ໄຊສົມພອນ ຄວ້າແຊ໊ມດອກປິກໄກ່ ທົ່ວປະເທດ ຄັ້ງທີ 17 ຊີງຂັນລັດຖະມົນຕີ ສສກ
August 8, 2017 - 4:37 PM




ເມື່ອລະຫວ່າງວັນທີ 3-6 ສິງຫາຜ່ານມາ ທີ່ສະໂມສອນກິ ລາຄົບວົງຈອນໃນຮົ່ມ ມິດຕະ ພາບລາວ-ໄທ ບ້ານບຶງຂະ ຫຍອງ ເມືອງສີສັດຕະນາກ ພະ ແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ມີການ ແຂ່ງຂັນດອກປິກໄກ່ ທົ່ວປະເທດ ຄັ້ງທີ 17 ຊີງຂັນທ່ານລັດຖະມົນ ຕີກະຊວງ ສສກ ເພື່ອເປັນການ ທົດສອບນັກກິລາທີມຊາດລາວ ກຽມເຂົ້າຮ່ວມແຂ່ງຂັນງານມະ ຫະກຳກິລາຊີເກມ ຄັ້ງທີ 29 ທີ່ປະ ເທດມາເລເຊຍ ຮັບກຽດເປັນເຈົ້າ ພາບ ໂດຍໃຫ້ກຽມເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ສສກ ທັງເປັນຮອງປະທານ ແລະ ເລ ຂາທິການ ຄະນະກຳມະການ ກິລາໂອແລມປິກແຫ່ງຊາດ, ທ່ານ ທອງຫຼ້າ ແສງວິໄຊ ປະ ທານສະຫະພັນດອກປິກໄກ່ແຫ່ງຊາດລາວ (ສດລ) ແລະ ທ່ານ ສົມສະແຫວງ ແສງສີລາວົງ ຮອງປະທານ ແລະ ເລຂາທິການ ສດລ ພ້ອມດ້ວຍຄະນະບໍລິຫານ ງານ, ຄະນະນຳ, ຄູເຝິກ ແລະ ນັກກິລາ ຈາກບັນດາສະໂມສອນ ອ້ອມຂ້າງສູນກາງ ແລະ ແຂວງ ຕະຫຼອດຮອດກອງເຊຍເຂົ້າຮ່ວມຊົມ ແລະ ເຊຍ.
ການແຂ່ງຂັນລາຍການດັ່ງກ່າວ ມີນັກກິລາເຂົ້າຮ່ວມ 325 ຄົນ, ຍິງ 68 ຄົນ ຈາກ 33 ສະໂມ ສອນ ໃນນັ້ນມີ 9 ແຂວງ ປະກອບ ມີ ຫຼວງພະບາງ, ຫົວພັນ, ໄຊຍະ ບູລີ, ບໍລິຄຳໄຊ, ຄຳມ່ວນ, ສະ ຫວັນນະເຂດ, ຈຳປາສັກ, ໄຊສົມ ບູນ ແລະ ແຂວງວຽງຈັນ. ເຊິ່ງມີ ການຊີງໄຊກັນທັງໝົດ 14 ລາຍ ການ ຄື: ດ່ຽວເຍົາວະຊົນຍິງ- ຊາຍ ຮຸ່ນອາຍຸ 14 ປີ, ຄູ່ເຍົາວະ ຊົນຊາຍ ຮຸ່ນອາຍຸ 14 ປີ, ດ່ຽວ ເຍົາວະຊົນຍິງ-ຊາຍ ຮຸ່ນອາຍຸ 17 ປີ, ຄູ່ເຍົາວະຊົນຍິງ-ຊາຍ ຮຸ່ນອາ ຍຸ 17 ປີ, ຄູ່ຊາຍມືໃໝ່ອາຍຸ 18- 35 ປີ, ຄູ່ຍິງມືໃໝ່ ອາຍຸ 18-30 ປີ, ດ່ຽວຍິງ-ຊາຍ ຮຸ່ນທົ່ວໄປ, ຄູ່ຍິງ-ຊາຍ ຮຸ່ນທົ່ວໄປ ແລະ ຄູ່ປະ ສົມ ຮຸ່ນທົ່ວໄປ.
ຜ່ານການແຂ່ງຂັນໃນໄລ ຍະ 4 ວັນ ສຳລັບຄູ່ທີ່ໜ້າສົນໃຈ ໃນນັດຊີງຊະນະເລີດ ແມ່ນຮຸ່ນ ດ່ຽວຊາຍທົ່ວໄປ ເປັນການພົບ ກັນລະຫວ່າງ ທ້າວ ໄຊສົມພອນ ວົງປະຈິດ ພົບກັບ ວິຊຸນນະລາດ ພິຈິດ ຜົນປາກົດວ່າ: ໄຊສົມພອນ ເອົາຊະນະ ວິຊຸນນະລາດ ໄປແບບ ສຸດມັນ 2-1 ເຊັດ ຄວ້າແຊ໊ມການ ແຂ່ງຂັນລາຍການນີ້ໄປຄອງ ຢ່າງສົມສັກສີ. ສ່ວນຮຸ່ນດ່ຽວຍິງ ທົ່ວໄປ ທີ່ 1 ຕົກເປັນຂອງ ນາງ ເພັດມະນີ ຈາກແຂວງຄຳມ່າວນ, ປະເພດຊາຍດ່ຽວ 14 ປີ ທີ່ 1 ທ້າວ ສິດປະເສີດ ຈາກແຂວງໄຊ ຍະບູລີ, ດ່ຽວຍິງ 14 ປີ ທີ 1 ນາງ ພຸດສະຫວັນ ຈາກສະໂມສອນ ຕີນ່າ, ດ່ຽວຊາຍ 17 ປີ ທ້າວ ວິ ລະບັນດິດ ສະໂມສອນເຄທີ, ຄູ່ຍິງ 17 ປີ ທີ 1 ນາງ ພັນມະນີທອງ ສະໂມສອນຕີນ່າ, ຄູ່ຊາຍ 17 ປີ ທີ 1 ວິລະບັນດິດ+ສອນປະດິດ ສະໂມສອນເຄທີ, ຄູ່ຍິງ 17 ປີ ທີ 1 ໂອໄລວັນ+ສຸກິດຕາ ແຂວງຈຳ ປາສັກ, ຄູ່ເຍົາວະຊົນຊາຍ 14 ປີ ທີ 1 ທ້າວ ສິດປະເສີດ+ດາວວຽງ ສິດ ແຂວງໄຊຍະບູລີ, ຄູ່ປະສົມ ທົ່ວໄປ ທີ 1 ທ້າວ ເພັດພະນົມ+ນາງເພັດມະນີ ຈາກແຂວງຄຳ ມ່ວນ, ຄູ່ຊາຍທົ່ວໄປ ນາມບຸນ+ແສງອາທິດ ສະໂມສອນລາວ- ຫວຽດ, ຄູ່ຍິງທົ່ວໄປ ທີ 1 ທິດາ ຈັນ+ສິລິພອນ ແຂວງໄຊຍະບູລີ, ຄູ່ຍິງມືໃໝ່ ທີ 1 ມິມິ່+ເທວີ ສະໂມ ສອນເຄທີ ແລະ ຄູ່ມືໃໝ່ຊາຍ ທີ 1 ນິຕິສິດ+ບຸນຕຸລາ ສະໂມສອນ ເຮັດເຄ.
ຂ່າວຈາກ:laosportnews.com.