ຈະເອົາຕົວລອດແນວໃດເມື່ອຄັນເລັ່ງຄ້າງ ?

ຈະເອົາຕົວລອດແນວໃດເມື່ອຄັນເລັ່ງຄ້າງ ? - 4e2a - ຈະເອົາຕົວລອດແນວໃດເມື່ອຄັນເລັ່ງຄ້າງ ?
ຈະເອົາຕົວລອດແນວໃດເມື່ອຄັນເລັ່ງຄ້າງ ? - kitchen vibe - ຈະເອົາຕົວລອດແນວໃດເມື່ອຄັນເລັ່ງຄ້າງ ?

ຄົນຂັບລົດຄວນຕ້ອງຮູ້ ຫາກຂັບລົດແລ້ວເກີດບັນຫາຄັນເລັ່ງຄ້າງ ເພາະເຮົາບໍ່ສາມາດຮູ້ໄດ້ວ່າມັນຈະເກີດຂຶ້ນກັບເຮົາຕອນໃດ, ແຕ່ສິ່ງທີ່ເຮົາຄວນສຶກສາໄວ້ແມ່ນທັກສະໃນການເອົາໂຕລອດເມື່ອເຫດເກີດຂຶ້ນກັບເຮົາ ເພື່ອໃຫ້ເຮົາ ຫລື ຄົນທີ່ໄປກັບເຮົານັ້ນປອດໄພ. ບັນຫາກ່ຽວກັບເຄື່ອງຈັກທີ່ໜ້າຢ້ານ ແລະ ອັນຕະລາຍທີ່ສຸດກໍແມ່ນຄັນເລັ່ງເຄື່ອງຈັກຄ້າງໃນຂະນະທີ່ກຳລັງຂັບຂີ່ຢູ່ ເຊິ່ງສາມາດເກີດຂຶ້ນໄດ້ຈາກຫລາຍສາເຫດ ບໍ່ວ່າຈະເປັນຍ້ອນລະບົບເຄື່ອງຈັກມີບັນຫາ ຫລື ແມ່ນແຕ່ມີສິ່ງຂອງໄປຄາຢູ່ ເຊັ່ນ : ກະຕຸກນຳ້, ເກີບ ເປັນຕົ້ນ ຫາກເກີດບັນຫານີ້ ມິວິທີແກ້ໄຂສະເພາະໜ້າທີ່ຄວນປະຕິບັດຕາມດັ່ງນີ້ :

  1. ຕັ້ງສະຕິກ່ອນ ເພາະເມື່ອຜູ້ຂັບຂີ່ຕົກໃຈເມື່ອຄັນເລັ່ງຄ້າງ ແລ້ວຍິ່ງຮີບຟ້າວດັບເຄື່ອງ ຫລື ຢຽບເບຣກໃນທັນທີ ຈະຍິ່ງເຮັດໃຫ້ເກີດອັນຕະລາຍຫລາຍຂຶ້ນກ່ວາເກົ່າ, ທ່ານຈະຕ້ອງຮີບຟ້າວໃສ່ເກຍວ່າງໂດຍໄວ ຫລື ເກຍ N ກ່ອນ ແລ້ວຄ່ອຍຢຽບເບຣກຍຳ້ໆແບບເບົາໆ, ຫ້າມຢຽບເບຣກແຮງທັນທີ ເພາະມັນຈະເຮັດໃຫ້ພວງມະໄລທີ່ຄວບຄຸມທິດທາງຂອງລົດລັອກ ແລະ ບໍ່ສາມາດຄວບຄຸມລົດໄດ້.
  2. ເມື່ອຫລຸດຜ່ອນຄວາມໄວຂອງລົດລົງໄດ້ໃນລະດັບໜຶ່ງແລ້ວ ໃຫ້ຄ່ອຍໆປະຄອງລົດເຂົ້າແຄມທາງແລ້ວດັບເຄື່ອງ ແລ້ວຕິດຕໍ່ຫາຊ່າງສ້ອມແປງມາເບິ່ງທັນທີ, ຢ່າຝືນຂັບລົດໄປຕໍ່ເດັດຂາດ ເພາະອາດຍິ່ງເກີດອັນຕະລາຍກ່ວາເກົ່າໄດ້.
  3. ສິ່ງສຳຄັນຫາກເກີດບັນຫາຄັນເລັ່ງຄ້າງ ນັ້ນແມ່ນສະຕິ ແລະ ຫາກຢຽບເບຣກແຮງທັນທີ ຫລື ເຂົ້າເບຣກມືໄວ້ ເພາະນອກຈາກຈະບໍ່ເຄື່ອນທີ່ແລ້ວ ຍັງເຮັດໃຫ້ເກີດບັນຫາ ເຊັ່ນ : ລົດຕຳ, ລົດປີ້ນໄດ້ນຳອີກ ໂດຍ 3 ຄຳຫລັກທີ່ຕ້ອງຈື່ໃຫ້ຂຶ້ນໃຈຫາກພົບບັນຫາຄັນເລັ່ງຄ້າງແມ່ນ ເຂົ້າເກຍວ່າງ, ຢຽບເບຣກຄ່ອຍໆ ແລະ ຢ່າດັບເຄື່ອງໂດຍເດັດຂາດ ຈົນກ່ວາຈະປະຄອງຄວາມໄວຂອງລົດລົງໄດ້ ແລະ ເອົາລົດເຂົ້າແຄມທາງ.
  • ສາເຫດທີ່ມັກຈະເຮັດໃຫ້ຄັນເລັ່ງຄ້າງນັ້ນມີຄ່າວໆ ເຊັ່ນ :
  1. ຄັນເລັ່ງຈົມ ຍ້ອນເບຣກແຂງເກີນໄປ.
  2. ລະບົບເບຣກເພ ເຮັດໃຫ້ບໍ່ສາມາດຄວບຄຸມຄວາມໄວໄດ້.
  3. ມີກະຕຸກນຳ້ເຂົ້າໄປຄາຢູ່ກ້ອງຄັນເລັ່ງ ເຮັດໃຫ້ຄັນເລັ່ງຄ້າງ ແລະ ບໍ່ສາມາດຢຽບເບຣກໄດ້.
  4. ໃສ່ເກີບສົ້ນສູງຂັບລົດ ຫລື ແມ່ນແຕ່ການປົດເກີບຂັບລົດກໍຄືກັນ ຫລື ສົ້ນເກີບອາດເຂົ້າໄປຄາຈົນເຮັດໃຫ້ຄັນເລັ່ງຄ້າງໄດ້ຄືກັນ.
  5. ຕື່ນຕົກໃຈກັບສິ່ງອື່ນ ຫລື ລົດຄັນອື່ນທາງໜ້າ ແລ້ວເຂົ້າໃຈວ່າຄັນເລັ່ງເປັນເບຣກ.

ແນວໃດກໍຕາມ, ຫາກເກີດເຫດການເຫລົ່ານີ້ ສິ່ງສຳຄັນທີ່ສຸດແມ່ນສະຕິໃນການຂັບຂີ່ ເພາະຍິ່ງຕົກໃຈ ຍິ່ງເຮັດໃຫ້ສະຖານະການຮ້າຍແຮງຍິ່ງຂຶ້ນ ແລະ ສິ່ງສຳຄັນກ່ອນຂັບຂີ່ຄວນໝັ່ນກວດເຊັກສະພາບລົດໃນທຸກເທື່ອ ເພື່ອຄວາມປອດໄພນຳອີກ.

ຈະເອົາຕົວລອດແນວໃດເມື່ອຄັນເລັ່ງຄ້າງ ? - Visit Laos Visit SALANA BOUTIQUE HOTEL - ຈະເອົາຕົວລອດແນວໃດເມື່ອຄັນເລັ່ງຄ້າງ ?

 

ຈະເອົາຕົວລອດແນວໃດເມື່ອຄັນເລັ່ງຄ້າງ ? - 3 - ຈະເອົາຕົວລອດແນວໃດເມື່ອຄັນເລັ່ງຄ້າງ ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!