ອົງການຈັດຕັ້ງສາກົນ ສົ່ງເສີມການອະນຸລັກສັດນໍ້າເຂດແມ່ນໍ້າຂອງຢູ່ 3 ແຂວງຂອງລາວ ມູນຄ່າ 1,3 ລ້ານກວ່າໂດລາ

- 277557604 1862206413983130 1077273786944752630 n - ອົງການຈັດຕັ້ງສາກົນ ສົ່ງເສີມການອະນຸລັກສັດນໍ້າເຂດແມ່ນໍ້າຂອງຢູ່ 3 ແຂວງຂອງລາວ ມູນຄ່າ 1,3  ລ້ານກວ່າໂດລາ
- kitchen vibe - ອົງການຈັດຕັ້ງສາກົນ ສົ່ງເສີມການອະນຸລັກສັດນໍ້າເຂດແມ່ນໍ້າຂອງຢູ່ 3 ແຂວງຂອງລາວ ມູນຄ່າ 1,3  ລ້ານກວ່າໂດລາ

ທ້າຍອາທິດຜ່ານມາ ທີ່ແຂວງສະຫວັນນະເຂດ, ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາສປປ ລາວ (WWF-Laos) ແລະ ກົມລ້ຽງສັດ-ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມການຄຸ້ມຄອງບໍລິຫານ ຊັບພະຍາກອນສັດນໍ້າ ໂດຍຜ່ານການຄຸ້ມຄອງ, ການອະນຸລັກ ແບບມີສ່ວນຮ່ວມ ແລະ ການຊຸກຍູ້ສົ່ງເສີມການດໍາລົງຊີວິດ ທີ່ປັບໂຕ ຕໍ່ສະພາບດິນຟ້າອາກາດ ໃນ 3 ແຂວງຂອງສປປ ລາວ ຄື: ສະຫວັນນະເຂດ, ຈໍາປາສັກ ແລະ ສາ ລະວັນ ມູນຄ່າ 1.394.000 ໂດລາສະຫະລັດ ເປັນໄລຍະເວລາ 5 ປີ (2022-2026). ຕາງໜ້າລົງນາມໃນຄັ້ງນີ້ ໂດຍທ່ານ ກາວິພອນ ພຸດທະວົງ ຮອງຫົວໜ້າກົມລ້ຽງສັດ-ການປະມົງ ແລະ ທ່ານ ລໍຣິດ ປາເລນຕິນີ ຜູ້ອໍານວຍການ ອົງການ WWF-Laos, ມີບັນດາພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບພື້ນທີ່ຂອງໂຄງການ ແມ່ນກວມເອົາ 41 ບ້ານ ໃນ 8 ເມືອງຂອງ 3 ແຂວງດັ່ງກ່າວ ເຊິ່ງອົງການ WWF-Laos ແລະ ກົມລ້ຽງສັດ-ການປະມົງ ຈະໄດ້ຮ່ວມກັນຈັດຕັ້ງປະຕິບັດໃນ 4 ວຽກງານຫລັກ ເປັນຕົ້ນ ປັບປຸງ, ຂະຫຍາຍການຄຸ້ມຄອງການປະມົງ ແລະ ແຫລ່ງທີ່ອາໄສຂອງສັດນໍ້າ ໃນພື້ນທີ່ເປົ້າໝາຍຂອງໂຄງການ; ສົ່ງເສີມການປັບໂຕຂອງຊຸມຊົນ ໂດຍຜ່ານວິຖີຊີວິດການເປັນຢູ່ ໃຫ້ອີງໃສ່ການປ່ຽນແປງຂອງລະບົບນິເວດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ; ເສີມຂະຫຍາຍການຈັດ ຕັ້ງປະຕິບັດລະບຽບກົດໝາຍ ວ່າດ້ວຍການຄຸ້ມຄອງການປະມົງ ແບບມີສ່ວນຮ່ວມ ໃນພື້ນທີ່ເປົ້າໝາຍຂອງໂຄງການ ແລະ ທົ່ວປະເທດ; ການຕິດຕາມ ແລະ ປະເມີນວັງສະຫງວນ ແລະ ຂຶ້ນທະບຽນເຂດອະນຸລັກປາ ທີ່ມີຢູ່ໃນທົ່ວປະເທດ.

- Visit Laos Visit SALANA BOUTIQUE HOTEL - ອົງການຈັດຕັ້ງສາກົນ ສົ່ງເສີມການອະນຸລັກສັດນໍ້າເຂດແມ່ນໍ້າຂອງຢູ່ 3 ແຂວງຂອງລາວ ມູນຄ່າ 1,3  ລ້ານກວ່າໂດລາ

ໂຄງການດັ່ງກ່າວນີ້ ແມ່ນໄດ້ຮັບທຶນສະໜັບສະໜູນ ຈາກກະຊວງຮ່ວມມື ແລະ ພັດທະນາເສດ ຖະກິດປະເທດເຢຍລະມັນ, ອົງການ WWF-ສະວິດເຊີແລນ, ອົງການ WWF-ສິງກະໂປ ແລະ ອົງການສະຫະລັດອາເມລິກາ ເພື່ອການພັດທະນາສາກົນ ໂດຍຜ່ານອົງການ WWF-Laos.

ຂໍ້ມູນ: WWF-Laos

- 3 - ອົງການຈັດຕັ້ງສາກົນ ສົ່ງເສີມການອະນຸລັກສັດນໍ້າເຂດແມ່ນໍ້າຂອງຢູ່ 3 ແຂວງຂອງລາວ ມູນຄ່າ 1,3  ລ້ານກວ່າໂດລາ
- 5 - ອົງການຈັດຕັ້ງສາກົນ ສົ່ງເສີມການອະນຸລັກສັດນໍ້າເຂດແມ່ນໍ້າຂອງຢູ່ 3 ແຂວງຂອງລາວ ມູນຄ່າ 1,3  ລ້ານກວ່າໂດລາ
- 4 - ອົງການຈັດຕັ້ງສາກົນ ສົ່ງເສີມການອະນຸລັກສັດນໍ້າເຂດແມ່ນໍ້າຂອງຢູ່ 3 ແຂວງຂອງລາວ ມູນຄ່າ 1,3  ລ້ານກວ່າໂດລາ