ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ

ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ -                       - ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ
ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ - kitchen vibe - ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ

ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ -                       - ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ

ເຈົ້າພາບຫວຽດນາມ ເປັນຊາດທີ່ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນມະຫະກຳກິລາຊີເກມຄັ້ງທີ 31 ຫລາຍທີ່ສຸດຈຳນວນ 965 ຄົນ ສ່ວນທີ 2 ແມ່ນໄທທີ່ 871 ຄົນ.

ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ - Visit Laos Visit SALANA BOUTIQUE HOTEL - ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ

ເຈົ້າພາບຫວຽດນາມກຽມຈັດການແຂ່ງຂັນມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ພວມຈະມີຂຶ້ນລະຫວ່າງວັນທີ 12-23 ພຶດສະພາ ທີ່ນະຄອນຮາໂນ້ຍ ປະເທດຫວຽດນາມ.

ຫລ້າສຸດຄຄະນະກຳມະການຈັດການແຂ່ງຂັນໄດ້ສະຫລຸບຈຳນວນນັກກິລາອາຊຽນ ຫລັງປິດຮັບການລົງທະບຽນໄປຮຽບຮ້ອຍແລ້ວ ຜົນປາກົດວ່າ ເຈົ້າພາບຫວຽດນາມ ສົ່ງນັກກິລາເຂົ້າຮ່ວມການຊີງໄຊຫລາຍທີ່ສຸດ 965 ຄົນ ຮອງລົງມາເປັນໄທ 871 ຄົນ ສ່ວນ ບຣູໄນຫນ້ອຍທີ່ສຸດ 24 ຄົນ ໂດຍ ຮາໂນ້ຍເກມ ຄັ້ງນີ້ ມີ 40 ຊະນິດກິລາຊີງ 526 ຫລຽນຄຳ.

ສະຫລຸບຍອດນັກກິລາຂອງແຕ່ລະປະເທດດັ່ງນີ້ ຫວຽດນາມ 965 ຄົນ (ຊາຍ 534 ຄົນ ແລະ ຍິງ 431 ຄົນ), ໄທ 871 ຄົນ (ຊາຍ 483 ຄົນ ແລະ ຍິງ 388 ຄົນ), ມາເລເຊຍ 654 ຄົນ (ຊາຍ 435 ຄົນ ແລະ ຍິງ 219 ຄົນ), ຟີລິບປິນ 643 ຄົນ (ຊາຍ 381 ຄົນ ແລະ ຍິງ 262 ຄົນ), ອິນໂດເນເຊຍ 541 ຄົນ (ຊາຍ 367 ຄົນ ແລະ ຍິງ 174 ຄົນ).

ສິງກະໂປ 474 ຄົນ (ຊາຍ 305 ຄົນ ແລະ ຍິງ 169 ຄົນ), ມຽນມາ 352 ຄົນ (ຊາຍ 211 ຄົນ ແລະ ຍິງ 141 ຄົນ), ຕີມໍ ເລສເຕ 69 ຄົນ (ຊາຍ 60 ຄົນ ແລະ ຍິງ 9 ຄົນ), ບຣູໄນ 24 ຄົນ (ຊາຍ 18 ຄົນ ແລະ ຍິງ 6 ຄົນ).

ສ່ວນປະເທດລາວ ແລະ ກຳປູເຈຍ ຍັງຍື່ນລົງທະບຽນນັກກິລາບໍ່ຮຽບຮ້ອຍເທື່ອ ແຕ່ຈາກການລົງທະບຽນກ່ອນຫນ້ານີ້ ລາວຈະມີນັກິລາ 363 ຄົນ ແລະ ກຳປູເຈຍ ມີນັກກິລາ 494 ຄົນ.

ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ - 3 - ເຈົ້າພາບຊີເກມ ຄັ້ງທີ 31 ສົ່ງນັກກິລາຊີງຫລຽນຫລາຍທີ່ສຸດເຖິງ 965 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!