ມຽນມາ ພ້ອມເປີດບໍລິການ ຂໍວີຊາອອນລາຍ 1 ເມສານີ້


ວັນທີ 30 ມີນາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ກະຊວງການກວດຄົນເຂົ້າເມືອງ ແລະ ປະຊາກອນຂອງມຽນມາ ລະບຸໃນຖະແຫລງການວ່າ: ມຽນມາຈະເປີດຮັບການຍື່ນຂໍວີຊາທຸລະກິດຜ່ານລະບົບອອນລາຍ ຫລື ອີ-ວີຊາ (e-visas) ນັບແຕ່ວັນທີ 1 ເມສານີ້.
ການດຳເນີນດັ່ງກ່າວມີຂຶ້ນຫລັງມຽນມາຕັດສິນໃຈຍົກເລີກຄຳສັ່ງຫ້າມເດີນທາງເຂົ້າປະເທດນັບແຕ່ວັນທີ 17 ເມສາເປັນຕົ້ນໄປ ເຊິ່ງເປັນໄປຕາມກົດ ແລະ ລະບຽບຂໍ້ບັງຄັບກ່ຽວກັບພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຂອງກະຊວງສາທາລະນະສຸກ.
ເນື່ອງຈາກຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກພະຍາດໂຄວິດ-19 ມີຈຳນວນຫລຸດລົງ ມຽນມາຈຶ່ງຕັດສິນໃຈຍົກເລີກການຫ້າມເດີນທາງເຂົ້າປະເທດ ເພື່ອຊ່ວຍດ້ານການພັດທະນາເສດຖະກິດຂອງປະເທດ.
ມຽນມາໄດ້ຢຸດການຍື່ນຂໍວີຊາອອນລາຍໃໝ່ທັງໝົດ ໃນວັນທີ 20 ມີນາ 2020 ຫລັງຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເພີ່ມຂຶ້ນຢ່າງວ່ອງໄວ.
ທັງນີ້, ມຽນມາເປີດນຳໃຊ້ແພກຟອມຂໍວີຊາອອນລາຍຜ່ານທາງ (evisa.moip.gov.mm) ໃນເດືອນກັນຍາປີ 2014.