ຫາຍໃຈໄລ່ພິດແລະເສີມພູມຕ້ານທານພະຍາດ


ການຫາຍໃຈທີ່ຖືວ່າໄດ້ປະສິດທິພາບແມ່ນປອດທຸກພາກສ່ວນຕ້ອງຂະຫຍາຍໂຕໄດ້ເຕັມທີ່, ປອດມີ 3 ພາກສ່ວນ ຄື : ປອດພາກສ່ວນເທິງ, ພາກສ່ວນກາງ ແລະ ພາກສ່ວນລຸ່ມ ທຸກເທື່ອທີ່ຫາຍໃຈ ປອດຈະຂະຫຍາຍໂຕ, ປອດລຸ່ມ ເມື່ອຂະຫຍາຍຈະດັນກະບັງລົມໃຫ້ເລື່ອນລົງ ເຮັດໃຫ້ທ້ອງໃຄ່ຂຶ້ນເວລາເຮົາຫາຍໃຈເຂົ້າ. ສ່ວນປອດເທິງ ແລະ ກາງຈະດັນໃຫ້ກະດູກຂ້້າງກາງຂຶ້ນ ຈະເຫັນໄດ້ແຈ້ງ ແຕ່ສ່ວນຫລາຍແລ້ວເຮົາມັກຈະຫາຍໃຈໂດຍການໃຊ້ປອດພາກສ່ວນລຸ່ມຢ່າງດຽວ. ສາເຫດທີ່ເຮັດໃຫ້ປອດເທິງບໍ່ຄ່ອຍຂະຫຍາຍອາດເປັນເຫດຈາກບາງຄົນທີ່ມີໂຄງສ້າງຮ່າງກາຍຍຶດຕິດ ເຊັ່ນ : ຫລັງກົ່ງ, ບ່າໄຫລ່ຕົກ ຫລື ງຸ້ມເຂົ້າ ຈະເຮັດໃຫ້ຂໍ້ຕໍ່ກະດູກສັນຫລັງ ເຊິ່ງເຊື່ອມກັບໂຄງກະດູກຂ້າງບໍ່ຂະຫຍາຍໂຕ ເປັນສາເຫດໃຫ້ອາກາດເຂົ້າໄປໄດ້ໜ້ອຍກ່ວາປົກກະຕິ ເຊິ່ງເຮົາອາດຈະຮູ້ສຶກຄືຫາຍໃຈໄວ, ຕິດຂັດ ແລະ ສັ້ນ ເຮັດໃຫ້ມີບັນຫາຢູ່ລະບົບອື່ນໆຕາມມາ. ເຮົາຫາຍໃຈເຂົ້າເອົາອົກຊີແຊນໄປລ້ຽງແຊນເມື່ອແຊນໄດ້ ອາຫານຕາມທີ່ຕ້ອງການກໍຈະແຂງແຮງ ປຽບດັ່ງຮ່າງກາຍເຮົາມີພູມຕ້ານທານພະຍາດຕ່າງໆໄດ້ດີ ເພາະໜ່ວຍຍ່ອຍຂອງຮ່າງກາຍນ້ອຍສຸດແມ່ນແຊນ ແລະ ເມື່ອຫາຍໃຈອອກກໍເປັນການໄລ່ແກ໊ສກາກໂບນິກ ແລະ ເຊື້ອພະຍາດຕ່າງໆຜ່ານທໍ່ຫາຍໃຈ ເຊິ່ງສິ່ງເສດເຫລືອເຫລົ່ານີ້ມັກເກີດຈາກຂະບວນການຕ່າງໆພາຍໃນຮ່າງກາຍ. ຫາກຮູ້ສຶກຫາຍໃຈບໍ່ອີ່ມ ຫລື ຫາຍໃຈສັ້ນໆຂັດໆ ລອງຢືດເອິກຂຶ້ນ, ເຜີຍບ່າໄຫລ່ໄປດ້ານຫລັງ ແລ້ວລອງຫາຍໃຈເຂົ້າໃຫ້ເລິກ ແລະ ຍາວທີ່ສຸດ ຈິນຕະນາການວ່າເລົາຄີງຂອງເຮົາກຳລັງໃຄ່ອອກຫລາຍທີ່ສຸດ ພ້ອມກັບຄ່ອຍໆຫາຍໃຈອອກຊ້າໆຍາວໆ ປະມານ 3 – 5 ຮອບ ພຽງເທົ່ານີ້ທ່ານກໍຈະສົດຊື່ນຂຶ້ນທັນທີ.