ບາສີ-ສູ່ຂວັນ ແມ່ນຫຍັງ ແລະ ແຕກຕ່າງກັນແນວໃດ?
ບາສີ ແມ່ນພິທີການໜຶ່ງທີ່ສຳຄັນ ແລະ ປະຕິບັດສືບທອດກັນມາຕາມຮີດຄອງປະເພນີທີ່ດີງາມຂອງຊາດລາວ, ເປັນເອກະລັກສະເພາະ ຊຶ່ງຄົນລາວຮູ້ຈັກກັນດີ. ການທຳພິທີບາສີ ໃນທ່າມກາງການເຕົ້າໂຮມຂອງທຸກໆຊັ້ນຄົນທີ່ມາຮ່ວມກັນກັບສີສັນບັນຍາກາດແຫ່ງຄວາມສົດຊື່ນຂອງດອກໄມ້ ແລະ ຮອຍຍິ້ມ, ຄວາມເປັນສີລິມຸງຄຸນສຳລັບການດຳລົງຊີວິດທີ່ສະຫງົບສຸກ ແລະ ຈິດໃຈໂອບເອື້ອອາລີ.
ບາສີ ໝາຍເຖິງການເຮັດໃຫ້ມີຄວາມຈະເລີນ ມີສິ່ງດີສີລິມຸງຄຸນ, ອາຍຸ ວັນນະ ສຸຂະ ພະລະ ຊຶ່ງເປັນຈຸດ ປະສົງດຽວເທົ່ານັ້ນ, ແຕ່ຮູບແບບຂອງການຈັດອາດຈະແຕກຕ່າງກັນ ແລ້ວແຕ່ສະຖານທີ່, ໂອກາດ ເໝາະສົມ ແລະ ຖານະຂອງຄົນໃນສັງຄົມ. ຜ່ານມາກໍຄືປັດຈຸບັນຊາວລາວສ່ວນຫລາຍຈະຈັດບາສີ ສຳລັບອວຍໄຊໃຫ້ພອນ, ການຍິນດີຕ້ອນຮັບ ຫລື ການລາຈາກ ຂໍໃຫ້ເກີດແຕ່ຄວາມສຸກ ຄວາມຈະເລີນໃນຊີວິດການໄປການມາ ຕະຫລອດປອດໄພ.
ເດັກນ້ອຍເກີດໃໝ່ ແລະ ແມ່ຜູ້ໃຫ້ກຳເນີດເດັກ, ຄົນເຈັບທີ່ຟື້ນຈາກການເຈັບເປັນ, ຄົນທີ່ເດີນທາງໄປຕ່າງຖິ່ນ, ຄົນທີ່ມາຢ້ຽມຢາມທາງລັດຖະການ ຫລື ພໍ່ແມ່ພີ່ນ້ອງທີ່ຈາກໄປ ແລະ ຫວນຕ່າວກັບຄືນສູ່ເຮືອນຊານບ້ານຊ່ອງ ລ້ວນແຕ່ຕ້ອງຈັດບາສີໃຫ້.
ນອກນີ້ກໍ່ມີການບາສີ ບຸນປີໃໝ່, ການແຕ່ງດອງ, ການຕ້ອນຮັບໝູ່ເພື່ອນທີ່ໄດ້ພົບກັນໃໝ່ ແລະ ອຶ່ນໆ. ທັງປວງນີ້ເຊື່ອວ່າການ ບາສີ ແມ່ນໂອກາດດີສຳລັບຄົນໝຸ່ມກ່ອນຈະແຕ່ງດອງ ທີ່ຈະໄດ້ຮັບການບອກສອນຂອງພໍ່ແມ່ ແລະ ເຖົ້າແກ່ທັງຫຼາຍ.
ສູ່ຂວັນ ໝາຍເຖິງການຮັບຂວັນ ເພາະເຊື່ອວ່າ ທຸກສ່ວນຂອງຮ່າງກາຍຄົນເຮົາມີຂວັນ ແລະ ຂວັນຄືກັບຄົນພະເນຈອນ ມັກໄປທ່ຽວ.
ສະນັ້ນຕ້ອງໄດ້ສູ່ຂວັນເພື່ອໃຫ້ຂວັນຢູ່ ແລະ ກັບຄືນສູ່ຮ່າງກາຍ ເພາະຢ້ານວ່າການໄປໄກ ຫລື ຫລາຍບ່ອນຂອງຂວັນ ຈະເຮັດໃຫ້ຂວັນນັ້ນໄປຕົກຢູ່ສະຖານທີ່ທີ່ບໍ່ດີ ຫລື ບໍ່ຮູ້ຈັກ ຫລືຕິດພັນກັບສິ່ງຂອງບໍ່ດີ ແລະ ບໍ່ມີວັນຫວນກັບຄືນມາ ໂດຍໝໍພອນ ເອີ້ນຂວັນທັງສາມສິບສອງປະການໃຫ້ກັບເຂົ້າມາສູ່ກາຍເຊັ່ນ ຂວັນຫົວ, ຂວັນແຂນ, ຂວັນຂາ ເປັນຕົ້ນ.
ຈາກນັ້ນໝໍພອນກໍມັດແຂນໃຫ້ເຈົ້າຂອງ ຂວັນ ຕາມດ້ວຍຄົນທີ່ມາຮ່ວມພິທີເພື່ອອວຍພອນໃຫ້.