ດ່ານບ້ານມອມເມືອງສິງມອບໄມ້ຜິດລະບຽບຫລາຍກວ່າ 3.700 ​ແມັດ​ກ້ອນໃຫ້​ເຈົ້າໜ້າທີ່

ດ່ານບ້ານມອມເມືອງສິງມອບໄມ້ຜິດລະບຽບຫລາຍກວ່າ 3.700 ​ແມັດ​ກ້ອນໃຫ້​ເຈົ້າໜ້າທີ່ - kitchen vibe - ດ່ານບ້ານມອມເມືອງສິງມອບໄມ້ຜິດລະບຽບຫລາຍກວ່າ 3.700 ​ແມັດ​ກ້ອນໃຫ້​ເຈົ້າໜ້າທີ່

ເມື່ອບໍ່ດົນມານີ້, ເຈົ້າໜ້າ​ທີ່​ຕຳຫລວດ​ກວດ​ຄົນ​ເຂົ້າ-ອອກ​ເມືອງ (ຕມ) ປະຈຳ​ດ່ານ​ບ້ານ​ມອມ​ເມືອງ​ສິງ​ແຂວງ​ຫລວງ​ນ້ຳທາ, ​ໄດ້​ມອບ​ໄມ້ດູ່​ທີ່​ຜິດລະບຽບ​ກົດໝາຍ​ຫລາຍກວ່າ 3.700 ​ແມັດ​ກ້ອນ ​ແລະ ​ລົດ​ຕຸກໆ 3 ລໍ້ອີກ 4 ຄັນທີ່ໃຊ້ເຂົ້າໃນການຂົນສົ່ງລໍາລຽງໄມ້ຈໍານວນດັ່ງກ່າວໃຫ້ແກ່​ເຈົ້າໜ້າ​ທີ່ກວດກາ​ປ່າ​ໄມ້ແຂວງຫລວງນໍ້າທາ ເພື່ອເປັນຫລັກຖານປະກອບສໍານວນຄະດີຂອງຜູ້ກະທໍາຜິດຕາມລະບຽບ​ກົດໝາຍ.

ທ່ານພັນຕີ ສຸ​ລິ​ວັນ ຍົມ​ມະນີ ຮັກສາ​ການ​ຫົວໜ້າ​ດ່ານ ຕມ ບ້ານ​ມອມ ​ໃຫ້​ຮູ້​ວ່າ: ໄມ້ຈໍານວນດັ່ງກ່າວແມ່ນກໍາລັງເຈົ້າໜ້າທີ່ຂອງຕົນສາມາດຢຶດໄດ້ຢູ່ຈຸດກວດກາເຂດຫ້ວຍນໍ້າຢວນເມືອງສິງ ແລະ ສາມາດຈັບຕົວ​ຜູ້ກະທໍາຜິດໄດ້ 6 ຄົນຄື: ​ທ້າວ ມື​ເພາະ ອາຍຸ 42 ປີຢູ່​ບ້ານ​ຊຽງ​ໃຈ, ທ້າວ ​ໂລ​ລື ອາຍຸ 43 ປີ, ທ້າວ ອາຊາ ອາຍຸ 38 ປີຢູ່​ບ້ານ​ຫ້ວຍ​ລອງ​ເກົ່າ, ທ້າວ ຕີ​ລໍ ອາຍຸ 38 ປີຢູ່​ບ້ານ​ລໍ​ມື​ເມືອງ​ສິງ ​ແຂວງ​ຫລວງ​ນ້ຳທາ, ທ້າວ ສີ​ຕົງ​ຟາງ ອາຍຸ 39 ປີ ​ແລະ ທ້າວ ຫວງ​ຊາງ ອາຍຸ 25 ປີ​ສັນຊາດ​ຈີນຢູ່​ບ້ານ​ປາລີ​ນຈາ​ຍ​ເມືອງ​ຢວນ ສປຈີນ.

ດ່ານບ້ານມອມເມືອງສິງມອບໄມ້ຜິດລະບຽບຫລາຍກວ່າ 3.700 ​ແມັດ​ກ້ອນໃຫ້​ເຈົ້າໜ້າທີ່ - Visit Laos Visit SALANA BOUTIQUE HOTEL - ດ່ານບ້ານມອມເມືອງສິງມອບໄມ້ຜິດລະບຽບຫລາຍກວ່າ 3.700 ​ແມັດ​ກ້ອນໃຫ້​ເຈົ້າໜ້າທີ່

ຜ່ານ​ການສືບສວນ-​ສອບ​ສວນຂອງເຈົ້າໜ້າທີ່ພວກເຂົາຮັບສາລະພາບວ່າ: ໄດ້ຮັບຈ້າງໃຫ້ຂົນສົ່ງໄມ້ດັ່ງກ່າວມາແຕ່ບ້ານ​ຫ້ວຍ​ລອງ​ເກົ່າ​ເມືອງ​ສິງ ເພື່ອ​ສົ່ງ​ອອກໄປ​​ຈີນ, ແຕ່ຖືກເຈົ້າໜ້າທີ່ຈັບຕົວເສຍກ່ອນ.

 

ດ່ານບ້ານມອມເມືອງສິງມອບໄມ້ຜິດລະບຽບຫລາຍກວ່າ 3.700 ​ແມັດ​ກ້ອນໃຫ້​ເຈົ້າໜ້າທີ່ - 3 - ດ່ານບ້ານມອມເມືອງສິງມອບໄມ້ຜິດລະບຽບຫລາຍກວ່າ 3.700 ​ແມັດ​ກ້ອນໃຫ້​ເຈົ້າໜ້າທີ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!