ກູບາ: ປະເທດທີ່ຍືນຍົງທີ່ສຸດໃນໂລກຈາກກະສິກຳຂະໜາດນ້ອຍ
ພວກເຮົາຄົງນຶກພາບອອກໃນ 50 ປີກ່ອນນັ້ນ, ປະເທດກູບາອາດເວົ້າໄດ້ວ່າບໍ່ມີໃນແຜນທີ່ໂລກໜ່ວຍນີ້ກໍວ່າໄດ້, ແຕ່ປີ 2015 ຜ່ານມາ, ສະຫະລັດອາເມລິກາໄດ້ຮັບຮູ້ປະເທດກູບາດ້ວຍການສ້າງສາຍພົວພັນອັນດີຄືນ,ພາຍຫລັງການຕັດຂາດທາງການທູດມາໄດ້ຫລາຍທົດສະວັດ ແລະ ມາຮອດມື້ນີ້ປະເທດກູບາ ກໍຍັງຄົງຢູ່ແມ່ນແຕ່ປະທານາທິບໍດີຜູ້ເກັ່ງກາ ດັ່ງທ່ານ ຟີແດນ ກາສໂຕຣ (Fidel Castro) ກໍຫາມໍລະນະກຳໃນປີຜ່ານມາ (2016) ນີ້ເອງ, ພາຍຫລັງວິກິດການໃນປີ 1991 ກູບາຕ້ອງໄດ້ສູຍເສຍທຸກຢ່າງໂດຍຂາດການນຳເຂົ້າສິນຄ້າໃດໆທີ່ຈຳເປັນຈາກພາຍນອກ ເຊັ່ນ: ນໍ້າມັນ, ເຄື່ອງກົນຈັກ ແລະ ອື່ນໆ, ແຕ່ມາຮອດມື້ນີ້ມີຫລາຍຢ່າງທີ່ພວກເຮົາຈະຕ້ອງໄດ້ຮຽນຮູ້ຈາກກູບາ.
ໃນປີ 2006 ອົງການກອງທຶນອະນຸລັກທຳມະຊາດໂລກ (WWF) ໄດ້ເປີດເຜີຍໃນບົດລາຍງານວ່າດ້ວຍດັດສະນີຄວາມຍືນຍົງ ໄດ້ພິຈາລະນາວ່າກູບາເປັນປະເທດທີ່ຍືນຍົງທີ່ສຸດໃນໂລກ. ເພື່ອເຂົ້າໃຈຕໍ່ຜົນສຳເລັດອັນໂດດເດັ່ນ ແລະ ສຳຄັນນີ້ພວກເຮົາຕ້ອງຫວນຄືນໄປໃນປີ 1990. ກູບາໃນເວລານັ້ນເປັນດັ່ງແບບຢ່າງທາງດ້ານການກະສິກຳ “ເພື່ອການຄ້າ” ໂດຍຫັນປ່ຽນເນື້ອທີ່ດິນອັນກວ້າງໃຫຍ່ຂອງປະເທດເປັນດິນກະສິກຳທີ່ປູກພືດຊະນິດດຽວ (monoculture) ຄື: ອອ້ຍ, ນໍາໃຊ້ປຸຍວິທະຍາສາດເຂົ້າຊ່ວຍຢ່າງເຂັ້ມຂຸ້ນ ໂດຍສະເລ່ຍຕໍ່ຫົວຄົນແລ້ວ ກູບານຳໃຊ້ຢາຂ້າຫຍ້າຫລາຍກວ່າອາເມລິກາຊໍ້າ, ເກັບກ່ຽວຜົນຜະລິດແລ້ວກໍສົ່ງໄປຍັງອາດີດສະຫະພາບໂຊຫວຽດ ເພື່ອແລກກັບນໍ້າມັນ ແລະ ອາຫານ. ເລື່ອງຕະລົກໃນເວລານັ້ນກໍຄືພືດທັນຍາຫານ ທີ່ປູກໃນປະເທດກູບາແມ່ນສົ່ງອອກໝົດ ແລະ ອາຫານທີ່ປະຊາຊົນບໍລິໂພກສ່ວນໃຫຍ່ພັດໄດ້ນຳເຂົ້າ ແຕ່ວິກິດການຄັ້ງໃຫຍ່ພັດເກີດຂຶ້ນເມື່ອອາດີດສະຫະພາບໂຊຫວຽດພັງທະລາຍລົງໃນປີ 1991 ຈຶ່ງເຮັດໃຫ້ຕະຫລາດສົ່ງອອກຂອງຜົນຜະລິດກູບາ ຕ້ອງຫາຍສາບສູນໄປພ້ອມ ແລ້ວເຮັດໃຫ້ກູບາບໍ່ມີຮອດເງິນຊື້ນໍ້າມັນ ແລະ ອາຫານເລີຍ.
ເພື່ອປະຄອງຄວາມຢູ່ລອດ, ກູບາຕ້ອງໄດ້ນຳວິທີການກະສິກຳທີ່ຍືນຍົງ (permaculture) ຈາກປະເທດອົດສະຕາລີ ໂດຍຫັນຈາກການກະສິກຳທີ່ເອີ້ນວ່າ “ເພື່ອການຄ້າ” ໂດຍໂຮຍປຸຍເຄມີໃສ່ຂີ້ດິນແບບລັບຫູລັບຕາ ໃນເມື່ອກ່ອນມາເປັນ “ກະສິກຳອິນຊີ” ແລະ ປູກພືດຫລາກຫລາຍຊະນິດ. ການທີ່ເຮັດແບບນີ້ໃນຄາວນັ້ນ ກໍບໍ່ແມ່ນວ່າດ້ວຍຈິດໃຈຮັກສາສິ່ງແວດລ້ອມຫຍັງດອກ, ແຕ່ເຮັດໄປເພື່ອພໍມີອາຫານກິນຄອງຊີບແກ້ວິກິດການສະເພາະໜ້າ ແຕ່ແລ້ວພັດກັບກາຍເປັນດີ ເມື່ອບໍ່ພໍຮອດສິບປີຄົນກູບາແຕ່ລະຄົນສາມາດມີອາຫານເຫລືອກິນ, ໂດຍຜູ້ໜຶ່ງໄດ້ຮັບພະລັງງານມື້ລະ 3,356 ແຄລໍຣີ (Calories) ເຊິ່ງສະເລ່ຍໂດຍທົ່ວໄປຄົນຜູ້ໜຶ່ງຕ້ອງການມື້ໜຶ່ງມີແຕ່ 1,800-2,500 ແຄລໍຣີເທົ່ານັ້ນ. ພ້ອມກັນນັ້ນ ອາຫານຜະລິດໂດຍສ່ວນໃຫຍ່ບໍ່ແມ່ນປູກ ຫລື ຜະລິດຢູ່ເຂດນອກເມືອງ (ທີ່ຮຽກຮ້ອງໃຫ້ມີຄ່າຂົນສົ່ງ) ຫຍັງດອກ ແຕ່ 90% ຂອງອາຫານສົດໆທີ່ຂາຍຢູ່ໃນເມືອງແມ່ນປູກຢູ່ສວນນ້ອຍໆຂອງຄົນແຖບໃນເມືອງ, ເຊິ່ງທັງໝົດກໍຖືວ່າປອດສານພິດ, ມາຮອດປີ 2003 ກູບາສາມາດຫລຸດຜ່ອນຄ່າໃຊ້ຈ່າຍໃນການຊື້ນໍ້າມັນໄດ້ຫລາຍກວ່າ 50%, ຄ່າປຸຍເຄມີ 90% ແລະ ສານເຄມີອື່ນໆໄດ້ 83%.
ຜົນສຳເລັດຂອງກູບາ ສະແດງໃຫ້ເຮົາຮູ້ວ່າ: ການຜະລິດອາຫານໃຫ້ພໍພຽງ ກັບການບໍລິໂພກຂອງຄົນພາຍໃນປະເທດນັ້ນມັນບໍ່ໄດ້ຮຽກຮ້ອງ ການລົງທຶນຂະໜາດໃຫຍ່ທີ່ເອີ້ນວ່າການປູກພືດ “ເພື່ອການຄ້າ” ທີ່ຮຽກຮ້ອງການລົງທຶນດ້ວຍເງິນກ້ອນໃຫຍ່ໂຕຈາກຊາວຕ່າງຊາດທີ່ນຳເອົາປຸຍເຄມີມາຫວ່ານໃສ່ດິນອັນບໍລິສຸດຂອງພວກເຮົາດອກ, ເລື່ອງເປັນຕາເສົ້າໃຈກໍຄື ທ່າມກາງມີຄົນອຶດຢາກພາຍໃນປະເທດ ແຕ່ພັດເອົາຜົນຜະລິດທີ່ມີນັ້ນໄປຂາຍດ້ວຍລາຄາຖືກໆໃຫ້ຊາວຕ່າງຊາດແລ້ວຫັນມາເບິ່ງດິນພັດເສື່ອມຄຸນເສຍແລ້ວ, ເມື່ອເປັນເຊັ່ນນັ້ນເຮົາຊິເອົາຫຍັງມາເວົ້າວ່າ “ຍືນຍົງ” ຊິບໍ່ດີກວ່າບໍ ຖ້າຈະສົ່ງເສີມການຜະລິດຂະໜາດນ້ອຍ, ຫລາກຫລາຍ, ກວ້າງຂວາງ, ສະອາດເປັນມິດກັບສິ່ງເວດລ້ອມ, ລາຄາຖືກ ໂດຍຊອກວິທີຫລຸດຄ່າໃຊ້ຈ່າຍດ້ານໆຕ່າງໆດັ່ງທີ່ກູບາເຮັດໄດ້.