ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022

ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022 - fifa - ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022
ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022 - kitchen vibe - ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022

ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022 - fifa - ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022

ຟີຟາ ຍອມຍຸບແຜນຈັດການແຂ່ງຂັນບານໂລກທຸກໆ 2 ປີແລ້ວ ແລະ ກຽມເອົາໃຈຜູ້ຈັດການທີມ ແລະ ນັກເຕະດ້ວຍການປັບກົດສຳລັບເຕະບານໂລກ 2022 ຕາມຮອຍ ຢູໂຣ 2020.

ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022 - Visit Laos Visit SALANA BOUTIQUE HOTEL - ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022

ສະຫະພັນບານເຕະນາໆຊາດ (FIFA)  ຕັດສິນໃຈບໍ່ນຳສະເຫນີແຜນການຈັດບານໂລກຮອບສຸດທ້າຍທຸກໆ 2 ປີ ແທນແຜນເກ່ົາທີ່ຈັດຂຶ້ນທຸກໆ 4 ປີ ເພື່ອເຂົ້າສູ່ວາລະການປະຊຸມໃຫຍ່ສາມັນປະຈຳປີໃນວັນສຸກທີ 1 ເມສານີີ້ ຫລັງບໍ່ໄດ້ຮັບສຽງສະຫນັບສະໜູນຈາກສະຫະພັນບານເຕະຢູໂຣ (EUFA)  ແລະ ສະຫະພັນບານເຕະອາເມລິກາໃຕ້ (ຄອນເມໂບລ) ເຊິ່ງຖືເປັນສຽງສ່ວນຫລາຍໃນການພິຈາລະນາ ເຖິງວ່າສະມາຊິກບານເຕະແຫ່ງເອເຊຍ (AFC)  ແລະ ສະຫະພັນບານເຕະແອຟຣິກາ (CAF) ຈະສະແດງທ່າທີເຫັນດີກໍຕາມ.

ຂະນະດຽວກັນມີການເປີດເຜີຍວ່າໃນການອະທິປາຍຂອງຜູ້ບໍລິຫານລະດັບສູງຂອງ ຟີຟາ ເມື່ອເດືອນທີ່ຜ່ານມາ ໄດ້ກຽມປະຊຸມເພື່ອຫາລືເລື່ອງການເພີ່ມລາຍຊື່ນັກເຕະທັງ 32 ທີມໃນການແຂ່ງຂັນບານເຕະໂລກ 2022 ຮອບສຸດທ້າຍທີ່ປະເທດກາຕາ ທ້າຍປີນີ້ ໂດຍໃຫ້ແຕ່ລະທີມສົ່ງລາຍຊື່ໄດ້ 26 ຄົນ ຈາກກຳນົດເກ່ົາແມ່ນໃຫ້ໂຄຕາ 23 ຄົນ ແລະປ່ຽນຕົວສຳຮອງໄດ້ 5 ຄົນ ຈາກກຳນົດເກ່ົາປ່ຽນໄດ້ພຽງ 3 ຄົນ.

ແນວຄິດນີ້ເກີດຂຶ້ນຫລັງຈາກໄດ້ຮັບກະແສຕອບຮັບທີ່ດີຈາກບັນຜູ້ຈັດການທີມ ແລະ ນັກເຕະໃນການແຂ່ງຂັນຢູໂຣ 2020 ເມື່ອກາງປີຜ່ານມາ ຫລັງຈາກທີ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງຕ້ອງເພີ່ມຈຳນວນຜູ້ຫລິ້ນໃຫ້ມີພຽງພໍສຳລັບການແຂ່ງຂັນຕະຫລອດທັງເດືອນ ເຊິ່ງຜູ້ຈັດການທີມກໍຈະມີຕົວເລືອກໃຫ້ໃຊ້ງານຫລາຍຂຶ້ນ ຂະນະທີ່ນັກເຕະກໍມີໂອກາດໃນການຕິດທີມຊາດໄປລຸຍລາຍການໃຫຍ່ລະດັບໂລກຫລາຍຂຶ້ນນຳອີກ.

ທັງນີ້ ຢູໂຣ 2020 ໄດ້ອອກກົດລະບຽບເພີ່ມຕື່ມສຳລັບການເພີ່ມລາຍຊື່ນັກເຕະຈາກ 23 ຄົນ ເປັນ 26 ຄົນຂອງແຕ່ລະທີມເອົາໄວ້ວ່າ ໃນແຕ່ລະນັດຈະສົ່ງຊື່ໄດ້ບໍ່ເກີນ 23 ຄົນ ຫລືມີຕົວສຳຮອງໄດ້ສູງສຸດ 12 ເທົ່ານັ້ນ ຂະນະທີ່ ໂຄປາ ອາເມລິກາ 2020 ກໍເພີ່ມລາຍຊື່ໃຫ້ເປັນ 28 ຄົນ, ສ່ວນ ຟີຟາ ຈະມີກົດລະບຽບເພີ່ມຕື່ມແນວໃດ ຕ້ອງຖ້າມະຕິຈາກກອງປະຊຸມອີກເທື່ອຫນຶ່ງ.

 

ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022 - 4 - ຟີຟາ ຍອມຍຸບແຜນຈັດບານໂລກທຸກ 2 ປີ, ກຽມໃຊ້ກົດຕາມຢູໂຣ 2020 ໃນບານໂລກ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!