5 - ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ
ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ - kitchen vibe - ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ

ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ - Untitled 1 5 - ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ

ລາຍງານລະບຸວ່າ ລິເວີພູລ ມີຄວາມກະຕືລືລົ້ນໃນການຂະຫຍາຍສັນຍາກັບ ຊາດິໂອ ມາເນ ກອງໜ້າຄົນສຳຄັນ ແຕ່ຈະບໍ່ມີການທຳລາຍເພດານຄ່າຈ້າງຂອງສະໂມສອນ.

ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ - Visit Laos Visit SALANA BOUTIQUE HOTEL - ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ

ສຳລັບ ມາເນ ທີ່ຍ້າຍມາຈາກ ເຊົາແຮມຕັນ ມາຢູ່ກັບລີເວີພູລ ເມື່ອປີ 2016 ເຊິ່ງກໍສະແດງຜົນງານໄດ້ຢ່າງໜ້າປະທັບໃຈ ໂດຍຍິງໄດ້ 115 ປະຕູ ກັບ 45 ແອສຊິສ ຈາກການານລົງຫຼິ້ນ 259 ນັດ ໃນທຸກການແຂ່ງຂັນ.

ນອກຈາກນັ້ນ ນັກເຕະອາຍຸ 30 ປີຍັງຊ່ວຍໃຫ້ ລີເວີພູລກວາດແຊ໊ມໄປແລ້ວ 5 ລາຍການ ປະກອບດ້ວຍ : ຢູຟາ ແຊ໊ມປ້ຽນລີກ, ພຣີເມຍລີກ ອັງກິດ, ສະໂມສອນໂລກ, ຟີຟາ ຄລັບ ເວີນ ຄັບ, ຢູຟາ ຊຸບເປີ ຄັບ ແລະ ຄາຣາບາວ ຄັບ.

ຢ່າງໃດກໍຕາມ, ສັນຍາຂອງ ມາເນ ກັບ ລິເວີພູລ ພວມຈະໝົດໃນເດືອນມິຖຸນາ 2023, ແຕ່ຍັງບໍ່ທັນໄດ້ຂະຫຍາຍອອກໄປອີກ. ສົ່ງຜົນໃຫ້ລາວມີຂ່າວທີ່ກ່ຽວຂ້ອງກັບການຍ້າຍສັງກັດຢ່າງຕໍ່ເນື່ອງ.

ແຕ່ຫລ້າສຸດ “football insider” ສື່ບານເຕະຊື່ດັງເປີດເຜີຍວ່າ ເຟນເວ ສະປອດ ກຣຸບ  ເຈົ້າຂອງທີມສະໂມສອນ ລິເວີພູລ ພ້ອມແລ້ວທີ່ຈະຍື່ນສັນຍາສະບັບໃໝ່ໃຫ້ກັບ ມາເນ່ ແຕ່ຈະບໍ່ແມ່ນຂໍ້ສະເໜີທີ່ສູງເກີນໄປ ຈົນທຳລາຍເພດານຄ່າຈ້າງຂອງສະໂມສອນ.

ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ - 5 - ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ
ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ - 4 - ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ
ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ - 3 - ລີເວີພູລ ພ້ອມຂະຫຍາຍສັນຍາສະບັບໃຫມ່ໃຫ້ ມາເນ