ຜົນຄືບໜ້າຂອງການສ້າງລະບົບແຈ້ງພາສີປະຕູດຽວແຫ່ງຊາດ

ຜົນຄືບໜ້າຂອງການສ້າງລະບົບແຈ້ງພາສີປະຕູດຽວແຫ່ງຊາດ - kitchen vibe - ຜົນຄືບໜ້າຂອງການສ້າງລະບົບແຈ້ງພາສີປະຕູດຽວແຫ່ງຊາດ

ລະບົບແຈ້ງພາສີປະຕູດຽວ ແມ່ນລະບົບການເຊື່ອມໂຍງຂໍ້ມູນທາງເອເລັກໂຕຣນິກແບບບໍ່ມີເອກະສານເປັນເຈ້ຍລະຫວ່າງຂະແໜງການກ່ຽວຂ້ອງໃນການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ, ຊຶ່ງໄດ້ອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການໃນການຂໍອອກໃບອະນຸຍາດ ແລະ ໃບຢັ້ງຢືນຕ່າງໆຜ່ານລະບົບເອເລັກໂຕຣນິກ.

ໃນວັນທີ 7 ສິງຫານີ້ກະຊວງການເງິນໄດ້ຈັດກອງປະຊຸມປຶກສາຫາລື ແລະ ຮັບຟັງລາຍງານຄວາມຄືບໜ້າການພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ, ໂດຍການເປັນປະທານຂອງທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງດັ່ງກ່າວ,  ປະທານຄະນະຊີ້ນໍາວຽກງານພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ, ມີຜູ້ຮັກສາການຫົວໜ້າກົມພາສີ, ຜູ້ອໍານວຍການບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW), ຜູ້ຈັດການໂຄງການ (LNSW) ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງ​ຫລວງຫລາຍ.

ກອງປະຊຸມດັ່ງກ່າວໄດ້ສະຫລຸບ ແລະ ຕີລາຄາຄວາມຄືບໜ້າການພັດທະນາລະບົບແຈ້ງພາສີປະຕູດຽວໃນໄລຍະຜ່ານມາ, ໂດຍສະເພາະແມ່ນການພັດທະນາໂມດູນການອອກໃບອະນຸຍາດ ຫລື ໃບຢັ້ງຢືນແບບເອເລັກໂຕຣນິກໃຫ້ແກ່ພາກລັດກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ. ນອກຈາກນີ້ຍັງໄດ້ກໍານົດແຜນວຽກຍຸດທະສາດການພັດທະນາລະບົບແຈ້ງພາສີປະຕູດຽວໃຫ້ສາມາດເຊື່ອມໂຍງເຂົ້າລະບົບອາຊີກູດາ (ASYCUDA) ຂອງອົງການອູນຕັກ (UNCTD) ໄດ້ຢ່າງສົມບູນ ແລະ ເພື່ອແນໃສ່ອໍານວຍຄວາມສະດວກໃຫ້ແກ່ທຸກຂົງເຂດໃນການບໍລິການແຈ້ງພາສີ. ຊື່ງຈະເຮັດໃຫ້ລະບົບແຈ້ງພາສີປະຕູດຽວຂອງ ສປປ ລາວ ກ້າວໄປສູ່ຄວາມທັນສະໄໝ ແລະ ເປັນເອກະພາບກັບບັນດາປະເທດສະມາຊິກອາຊຽນດ້ວຍກັນ. ໃນປັດຈຸບັນການພັດທະນາລະບົບແຈ້ງພາສີປະຕູດຽວໄດ້ສໍາເລັດການພັດທະນາຕົ້ນແບບຂອງລະບົບ ແລະ ໄດ້ດໍາເນີນການທົດລອງນໍາໃຊ້ລະບົບເພື່ອອອກໃບອະນຸຍາດນໍາເຂົ້າພາຫະນະທົ່ວໄປພາຍໃຕ້ການຄຸ້ມຄອງຂອງກົມການນໍາເຂົ້າ-ສົ່ງອອກກະຊວງອຸດສາຫະກໍາ ແລະ ການຄ້າ ຊື່ງເຫັນວ່າສາມາດນໍາໃຊ້ໄດ້ໂດຍພື້ນຖານ, ອີງຕາມແຈ້ງການຂອງກະຊວງອຸດສະຫະກໍາ ແລະ ການຄ້າວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຫລື ສົ່ງອອກແບບອັດຕະໂນມັດ ແລະ ແບບບໍ່ອັດຕະໂນມັດ, ພາຍຫລັງສໍາເລັດການທົດລອງນໍາໃຊ້ຈະຂະຫຍາຍການນໍາໃຊ້ລະບົບດັ່ງກ່າວໄປສູ່ຂະແໜງການທີ່ຕິດພັນກັບການອອກໃບອະນຸຍາດນໍາເຂົ້າພາຫະນະ ໂດຍສະເພາະແມ່ນກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອອອກໃບອະນຸຍາດດ້ານເຕັກນິກນໍາເຂົ້າພາຫະນະກົນຈັກເຂົ້າ ແລະ ຂື້ນທະບຽນຢູ່ ສປປ ລາວ ແລະ ຂະແໜງການທີ່ກ່ຽວຂ້ອງກັບການອອກໃບອະນຸຍາດນໍາເຂົ້າອື່ນໆເຊັ່ນ: ກົມອາຫານ ແລະ ຢາກະຊວງສາທາລະນະສຸກ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງກະຊວງກະສິກໍາ ແລະ ປ່າໄມ້ ເປັນຕົ້ນ.

ຜົນຄືບໜ້າຂອງການສ້າງລະບົບແຈ້ງພາສີປະຕູດຽວແຫ່ງຊາດ - 4 - ຜົນຄືບໜ້າຂອງການສ້າງລະບົບແຈ້ງພາສີປະຕູດຽວແຫ່ງຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!