ດິນເຈື່ອນຢູ່ຈີນ ມີຜູ້ເສຍຊີວິດ 8 ຄົນ ສູນຫາຍ 17 ຄົນ

- 1502183099879 960x0 - ດິນເຈື່ອນຢູ່ຈີນ ມີຜູ້ເສຍຊີວິດ 8 ຄົນ ສູນຫາຍ 17 ຄົນ
- kitchen vibe - ດິນເຈື່ອນຢູ່ຈີນ ມີຜູ້ເສຍຊີວິດ 8 ຄົນ ສູນຫາຍ 17 ຄົນ

ສຳນັກ​ຂ່າວ​ຊິນ​ຮົວ ສື່​ທາງ​ການ​ຈີນ​ລາຍ​ງານ​ວ່າ: ດິນ​ເຈື່ອນ​ຈາກ​ຝົນຕົກ​ໜັກ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 8 ຄົນ, ບາດ​ເຈັບ 5 ຄົນ ​ແລະ ສູນຫາຍ​ອີກ 17 ຄົນ ​ໃນ​​ມົນທົນ​ເສ​ສວນ ທາ​ງພາກຕາ​ເວັນ​ຕົກ​ສຽງ​ໃຕ້ ​ໃນ​ວັນ​ທີ 8 ສິງຫາ​ນີ້.

ສະພາບ​ອາກາດ​ປັ່ນ​ປ່ວນ​ໃນ​ລະດູ​ຮ້ອນ ​ເຮັດ​ໃຫ້​ເກີດ​ດິນ​ເຈື່ອນ ​ແລະ ນ້ຳຖ້ວມ​ທົ່ວ​ປະ​ເທດ, ປະຊາຊົນ​ຫລາຍ​ສິບຄົນ​ເສຍ​ຊີວິດ ​ແລະ ບໍ່​ມີ​ບ່ອນຢູ່​ອີກ​ຈຳນວນ​ຫລາຍ. ​ເຈົ້າໜ້າ​ທີ່​ສື່ສານ​ມົນທົນ​ເສ​ສວນ​ກ່າວ​ໃນ​ຂໍ້ຄວາມ​ທີ່​ສະ​ແດງ​ທາງ​ສື່​ອອນ​ລາຍ​ວ່າ: ດິນ​ເຈື່ອນ​ເຮັດ​ໃຫ້​ເຮືອນ​ເປ່​ເພ 2 ຫລັງ. ​ເວັບ​ໄຊ​ຕຳຫລວດ​ທ້ອງ​ຖິ່ນ​ມີ​ຂ່າວ​ໜ່ວຍ​ກູ້​ໄພ​ຊ່ວຍ​ກັນ​ຂຸດ​ຄົ້ນຈົນ​ເສື້ອຜ້າ​ເປື້ອນດິນ. ​ເຫດ​ດິນ​ເຈື່ອນ​ມັກ​ເປັນ​ອັນຕະລາຍ​ຮ້າຍ​ແຮງ​ໃນ​ພື້ນທີ່​ຊົນນະບົດ ​ແລະ ​ເຂດ​ພູ​ຂອງ​ຈີນ ​ໂດຍ​ສະ​ເພາະ​ໃນ​ລະດູຝົນ​ຕົກ​ໜັກ. ​ເຫດ​ດິນ​ເຈື່ອນ​ຄັ້ງ​ໃຫຍ່​​ໃນ​ເດືອນ​ມິຖຸນາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 10 ຄົນ ​ແລະ ​ເຮືອນ​ເປ່​ເພ​ຫລາຍ​ສິບ​ຫລັງ ຢູ່​ເສ​ສວນ, ສ່ວນ​ເດືອນ​ກໍລະກົດ​ມີ​ຜູ້​ເສຍ​ຊີວິດ 63 ຄົນ, ບໍ່​ມີ​ບ່ອນຢູ່ 1,6 ລ້ານ​ຄົນ​ຈາກ​ດິນ​ເຈື່ອນ ​ແລະ ນ້ຳຖ້ວມ​ຢູ່​ມົນທົນ​ຫູ​ໜານ ທາງ​ພາກ​ກາງຂອງ​ຈີນ.

- Visit Laos Visit SALANA BOUTIQUE HOTEL - ດິນເຈື່ອນຢູ່ຈີນ ມີຜູ້ເສຍຊີວິດ 8 ຄົນ ສູນຫາຍ 17 ຄົນ
- Visit Laos Visit SALANA BOUTIQUE HOTEL - ດິນເຈື່ອນຢູ່ຈີນ ມີຜູ້ເສຍຊີວິດ 8 ຄົນ ສູນຫາຍ 17 ຄົນ
- 3 - ດິນເຈື່ອນຢູ່ຈີນ ມີຜູ້ເສຍຊີວິດ 8 ຄົນ ສູນຫາຍ 17 ຄົນ
- 5 - ດິນເຈື່ອນຢູ່ຈີນ ມີຜູ້ເສຍຊີວິດ 8 ຄົນ ສູນຫາຍ 17 ຄົນ
- 4 - ດິນເຈື່ອນຢູ່ຈີນ ມີຜູ້ເສຍຊີວິດ 8 ຄົນ ສູນຫາຍ 17 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!