ຫລັງປີໃໝ່ລາວ ຕົວເລກຜູ້ຕິດເຊື້ອຈະເພີ່ມຂຶ້ນ ຂໍໃຫ້ຕິດຕາມອາການຂອງຕົນເອງ

ຫລັງປີໃໝ່ລາວ ຕົວເລກຜູ້ຕິດເຊື້ອຈະເພີ່ມຂຶ້ນ ຂໍໃຫ້ຕິດຕາມອາການຂອງຕົນເອງ - Untitled 1 4 - ຫລັງປີໃໝ່ລາວ ຕົວເລກຜູ້ຕິດເຊື້ອຈະເພີ່ມຂຶ້ນ ຂໍໃຫ້ຕິດຕາມອາການຂອງຕົນເອງ
ຫລັງປີໃໝ່ລາວ ຕົວເລກຜູ້ຕິດເຊື້ອຈະເພີ່ມຂຶ້ນ ຂໍໃຫ້ຕິດຕາມອາການຂອງຕົນເອງ - kitchen vibe - ຫລັງປີໃໝ່ລາວ ຕົວເລກຜູ້ຕິດເຊື້ອຈະເພີ່ມຂຶ້ນ ຂໍໃຫ້ຕິດຕາມອາການຂອງຕົນເອງ

ວັນທີ 18 ເມສາ 2022 ນີ້ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິຕໍ່ ກະຊວງສາທາລະນະສຸກ ລາຍງານວ່າ: ວັນທີ 17 ເມສາ 2022 ໄດ້ກວດວິເຄາະທັງໝົດ 1.218 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 312 ຄົນ (ຕິດເຊື້ອພາຍໃນ 304 ຄົນ ແລະ ນໍາເຂົ້າ 8 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 200.474 ຄົນ, ອອກໂຮງໝໍວານນີ້ 197 ຄົນ, ກຳລັງປິ່ນປົວ 1.880 ຄົນ ແລະ ເສຍຊີວິດທັງໝົດ 722 ຄົນ (ເສຍຊີວິດໃໝ່ 4 ກໍລະນີ)
ພ້ອມນີ້ ທ່ານຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ໃຫ້ຕິດຕາມສຸຂະພາບຕົນເອງຢ່າງຕໍ່ເນື່ອງຫລັງຈາກການສໍາເລັດສະເຫລີມສະຫລອງສົ່ງທ້າຍປີເກົ່າ ພສ 2564, ຕ້ອນຮັບປີໃໝ່ລາວ ພສ 2565 ພາຍຫລັງການສະຫລອງປີໃໝ່ລາວ ຄາດຄະເນວ່າຈະມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຈໍານວນຫລວງຫລາຍໃນແຕ່ລະແຂວງທົ່ວປະເທດ.

ທຸກຄົນຕ້ອງຕິດຕາມສຸຂະພາບ ຫລື ອາການຂອງຕົນ, ຖ້າມີອາການໄຂ້, ໄອ, ຫາຍໃຈຝືດ ຫລື ຫາຍໃຈບໍ່ສະດວກ, ລວມເຖິງອາການຕ່າງໆ ທີ່ເຂົ້າກັບນິຍາມການຕິດເຊື້ອພະຍາດດັ່ງກ່າວ ໃຫ້ຮີບຮ້ອນໄປກວດຫາເຊື້ອ ຫລື ໄປພົບແພດ ເພື່ອສາມາດຊ່ວຍກອບກູ້ຊິວິດໃຫ້ທັນເວລາຖ້າຫາກມີອາການຮ້າຍແຮງເກີດຂຶ້ນ.
ຜູ້ໃດທີ່ສົງໄສວ່າຕິດເຊື້ອພະຍາດດັ່ງກ່າວໃຫ້ໄປກວດຫາເຊື້ອຢູ່ບັນດາສະຖານທີ່ທີ່ຄະນະສະເພາະກິດກໍານົດໄວ້, ໃນນີ້ ສະເພາະຢູ່ບັນດາແຂວງ ສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫລື ຈຸດກວດເພີ່ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້, ສ່ວນຢູ່ນະຄອນຫລວງວຽງຈັນ ສາມາດໄປເກັບຕົວຢ່າງໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ103, ໂຮງໝໍ 5 ເມສາ).

ນອກຈາກນີ້ ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງຕື່ມອີກ. ສໍາລັບຜູ້ໃດທີ່ນໍາໃຊ້ເຄື່ອງກວດແບບໄວ (COVID-19 Ag Rapid Dianostic Test ຫລື ທີ່ເອີ້ນກັນວ່າ ATK ) ເມື່ອຮູ້ຜົນອອກມາວ່າຕິດເຊື້ອໃຫ້ແຈ້ງຕໍ່ຄະນະສະເພາະກິດທີ່ກ່ຽວຂ້ອງໂດຍດ່ວນ ເພື່ອຂຶ້ນທະບຽນໃຫ້ລະອຽດ ແລະ ຂໍຄໍາປຶກສາໃນການປິ່ນປົວຕົນເອງໃຫ້ຖືກຕ້ອງຕາມຫລັກການ.

ຫລັງປີໃໝ່ລາວ ຕົວເລກຜູ້ຕິດເຊື້ອຈະເພີ່ມຂຶ້ນ ຂໍໃຫ້ຕິດຕາມອາການຂອງຕົນເອງ - 4 - ຫລັງປີໃໝ່ລາວ ຕົວເລກຜູ້ຕິດເຊື້ອຈະເພີ່ມຂຶ້ນ ຂໍໃຫ້ຕິດຕາມອາການຂອງຕົນເອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!