ວາງແຜນຊີວິດຕອນເຖົ້າໄວ້ແນວໃດໃຫ້ມີເງິນໃຊ້ ຢູ່ສະບາຍ.
April 5, 2022 - 1:53 PM


ຍ້ອນຫຍັງເຮົາຕ້ອງວາງແຜນການເງິນຫລັງກະສຽນອາຍຸ ໂດຍທີ່ອາຍຸຫາກໍເຂົ້າຫລັກ 3 ຫລື ຫລັກ 4 ? ຄຳຕອບທີ່ເຂົ້າໃຈງ່າຍກໍຄື ເມື່ອອາຍຸຫລາຍຂຶ້ນ ຄວາມສາມາດຕ່າງໆຂອງເຮົາຈະຫລຸດລົງ ບໍ່ວ່າຈະເປັນຄວາມແຂງແຮງຂອງສະພາບຮ່າງກາຍ ຫລື ຄວາມແຂງແຮງຂອງສະພາບຈິດໃຈກໍຕາມ ທຸກຢ່າງບໍ່ພ້ອມທີ່ຈະສູ້ນຳເຮົາຄືກັບຕອນທີ່ເຮົາຍັງເປັນໜຸ່ມສາວອີກຕໍ່ໄປແລ້ວ. ຍ້ອນເຫດນີ້ຈຶ່ງເປັນທີ່ມາຂອງການທ້ອນເງິນເພື່ອຊີວິດທີ່ມີຄວາມສຸກຫລັງກະສຽນນັ້ນເອງ ແລ້ວຊີວິດຫລັງກະສຽນທີ່ດີນັ້ນຕ້ອງເຮັດແນວໃດ ມາເບິ່ງ 5 ຫລັກການເຮັດແນວໃດເພື່ອໃຫ້ມີເງິນກຽມໄວ້ສຸກໃຈຍາມກະສຽນ.
- ຈັດສັນແບ່ງສ່ວນສຳລັບຄ່າໃຊ້ຈ່າຍສ່ວນຕົວ : ຂັ້ນທຳອິດທ່ານຕ້ອງຄິດກ່ອນວ່າຢາກມີເງິນໄວ້ໃຊ້ເດືອນລະເທົ່າໃດ ? ບໍ່ວ່າຈະແມ່ນເລື່ອງອາຫານ, ສິ່ງຂອງເຄື່ອງໃຊ້ ຫລື ການທ່ອງທ່ຽວ ທີ່ສຳຄັນຢ່າລືມນຶກເຖິງເລື່ອງສຸຂະພາບນຳ ເຊິ່ງວິທີຄິດເພື່ອທ້ອນເງິນແບບຄ່າວໆ ເຊັ່ນ : ທ້າວ ກ ຕັ້ງໃຈຈະກະສຽນອາຍຸ ເມື່ອຄົບ 55 ປີ ແລະ ຄາດການວ່າຈະໃຊ້ຊີວິດຈົນເຖິງ 75 ປີ ເຊິ່ງມີເງິນໃຊ້ຫລັງກະສຽນໃນແຕ່ລະເດືອນ ຈຳນວນ 3 ລ້ານກີບ ຄິດເປັນປີແມ່ນ 36 ລ້ານກີບ ດັ່ງນັ້ນ ທ້າວ ກ ຈະຕ້ອງມີເງິນທັງໝົດຫລັງກະສຽນເທົ່າກັບ 36 ລ້ານກີບ x 20 ປີ ຈະເທົ່າກັບ 720 ລ້ານກີບ, ແຕ່ຢ່າລືມວ່າໃນອະນາຄົດຈະມີເລື່ອງຂອງເງິນເຟີ້ເຂົ້າມາກ່ຽວຂ້ອງ. ສະນັ້ນແລ້ວ ຈະຕ້ອງກຽມເງິນຫລາຍຂຶ້ນຕື່ມອີກ.
- ກຳຈັດໜີ້ສິນ-ຫລຸດໜີ້ສິນທີ່ບໍ່ຈຳເປັນ : ເພື່ອຄວາມສະບາຍໃຈຕອນເຖົ້າ ເລີ່ມຈາກຫລຸດຜ່ອນການຮູດບັດເຄຣດິດ, ເຊົາຊື້ສິ່ງຂອງທີ່ບໍ່ຈຳເປັນ ລວມໄປເຖິງການທ່ອງທ່ຽວຕ່າງປະເທດ ຈາກທີ່ເຄີຍໄປທ່ຽວທຸກປີ ຫລື ໃຫ້ຫລຸດລົງເປັນບາປີໄປເທື່ອໜຶ່ງ ແລ້ວເອົາເງິນພາກສ່ວນນີ້ມາທ້ອນໄວ້ເປັນເງິນກະສຽນ ຄ່ອຍໆທ້ອນເທື່ອລະໜ້ອຍ ກໍລວມເປັນເງິນກ້ອນໃຫ້ເຮົາໄດ້ໃຊ້ຈ່າຍໃນຍາມກະສຽນໄດ້.
- ເລີ່ມທ້ອນເງິນໂດຍເຮັດບັນຊີລາຍຮັບລາຍຈ່າຍຢ່າງສະໝໍ່າສະເໝີ : ທ້ອນເງິນໃຫ້ໄດ້ທຸກໆເດືອນ ແລະ ຕ້ອງເຮັດຢ່າງຕໍ່ເນື່ອງ ເພາະຫາກບໍ່ເຮັດ ໃນສ່ວນນີ້ກໍຈະບໍ່ຮູ້ເລີຍວ່າເງິນສ່ວນໃດທີ່ເຮົາຄວນຈະທ້ອນຕື່ມ ຫລື ເງິນສ່ວນໃດທີ່ເຮົາຄວນຫລຸດການໃຊ້ຈ່າຍລົງ. ສະນັ້ນ ຕ້ອງມີວິໄນໃນການທ້ອນເງິນ.
- ທົບທວນເປົ້າໝາຍເປັນປະຈຳ : ເພື່ອໃຫ້ເຮົາຮູ້ໂຕວ່າເຮົາຕ້ອງທ້ອນເງິນໃຫ້ໄດ້ຕາມເປົ້າໝາຍທີ່ກຳນົດໄວ້ ແລະ ເຫລືອເງິນທີ່ຕ້ອງທ້ອນຕື່ມອີກເທົ່າໃດ ຫລື ຖ້າຄຳນວນແລ້ວບໍ່ພໍ ຈະຕ້ອງວາງແຜນໃໝ່ແນວໃດ ຈຶ່ງຈະເຮັດໃຫ້ເງິນທ້ອນເຖິງເປົ້າໝາຍທີ່ຕັ້ງໄວ້ ເພາະຫາກມີເງິນບໍ່ພໍໄວ້ໃຊ້ຈ່າຍອາດຈະເຮັດໃຫ້ຊີວິດໄວກະສຽນຂອງເຮົານັ້ນບໍ່ມີຄວາມສຸກ.
- ຈັດການເລື່ອງການລົງທຶນທີ່ເໝາະສົມ : ແລະ ການກະຈາຍຄວາມສ່ຽງ ໄປລົງທຶນກັບຊັບສິນຕ່າງໆ ເພາະຈະເຮັດໃຫ້ໄດ້ມູນຄ່າຂອງເງິນເພີ່ມຂຶ້ນ ແລະ ຖ້າເຮົາບໍ່ມີຄວາມຮູ້ກ່ຽວກັບການລົງທຶນຕ່າງໆກໍຕ້ອງຫາຂໍ້ມູນມາອ່ານ ແລະ ສຶກສາເອົາໄວ້ແດ່ ທາງອອກທີ່ດີອີກທາງໜຶ່ງກໍຄື ການປຶກສາຜູ້ຊ່ຽວຊານທີ່ມີຄວາມຮູ້ດ້ານການເງິນໂດຍກົງ ຈະເຮັດໃຫ້ເຮົາສາມາດວາງແຜນການເງິນ ແລະ ຈັດການຊີວິດຫລັງກະສຽນໄດ້ຢ່າງສຳເລັດຕາມເປົ້າໝາຍນັ້ນເອງ.