ເຈົ້າໜ້າທີ່ຈະລາຈອນເຂັ້ມງວດໄລຍະປີໃໝ່ລາວ ພສ 2565 ເພື່ອຫລຸດຜ່ອນອຸບັດເຫດບົນທ້ອງຖະໜົນ

ເຈົ້າໜ້າທີ່ຈະລາຈອນເຂັ້ມງວດໄລຍະປີໃໝ່ລາວ ພສ 2565 ເພື່ອຫລຸດຜ່ອນອຸບັດເຫດບົນທ້ອງຖະໜົນ - WhatsApp Image 2022 04 09 at 07 - ເຈົ້າໜ້າທີ່ຈະລາຈອນເຂັ້ມງວດໄລຍະປີໃໝ່ລາວ ພສ 2565 ເພື່ອຫລຸດຜ່ອນອຸບັດເຫດບົນທ້ອງຖະໜົນ
ເຈົ້າໜ້າທີ່ຈະລາຈອນເຂັ້ມງວດໄລຍະປີໃໝ່ລາວ ພສ 2565 ເພື່ອຫລຸດຜ່ອນອຸບັດເຫດບົນທ້ອງຖະໜົນ - kitchen vibe - ເຈົ້າໜ້າທີ່ຈະລາຈອນເຂັ້ມງວດໄລຍະປີໃໝ່ລາວ ພສ 2565 ເພື່ອຫລຸດຜ່ອນອຸບັດເຫດບົນທ້ອງຖະໜົນ

ພັນເອກ ກົງສີ ສຸວັນນະຕຸ້ມ, ຫົວໜ້າກົມຕໍາຫລວດຈະລາຈອນ, ກົມໃຫຍ່ຕໍາຫລວດ, ກະຊວງປ້ອງກັນຄວາມສະຫງົບ ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 8 ເມສາ 2022 ນີ້ ໃຫ້ຮູ້ວ່າ: ການ ປ້ອງກັນ ແລະ ສະກັດກັ້ນອຸບັດຕິເຫດຕາມທ້ອງຖະໜົນຢູ່ທົ່ວປະເທດໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃຫມ່ລາວ ພສ 2565 ກົມຕໍາຫລວດຈະລາຈອນ ໄດ້ອອກແຈ້ງການທີ່ກໍານົດ 15 ມາດຕະການສໍາຄັນ ເປັນຕົ້ນ: ຫ້າມຜູ້ຂັບຂີ່ດື່ມສິ່ງມືນເມົາ ( ເມົາຫ້າມຂັບຂີ່ລົດ ) ຢ່າງເດັດຂາດ, ຖ້າຫາກກວດກາພົບເຫັນເຈົ້າຫນ້າ ທີ່ກ່ຽວຂ້ອງຈະໄດ້ກັກໄວ້, ເມື່ອຊ່ວງເມົາແລ້ວຈິ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ, ຫມູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ, ຫ້າມຂັບຂີ່ລົດໄວເກີນກົດຫມາຍກໍານົດ ( ສໍາລັບລົດຂົນສົ່ງໂດຍສານ ຫ້າມແລ່ນໄວເກີນ 80 Km/h ຕາມເສັ້ນທາງຫຼວງ ສະເພາະຢູ່ເຂດນອກເມືອງ ), ສະເພາະເສັ້ນທາງດ່ວນ ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 100 km/ ຊົ່ວໂມງ ແລະ ຄວາມໄວຕໍ່ສູດບໍ່ໃຫ້ຫຼຸດ 80 km/ ຊົ່ວໂມງ ( ເຈົ້າຫນ້າທີ່ຕໍາຫຼວດຈະໄດ້ຈັບຄວາມໄວຜ່ານກ້ອງຈັບຄວາມໄວ ) ແລະ ຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ ( ຍົກເວັ້ນກໍລະນີລົດເປ່ເພ່ ).

ນອກຈາກນີ້ ແມ່ນຫ້າມນໍາໃຊ້ລົດຂົນສົ່ງໂດຍສານບັນທຸກສິນຄ້າ, ບັນທຸກຜູ້ໂດຍສານເກີນກໍານົດ ແລະ ຊ່ວງຊິງເອົາຜູ້ໂດຍສານຢ່າງເດັດຂາດ ແລະ ອື່ນໆ.

ເຈົ້າໜ້າທີ່ຈະລາຈອນເຂັ້ມງວດໄລຍະປີໃໝ່ລາວ ພສ 2565 ເພື່ອຫລຸດຜ່ອນອຸບັດເຫດບົນທ້ອງຖະໜົນ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ຈະລາຈອນເຂັ້ມງວດໄລຍະປີໃໝ່ລາວ ພສ 2565 ເພື່ອຫລຸດຜ່ອນອຸບັດເຫດບົນທ້ອງຖະໜົນ

ກົມຕໍາຫລວດຈະລາຈອນ ໄດ້ປຶກສາຫາລື ແລະ ວາງແຜນກັບບັນດາຕໍາຫລວດຈະລາຈອນໃນທົ່ວປະເທດແລ້ວ ກ່ຽວກັບການຕັ້ງຈຸດກວດກາຍານພາຫະນະ ກໍຄື ອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນຢູ່ບັນດາເສັ້ນທາງສໍາຄັນ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພໃນການສັນຈອນໄປມາເປັນຕົ້ນ: ທາງເຂົ້າ-ອອກເມືອງ, ທາງເຂົ້າ-ອອກແຂວງ, ເສັ້ນທາງຫລວງແຫ່ງຊາດ 13 ເໜືອ, 13ໃຕ້ ແລະ ອື່ນໆ.

ນອກຈາກນີ້ ຍັງໃຫ້ເຈົ້າໜ້າທີ່ຕໍາຫລວດຈາລະຈອນສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງເຄື່ອນທີ່ກວດກາພາຍໃນຕົວເມືອງເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ຫລື ກ່າວເຕືອນເມື່ອເຫັນຜູ້ກະທໍາຜິດລະບຽບການທີ່ວາງໄວ້.

ຈາກສະຖິຕິ ໃນໄລຍະ 3 ວັນ ຂອງການສະຫຼອງບຸນປີໃໝ່ລາວ ພສ 2564 ແຕ່ວັນທີ 14-16 ເມສາ 2021 ຜ່ານມາ , ທົ່ວປະເທດມີອຸບັດເຫດທາງທ້ອງຖະໜົນເກີດຂຶ້ນທັງໝົດ 220 ກວ່າຄັ້ງ, ມີພາຫະນະເປ່ເພ 400 ກວ່າຄັນ, ມີຜູ້ໄດ້ຮັບບາດເຈັບ 390 ກວ່າຄົນ ແລະ ເສຍຊີວິດທັງໝົດ 30 ຄົນ. ວັນທີ 14 ເມສາ 2021, ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 90 ຄັ້ງ, ພາຫະນະເປ່ເພທັງໝົດ 158 ຄັນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 178 ຄົນ ແລະ ເສຍຊິວິດ 15 ຄົນ, ແຂວງທີ່ເກີດອຸບັດເຫດ ແລະ ເສຍຊິວິດຫຼາຍກວ່າໝູ່ແມ່ນຈໍາປາສັກ ເສຍຊິວິດ 4 ຄົນ, ສ່ວນນະຄອນຫລວງວຽງຈັນ ແລະ ໄຊຍະບູລີ ເສຍຊິວິດ ແຂວງລະ 3 ຄົນ. ວັນທີ 15 ເມສາ 2021, ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 82 ຄັ້ງ, ພາຫະນະເປ່ເພທັງໝົດ 154 ຄັນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 153 ຄົນ ແລະ ເສຍຊິວິດ 5 ຄົນ, ໃນນັ້ນແຂວງໄຊຍະບູລີເສຍຊີວິດ 2 ຄົນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຄຳມ່ວນແຂວງລະ 1 ຄົນ.

ສໍາລັບເວລາເຂົ້າປະຈໍາທີ່ຂອງເຈົ້າໜ້າທີ່ຕໍາຫລວດຈະລາຈອນໃນໄລຍະບຸນປີໃໝ່ລາວ ພສ 2565 ຕາມແຈ້ງການຂອງກົມຕໍາຫລວດຈະລາຈອນ ແມ່ນລະຫວ່າງວັນທີ 11-17 ເມສາ 2022 ເຊີ່ງຫົວໜ້າກົມຕໍາຫລວດຈະລາຈອນ ໄດ້ຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດ – ໃຊ້ຖະຫນົນ ຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການປະຕິບັດກົດລະບຽບຈະລາ ຈອນຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນກັບຕົນເອງ.

ເຈົ້າໜ້າທີ່ຈະລາຈອນເຂັ້ມງວດໄລຍະປີໃໝ່ລາວ ພສ 2565 ເພື່ອຫລຸດຜ່ອນອຸບັດເຫດບົນທ້ອງຖະໜົນ - 3 - ເຈົ້າໜ້າທີ່ຈະລາຈອນເຂັ້ມງວດໄລຍະປີໃໝ່ລາວ ພສ 2565 ເພື່ອຫລຸດຜ່ອນອຸບັດເຫດບົນທ້ອງຖະໜົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!