ທ່ານ ອິມຣານ ຂ່ານ ພົ້ນຕຳແໜ່ງ ກາຍເປັນນາຍົກລັດຖະມົນຕີປາກິດສະຖານຄົນທຳອິດ ຖືກສະພາລົງມະຕິບໍ່ໄວ້ວາງໃຈ

ທ່ານ ອິມຣານ ຂ່ານ ພົ້ນຕຳແໜ່ງ ກາຍເປັນນາຍົກລັດຖະມົນຕີປາກິດສະຖານຄົນທຳອິດ ຖືກສະພາລົງມະຕິບໍ່ໄວ້ວາງໃຈ - dFQROr7oWzulq5Fa4MDkoKotsW0G3kKkSZGnlqqTqIx1CAhE0zY7chTFreOoFOSzOG5 - ທ່ານ ອິມຣານ ຂ່ານ ພົ້ນຕຳແໜ່ງ ກາຍເປັນນາຍົກລັດຖະມົນຕີປາກິດສະຖານຄົນທຳອິດ ຖືກສະພາລົງມະຕິບໍ່ໄວ້ວາງໃຈ
ທ່ານ ອິມຣານ ຂ່ານ ພົ້ນຕຳແໜ່ງ ກາຍເປັນນາຍົກລັດຖະມົນຕີປາກິດສະຖານຄົນທຳອິດ ຖືກສະພາລົງມະຕິບໍ່ໄວ້ວາງໃຈ - kitchen vibe - ທ່ານ ອິມຣານ ຂ່ານ ພົ້ນຕຳແໜ່ງ ກາຍເປັນນາຍົກລັດຖະມົນຕີປາກິດສະຖານຄົນທຳອິດ ຖືກສະພາລົງມະຕິບໍ່ໄວ້ວາງໃຈ

ນາຍົກລັດຖະມົນຕີ ອິມຣານ ຂ່ານ ຂອງປາກິດສະຖານ ກາຍເປັນນາຍົກລັດຖະມົນຕີຄົນທຳອິດຂອງປະເທດ ທີ່ຖືກສະພາລົງມະຕິບໍ່ໄວ້ວາງໃຈພົ້ນຈາກຕຳແໜ່ງ, ຂະນະທີ່ ລັດຖະສະພາປາກິດສະຖານຈະລົງມະຕິເລືອກນາຍົກລັດຖະມົນຕີຄົນໃໝ່ວັນທີ 11 ເມສານີ້.

ວັນທີ 10 ເມສາ 2022, ທ່ານ ອິມຣານ ຂ່ານ ນາຍົກລັດຖະມົນຕີປາກິດສະຖານ ອາຍຸ 69 ປີ ສ້າງປະຫວັດສາດທາງການເມືອງໃຫ້ປະເທດ ກາຍເປັນນາຍົກລັດຖະມົນຕີຄົນທຳອິດຂອງປາກິດສະຖານທີ່ຖືກສະພາລົງມະຕິບໍ່ໄວ້ວາງໃຈຖອດຖອນໃຫ້ພົ້ນຈາກຕຳແໜ່ງນາຍົກລັດຖະມົນຕີໄປດ້ວຍຄະແນນສຽງ 174 ສຽງ ຈາກທັງໝົດ 342 ສຽງ ຫລັງຈາກຜ່ານພົ້ນທ່ຽງຄືນ ເຂົ້າສູ່ວັນທີ 10 ເມສາ 2022.

ທ່ານ ອິມຣານ ຂ່ານ ພົ້ນຕຳແໜ່ງ ກາຍເປັນນາຍົກລັດຖະມົນຕີປາກິດສະຖານຄົນທຳອິດ ຖືກສະພາລົງມະຕິບໍ່ໄວ້ວາງໃຈ - Visit Laos Visit SALANA BOUTIQUE HOTEL - ທ່ານ ອິມຣານ ຂ່ານ ພົ້ນຕຳແໜ່ງ ກາຍເປັນນາຍົກລັດຖະມົນຕີປາກິດສະຖານຄົນທຳອິດ ຖືກສະພາລົງມະຕິບໍ່ໄວ້ວາງໃຈ

ກ່ອນໜ້ານີ້, ພັກຝ່າຍຄ້ານປາກິດສະຖານໄດ້ສະເໜີຍັດຕິເປີດອະພິປາຍເພື່ອລົງມະຕິບໍ່ໄວ້ວາງໃຈນາຍົກລັດຖະມົນຕີ ອິມຣານ ຂ່ານ ດ້ວຍຂໍ້ກ່າວຫາໃນເລື່ອງການບໍລິຫານແກ້ໄຂເສດຖະກິດ ແລະ ດຳເນີນນະໂຍບາຍການຕ່າງປະເທດຜິດພາດ, ແຕ່ຕໍ່ວ່າ ເລື່ອງນີ້ໄດ້ເປັນບັນຫາຮ້ອນທາງການເມືອງໃນປາກິດສະຖານຕໍ່ເນື່ອງມາຫລາຍວັນ ເນື່ອງຈາກນາຍົກລັດຖະມົນຕີ ຂ່ານ ພະຍາຍາມຫາທາງຫລີກລ່ຽງບໍ່ໃຫ້ສະພາເປີດອະພິປາຍລົງມະຕິບໍ່ໄວ້ວາງໃຈເມື່ອວັນທີ 2 ເມສາຜ່ານມາ ດ້ວຍການຍຸບສະພາກ່ອນ, ແຕ່ຕໍ່ມາ ສານສູງສຸດຂອງປາກິດສະຖານໄດ້ຕັດສິນເມື່ອວັນທີ 8 ເມສາວ່າ: ການຍຸບສະພາຂອງນາຍົກລັດຖະມົນຕີ ຂ່ານ ຂັດຕໍ່ລັດຖະທຳມະນູນ ແລະ ບໍ່ມີຜົນທາງກົດໝາຍ.

ຫລັງນາຍົກລັດຖະມົນຕີ ຂ່ານ ຖືກລົງມະຕິບໍ່ໄວ້ວາງໃຈແລ້ວ, ລັດຖະສະພາປາກິດສະຖານມີກຳນົດປະຊຸມວາລະພິເສດເພື່ອລົງມະຕິເລືອກນາຍົກລັດຖະມົນຕີຄົນໃໝ່ໃນວັນທີ 11 ເມສານີ້ ໂດຍນາຍົກລັດຖະມົນຕີຄົນໃໝ່ຂອງປາກິດສະຖານຈະສາມາດດຳລົງຕຳແໜ່ງ ຈົນຮອດເດືອນຕຸລາ 2023 ຕາມກຳນົດທີ່ຈະມີການເລືອກຕັ້ງຄັ້ງໃໝ່.

ທັງນີ້, ທ່ານ ອິມຣານ ຂ່ານ ຊະນະເລືອກຕັ້ງໄດ້ເປັນນາຍົກລັດຖະມົນຕີປາກິດສະຖານໃນປີ 2018 ຫລັງຈາກລົງຮັບສະໝັກເລືອກຕັ້ງມາຫລາຍຄັ້ງ ແລະ ທ່ານໄດ້ໃຫ້ຄຳໝັ້ນວ່າຈະປາບປາມຕໍ່ສູ້ການສໍ້ລາດບັງຫລວງ ແລະ ແກ້ໄຂບັນຫາເສດຖະກິດຂອງປະເທດ, ແຕ່ຫລັງຈາກບໍລິຫານປະເທດມາກວ່າ 3 ປີ ນາຍົກລັດຖະມົນຕີ ອິມຣານ ຂ່ານ ບໍ່ສາມາດບໍລິຫານແກ້ໄຂເສດຖະກິດຂອງປະເທດໃຫ້ດີຂຶ້ນໄດ້.

ທ່ານ ອິມຣານ ຂ່ານ ໄດ້ເຄີຍບອກວ່າ: ທ່ານຈະບໍ່ຮັບຮອງລັດຖະບານພັກຝ່າຍຄ້ານ ໂດຍກ່າວຫາວ່າພັກຝ່າຍຄ້ານສະເໜີຍັດຕິອະພິປາຍລົງມະຕິບໍ່ໄວ້ວາງໃຈ ເນື່ອງຈາກອາເມລິກາເຂົ້າມາແຊກແຊງຢູ່ເບື້ອງຫລັງ ເພື່ອຕ້ອງການປົດທ່ານພົ້ນຕຳແໜ່ງ ເພາະປະຕິເສດຈະຢືນຢູ່ຂ້າງດຽວກັບອາເມລິກາໃນຫລາຍບັນຫາໃນການຕອບໂຕ້ຣັດເຊຍ ແລະ ຈີນ ໂດຍທ່ານ ອິມຣານ ຂ່ານ ຍັງກ່າວໂຈມຕີພັກຝ່າຍຄ້ານຂອງປາກິດສະຖານວ່າຄົບຄິດກັບຕ່າງປະເທດເພື່ອປົດທ່ານໃຫ້ພົ້ນຈາກຕຳແໜ່ງ.

ທ່ານ ອິມຣານ ຂ່ານ ພົ້ນຕຳແໜ່ງ ກາຍເປັນນາຍົກລັດຖະມົນຕີປາກິດສະຖານຄົນທຳອິດ ຖືກສະພາລົງມະຕິບໍ່ໄວ້ວາງໃຈ - 3 - ທ່ານ ອິມຣານ ຂ່ານ ພົ້ນຕຳແໜ່ງ ກາຍເປັນນາຍົກລັດຖະມົນຕີປາກິດສະຖານຄົນທຳອິດ ຖືກສະພາລົງມະຕິບໍ່ໄວ້ວາງໃຈ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!