ລາວ ຕັ້ງເປົ້າຢ່າງໜ້ອຍ 3 ຫຼຽນຄຳ ໃນຊີເກມ ຄັ້ງທີ 29 ທີ່ມາເລເຊຍ

- 20663896 713325815535627 6773394483578718767 n - ລາວ ຕັ້ງເປົ້າຢ່າງໜ້ອຍ 3 ຫຼຽນຄຳ ໃນຊີເກມ ຄັ້ງທີ 29 ທີ່ມາເລເຊຍ
- kitchen vibe - ລາວ ຕັ້ງເປົ້າຢ່າງໜ້ອຍ 3 ຫຼຽນຄຳ ໃນຊີເກມ ຄັ້ງທີ 29 ທີ່ມາເລເຊຍ

- 20663896 713325815535627 6773394483578718767 n 300x201 - ລາວ ຕັ້ງເປົ້າຢ່າງໜ້ອຍ 3 ຫຼຽນຄຳ ໃນຊີເກມ ຄັ້ງທີ 29 ທີ່ມາເລເຊຍ
ອີງຕາມເພສເຟສບຸກຂອງ ສະຫະພັນບານເຕະແຫ່ງຊາດ ວ່າ: ສປປ ລາວ ກໍຄືກະຊວງສຶກ ສາທິການ ແລະ ກິລາ ຈະສົ່ງຄະ ນະນຳ, ຄູເຝິກ ແລະ ນັກກິລາ ຈຳ ນວນ 350 ຄົນ ເຂົ້າຮ່ວມງານມະ ຫະກຳກິລາຊີເກມ ຄັ້ງທີ 29 ຫຼື ກົວລາລຳເປີ ເກມ ທີ່ປະເທດມາ ເລເຊຍ ເປັນເຈົ້າພາບ ລະຫວ່າງ ວັນທີ 19-31 ສິງຫານີ້ ພ້ອມຕັ້ງ ເປົ້າຈະພະຍາຍາມສູ້ຊົນຍາດໃຫ້ ໄດ້ຢ່າງໜ້ອຍ 3-5 ຫຼຽນຄຳ ຫຼັງ ບໍ່ປະສົບຜົນສຳເລັດໃນຊີເກມ ຄັ້ງ ທີ 28 ທີ່ສິງກະໂປ ຍາດມາໄດ້ ພຽງ 4 ຫຼຽນເງິນ ແລະ 25 ຫຼຽນ ທອງ ຈົບພຽງອັນດັບ 9 ຂອງຕາ ຕະລາງ.
​ພິທີຖະແຫຼງຂ່າວການກະ ກຽມຄວາມພ້ອມຂອງທັບນັກກິ ລາລາວ ເຂົ້າຮ່ວມ ກົວລາລຳເປີ ເກມ 2017 ຄັ້ງນີ້ ໄດ້ຈັດຂຶ້ນໃນ ຕອນແລງວັນທີ 7 ສິງຫາ ຜ່ານ ມາ ທີ່ໂຮງແຮມລ້ານຊ້າງ ນະ ຄອນຫຼວງວຽງຈັນ, ໂດຍໃຫ້ ກຽດເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດ ຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ທັງເປັນປະ ທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ທ່ານ ບົວລານ ສິລິປັນຍາ ຮອງ ລັດຖະມົນຕີ ກະຊວງ ສສກ, ຮອງປະທານ ຄອລ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າ ກົມກິລາລະດັບສູງ ກະຊວງ ສ ສກ ພ້ອມດ້ວຍບັນດາຄະນະບໍລິ ຫານງານສະຫະພັນກິລາແຫ່ງ ຊາດ, ຄູເຝິກ ແລະ ນັກກິລາ ຕະ ຫຼອດຮອດບັນດາຜູ້ໃຫ້ການສະ ໜັບສະໜູນ.
​ໂອກາດນີ້, ທ່ານ ແສງພອນ ພົນອາມາດ ລາຍງານໃຫ້ຊາບ ວ່າ: ໃນງານກິລາ ກົວລາລຳເປີ ເກມ ຄັ້ງນີ້ ຈະມີ 11 ປະເທດສະ ມາຊິກອາຊຽນສົ່ງເຂົ້າຮ່ວມແຂ່ງຂັນ ປະກອບມີ ສປປ ລາວ, ໄທ, ອິນໂດເນເຊຍ, ສິງກະໂປ, ຫວຽດ ນາມ, ຟີລິບປິນ, ບຣູໄນ, ຕີມໍ ເລສ ເຕ, ກຳປູເຈຍ, ມຽນມາ ແລະ ເຈົ້າພາບ ມາເລເຊຍ. ເຊິ່ງຈະມີ ການຊີງໄຊກັນທັງໝົດ 405 ຫຼຽນຄຳ ຈາກ 38 ປະເພດກິລາ. ໃນນີ້ສະເພາະ ສປປ ລາວ ເຮົາ ຈະສົ່ງຄະນະນຳ, ກຳມະການຕັດ ສິນ, ຕິດຕາມ, ຄູເຝິກ ແລະ ນັກ ກິລາ ທັງໝົດ 350 ຄົນ, ໃນນັ້ນ ສະເພາະທັບນັກກິລາລາວມີ 221 ຄົນ ຈາກ 22 ປະເພດກິລາຄື: ປັນ​ ຈັກ​ສີ​ລັດ, ປິ່ງປ່ອງ, ວູຊູ, ມວຍ​ສາ ກົນ, ມວຍ​ລາວ, ຍິງ​ທະນູ, ​ເປ​ຕັງ, ກະຕໍ້-ຊິນລອນ, ​ເທ​ຄວັນ​ໂດ, ​ແລ່ນ-ລານ, ​ເທັນ​ນິສ, ​ເຕະບານ ຊາຍ, ລອຍ​ນໍ້າ, ຣັກບີ້, ກາຣາ​ເຕ​ ໂດ, ຢູ​ໂດ, ບິນລຽດ-ສະນຸກ​ເກີ, ຍິງປືນ, ດອກ​ປີກ​ໄກ່, ບານບ້ວງ, ລົດຖີບ ​ແລະ ກ໊ອຟ ໂດຍການເຂົ້າ ຮ່ວມງານນີ້ໄດ້ໃຊ້ງົບປະມານ ຂອງລັດ ທັງໝົດ 18,37 ຕື້ກີບ ແລະ ຕັ້ງເປົ້າໝາຍຈະສູ້ຊົນໃຫ້ໄດ້ ຢ່າງໜ້ອຍ 3-5 ຫຼຽນຄຳ ເພື່ອໃຫ້ ໄດ້ອັນດັບທີ 8 ຈາກ 11 ປະເທດ ເຂົ້າຮ່ວມ ຫຼັງບໍ່ປະສົບຜົນສຳເລັດ ໃນການເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 28 ທີ່ປະເທດ ສິງກະໂປ ເຈົ້າພາບໃນປີ 2015 ຍາດມາໄດ້ພຽງແຕ່ 4 ຫຼຽນເງິນ ແລະ 25 ຫຼຽນທອງ ຈົບອັນດັບ 9 ຂອງຕາຕະລາງ ຈາກ 11 ປະ ເທດເຂົ້າຮ່ວມ.
ຫຼັງຈາກນັ້ນ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກໍ່ໄດ້ ເນັ້ນໜັກໃຫ້ຄະນະນຳພານັກກິລາເພີ່ມທະວີການຕິດຕາມການເຝິກແອບຢ່າງໃກ້ຊິດ, ສ້າງທຸກເງື່ອນ ໄຂໃນການເຝິກຊ້ອມໃຫ້ມີປະສິດທິຜົນໃນລະດັບອັນແນ່ນອນ, ກະ ກຽມເງື່ອນໄຂຕ່າງໆໃຫ້ທ່ວງ ທັນ, ຊອກຮູ້ບັນດາຂໍ້ມູນທາງ ດ້ານເຕັກນິກ ແລະ ສະຖານທີ່ ຂອງການແຂ່ງຂັນຈາກເຈົ້າພາບ ເພື່ອແຈ້ງໃຫ້ນັກກິລາເຮົາໄດ້ຊາບລ່ວງໜ້າ ເຊິ່ງຈະເປັນປະໂຫຍດ ໃນການເຂົ້າຮ່ວມ, ປຸກລະດົມເຊີດ ຊູນໍ້າໃຈຮັກຊາດ, ຄວາມຫ້າວຫັນ ກະຕືລືລົ້ນເປັນເຈົ້າການໃຫ້ສູງຂຶ້ນກວ່າເກົ່າ. ສ່ວນນັກກິລາກໍຕ້ອງມີ ຄຸນສົມບັດຮັກສາຄວາມສາມັກຄີ, ປະຕິບັດລະບຽບວິໄນຢ່າງຕັ້ງໜ້າແຂ່ງຂັນດ້ວຍພິກໄຫວ ແລະ ໃຊ້ ຄວາມສາມາດຢ່າງສຸດຂີດ, ເປັນ ແບບຢ່າງທີ່ດີໃນການດຳລົງຊີວິດຮ່ວມໝູ່, ເອົາໃຈໃສ່ສ້າງສາຍພົວ ພັນອັນດີງາມກັບນັກກິລາຂອງ ທຸກປະເທດ ແລະ ພ້ອມກັນເຜີຍ ແຜ່ວັດທະນະທຳຂອງຊາດ, ປືກ ສາຫາລືສ້າງຄວາມເປັນເອກະ ພາບພາຍໃນເຊື່ອໝັ້ນຕົນເອງ ກາຍເປັນພະລັງອັນແຮງກ້າໄປສູ່ຜົນສຳເລັດຕາມຄາດໝາຍ.

- 5 - ລາວ ຕັ້ງເປົ້າຢ່າງໜ້ອຍ 3 ຫຼຽນຄຳ ໃນຊີເກມ ຄັ້ງທີ 29 ທີ່ມາເລເຊຍ
- Visit Laos Visit SALANA BOUTIQUE HOTEL - ລາວ ຕັ້ງເປົ້າຢ່າງໜ້ອຍ 3 ຫຼຽນຄຳ ໃນຊີເກມ ຄັ້ງທີ 29 ທີ່ມາເລເຊຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!